ອອສເຕຣເລຍ ລົງນາມ ໃນຂໍ້ຕົກລົງ ຍົກຍ້າຍ ອົບພະຍົບ ກັບ ປາປົວນິວກີເນຍ (ສະໄລດ໌/ວີດີໂອ)

Your browser doesn’t support HTML5

ນາຍົກລັດຖະມົນຕີອອສເຕຣເລຍ ທ່ານ Kevin Rudd ກ່າວວ່າ ເລີ້ມມີຜົນບັງຄັບໃຊ້ໃນທັນທີ ອົບພະຍົບທຸກໆຄົນທີ່ເດີນທາງໄປ ເຖິງອອສເຕຣເລຍໂດຍທາງເຮືອຈະຖືກສົ່ງໄປຕັ້ງຖິ່ນຖານໃໝ່ຢູ່
ປາປົວນິວກີເນຍ ປະເທດເກາະດອນໃນເຂດມະຫາສະມຸດປາຊີ
ຟິກຕອນໃຕ້.

ທ່ານ Rudd ແລະນາຍົກລັດຖະມົນຕີ ປາປົວນິວກີເນຍ ທ່ານ
Peter O’Neil ໄດ້ລົງນາມ ໃນຂໍ້ຕົກລົງສະບັບນຶ່ງ ຢູ່ທີ່ເມືອງ
Brisbane ໃນພາກຕາເວັນອອກຂອງອອສເຕຣເລຍໃນວັນສຸກ
ມື້ນີ້ ທີ່ຈະອະນຸຍາດໃຫ້ອອສເຕຣເລຍ ເນລະເທດ ພວກອົບພະ
ຍົບໄປຍັງປະເທດເພື່ອນບ້ານທີ່ທຸກຍາກຂອງຕົນ.

ທ່ານ Rudd ກ່າວຕໍ່ກອງປະຊຸມສຳພາດຂ່າວວ່າ ພວກອົບພະຍົບທາງເຮືອຈະຖືກສົ່ງໄປ ຍັງເກາະ Manus ຂອງປາປົວນິວກີເນຍ ເພື່ອດຳເນີນການ ກ່ຽວກັບເອກະສານຕ່າງໆ ແລະຖ້າຫາກພົບວ່າເປັນອົບພະຍົບແທ້ແລ້ວ ກໍຈະໄດ້ຕັ້ງຖິ່ນຖານໃໝ່ ຢູ່ໃນປະເທດດັ່ງ ກ່າວ.

Australia, Papua New Guinea Sign Refugee Relocation Pact



ນະໂຍບາຍໃໝ່ທີ່ວ່ານີ້ ແມ່ນເປັນຄວາມພະຍາຍາມ ເພື່ອສະກັດກັ້ນບໍ່ໃຫ້ຜູ້ຄົນຈາກປະ ເທດຕ່າງໆທີ່ພວມປະສົບໄພສົງຄາມ ເຊັ່ນອີຣັກ ແລະອັຟການິສຖານສ່ຽງຊີວິດເຂົາເຈົ້າ ເດີນທາງໄປຍັງອອສເຕຣເລຍດ້ວຍເຮືອທີ່ຮົ່ວ ທີ່ມີຕົ້ນຕໍ ຈາກປະເທດມາເລເຊຍ ແລະ ອິນໂດເນເຊຍນັ້ນ.

ມີຫຼາຍໆຮ້ອຍຄົນໄດ້ຈົມນໍ້າຕາຍຍ້ອນພະຍາຍາມເດີນທາງໄປອອສເຕຣເລຍ. ເມື່ອວັນ ອັງຄານຜ່ານມານີ້ກອງທັບເຮືອອອສເຕຣເລຍກໍໄດ້ຊ່ອຍເຫຼືອ 144 ຄົນ ຈາກເຮືອທີ່ຫຼົ້ມ ຍ້ອນທະເລປັ່ນປ່ວນ. 4 ຄົນໄດ້ເສຍຊີວິດຍ້ອນອຸບັດຕິເຫດດັ່ງກ່າວ.