ອອສເຕຣເລຍ ຈັດວັນລະ​ນຶກຄົບຮອບ 20 ປີ ຂອງເຫດລະເບີດ ຢູ່ເກາະບາຫຼີ

ນັກທ່ອງທ່ຽວຊາວອອສເຕຣເລຍ ເກີຣີ ແລະ ເຊລີນາ ດັນສແຕນ, ໄປຢ້ຽມຢາມອະນຸສອນສະຖານ ຂອງເຫດການລະເບີດຢູ່ເມືອງກູຕູ, ເກາະບາຫຼີ, ປະເທດອິນໂດເນເຊຍ, ວັນທີ 4 ຕຸລາ 2022.

ອາທິດນີ້ ເປັນວັນຄົບຮອບ 20 ປີ ທີ່ພວກກໍ່ການຮ້າຍໄດ້ມີການວາງລະ ເບີດຢູ່ເກາະບາຫຼີ ປະເທດອິນໂດເນເຊຍ. ມີປະຊາຊົນເສຍຊີວິດ 202 ຄົນຈາກ ເຫດການໂຈມຕີເມື່ອວັນທີ 12 ຕຸລາ ປີ 2002. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຮັບຟັງລາຍງານກ່ຽວກັບ ລັດຖະບານອອສເຕຣເລຍກະກຽມວັນຄົບຮອບ 20 ປີ ຂອງເຫດການລະເບີດຢູ່ໃນເກາະບາຫຼີ, ປະເທດອິນໂດເນເຊຍ

​ການ​ກໍ່​ໂທດ​ກຳ​ທີ່ເກາະບາຫຼີ ເມື່ອ 20 ປີທີ່ຜ່ານມາ ຄືການສູນເສຍຊີວິດຄັ້ງໃຫຍ່ທີ່ສຸດຂອງປະຊາຊົນຊາວອອສເຕຣເລຍ ທີ່ຖືກໂຈມຕີໂດຍພວກກໍ່ການຮ້າຍ.

ປະມານ 11 ໂມງແລງຕາມເວລາໃນທ້ອງຖິ່ນ ຂອງວັນທີ 12 ຕຸລາ ປີ 2002, ລະເບີດສາມໜ່ວຍ ໄດ້ແຕກຂຶ້ນຢູ່ທີ່ເກາະບາຫຼີ ປະເທດອິນໂດເນເຊຍ. ລະ​ເບີດສອງໜວຍ​ແຕກ​ຂຶ້ນຢູ່ບໍລິເວນ ທີ່ເປັນສະຖານທີ່ທີ່ນິຍົມກັນຫຼາຍ ຂອງບັນດານັກທ່ອງທ່ຽວເຊັ່ນ ຊາຣີ ຄ​ລັບ (Sari Club) ແລະແພັດດີ້ ບາ (Paddy’s Bar), ລະເບີດລູກທີສາມ ແຕກ​ຂຶ້ນຢູ່ຕໍ່ໜ້າສະຖານກົງສຸນອາເມຣິກາ.

ຜູ້ເຄາະຮ້າຍມາຈາກຫຼາຍກວ່າ 20 ປະເທດ, ລວມມີ ອິນໂດເນເຊຍ, ສະຫະລາດຊະອານາຈັກອັງກິດ, ສະຫະລັດ, ບຣາຊີລ, ເຢຍຣະມັນ ແລະ ນິວຊີແລນ. ອອສເຕຣເລຍປະສົບກັບການສູນເສຍຫຼາຍທີ່ສຸດໂດຍ​ມີຈໍານວນຜູ້ເສຍຊີວິດຮອດ 88 ຄົນ.

ແຟ້ມ-ໃນແຟ້ມຮູບທີ່ຖ່າຍເມື່ອວັນທີ 13 ຕຸລາ ປີ 2002 ນີ້, ນັກທ່ອງທ່ຽວທ້ອງຖິ່ນ ແລະນັກທ່ອງທ່ຽວຕ່າງປະເທດ ພາກັນຍົກຍ້າຍອອກຈາກສະຖານທີ່ເກີດເຫດລະເບີດ ໃນເກາະບາຫຼີ, ປະເທດອິນໂດເນເຊຍ.

ການໂຈມຕີດັ່ງກ່າວ ​ແມ່ນ​ກໍ່​ຂຶ້ນໂດຍອົງການຫົວຮຸນແຮງ ເຈມາ​ອາ ອິສລາມີຢາ (Jemaah Islamiyah), ເຊິ່ງເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍອາລ-ກາອີດາ.

ມີຫຼາຍກວ່າ 30 ຄົນຖືກຈັບ ສໍາລັບການມີສ່ວນພົວພັນກ່ຽວກັບກໍລະນີທີ່ເກີດຂຶ້ນ.

ແຟ້ມ-ຮູບພາບທີ່ສະແດງໃຫ້ເຫັນຫົວໜ້າຜູ້ບົງການ ໃນການກໍ່ການຮ້າຍຢູ່ຂົງເຂດເອເຊຍຕາເວັນອອກສຽງໃຕ້ ທ້າວຮໍາບາລີ, ໄດ້ຮັບການເປີດເຜີຍໂດຍຫ້ອງການຕໍາຫຼວດແຫ່ງຊາດຂອງອິນໂດເນເຊຍ, ໃນວັນທີ 21 ສິງຫາ 2003.

ຜູ້ຕ້ອງສົງໄສທີ່ເປັນຜູ້ບົງການ ທ້າວຮໍາບາລີ (Hambali) ເຊິ່ງຮູ້ໃນອີກຊື່ ເອັນເຊປ ເນີຈາມານ (Encep Nurjaman), ຖືກຄວບຄຸມໂຕຢູ່ໃນສະຖານທີ່ຄຸມຂັງຂອງສະຫະລັດ ທີ່ຕັ້ງຢູ່ອ່າວກວນຕານາໂມ (Guantanamo) ຂອງປະເທດຄິວບາ, ໂດຍໄດ້ຖືກກັກໂຕຕັ້ງແຕ່ປີ 2006, ແລະຜູ້ສົມຮູ້ຮ່ວມຄິດທີ່ສໍາຄັນອີກສາມຄົນຖືກກັກຂັງຢູ່ໃນປະເທດອິນໂດເນເຊຍເມື່ອເດືອນພະຈິກ ປີ 2008.

ຕໍ່ມາ, ປະຊາຊົນຊາວອອສເຕຣເລຍເກືອບ 200 ຄົນ ຈະໄດ້ຮັບການຮັບຮູ້ຢ່າງເປັນທາງການສໍາລັບຄວາມກ້າຫານ ແລະການຊ່ວຍເຫຼືອຂອງພວກເຂົາເຈົ້າ ທີ່ພວກເຂົາເຈົ້າໄດ້ມອບໃຫ້ ຫຼັງ​ຈາກທີ່ເກີດເຫດການລະເບີດໃນຄັ້ງນັ້ນ.

ທ່ານຣິກ ສມິດທ໌ (Ric Smith), ເຊິ່ງເປັນເອກອັກຄະລັດຖະທູດຂອງປະເທດ ອອສເຕຣເລຍປະຈໍາອິນໂດເນເຊຍໃນປີ 2002, ກ່າວຕໍ່ສະຖານີອອກອາກາດຂອງອອສເຕຣເລຍໃນວັນຈັນວານນີ້ວ່າ ການຮັບມືກັບເຫດການລະເບີດໃນຄັ້ງນັ້ນ ແມ່ນວີລະບູລຸດ, ເຊິ່ງທ່ານໄດ້ກ່າວວ່່າ:

“ຜູ້ຄົນພາກັນເຂົ້າໄປ ໃນສະຖານທີ່ທີ່ມີການລະເບີດ ແລະຊອກຫາເອົາຜູ້ຄົນ ແລະຊ່ວຍເອົາເພື່ອນໆອອກມາ, ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ທີ່ບໍ່ຮູ້ອອກມາເພື່ອຄວາມປອດໄພ, ຫາມພວກເຂົາເຈົ້າສົ່ງໄປໂຮງໝໍ, ຫາມພວກເຂົາເຈົ້າສົ່ງໄປ ຄລີນິກ, ຫາມພວກເຂົາເຈົ້າໄປຫ້ອງຮັບແຂກຂອງໂຮງແຮມທີ່ພວກເຂົາສາມາດເຂົ້າໄປໄດ້, ໃນມື້ນັ້ນ ພວກເຂົາຄືວີລະບູລຸດ.”

ລັດຖະມົນຕີກະຊວງການຕ່າງປະເທດຂອງອອສເຕຣເລຍ ທ່ານນາງເພັນນີ ວອງ (Penny Wong) ກ່າວຢູ່ໃນຖະແຫຼງການເມື່ອວັນທີ 27 ສິງຫາທີ່ຜ່ານມາວ່າ ການລະລຶກເຖິງວັນຄົບຮອບການລະເບີດ ຈະຕ້ອງ “ເປັນມື້ທີ່ເສົ້າໃຈສໍາລັບປະຊາຊົນຫຼາຍຄົນ ຢູ່ໃນອອສເຕຣເລຍ, ອິນໂດເນເຊຍ ແລະຢູ່ໃນທົ່ວໂລກ, ແລະຄວາມຊົງຈໍາຂອງພວກເຮົາແມ່ນຢູ່ກັບຜູ້ທີ່ລອດຊີວິດ, ຄອບຄົວ, ແລະຄົນທີ່ພວກເຂົາຮັກທັງຫຼາຍຂອງບັນດາຜູ້ເສຍຊີວິດເຫຼົ່ານັ້ນ.”

ສະມາຊິກສະພາສູງ ທ່ານນາງເພັນນີ ວອງ ຍັງໄດ້ຍ້ອງຍໍຄວາມພະຍາຍາມຂອງອິນໂດເນເຊຍ ແລະອອສເຕຣເລຍ ທີ່ຕໍ່ສູ້ກັບ “ໄພພິບັດຄວາມຮຸນແຮງ ຂອງລັດທິຫົວຮຸນແຮງຈັດ.”

ລັດຖະບານອອສເຕຣເລຍ ຈະຈັດງານລະລຶກ ຢູ່ທີ່ຫໍລັດຖະສະພາໃນນະຄອນ ຫຼວງແຄນເບີຣາ ໃນມື້ວັນຄົບຮອບທີ 12 ຕຸລານີ້.

ສໍາລັບພິທີລະລຶກວັນຄົບຮອບດັ່ງກ່າວ ຈະຍັງຄົງຖືກຈັດຂຶ້ນໃນມື້ດຽວກັນ ຢູ່ທີ່ສະຖານກົງສຸນໃຫຍ່ຂອງອອສເຕຣເລຍໃນເກາະບາຫຼີ, ປະເທດອິນໂດເນເຊຍ.

ອ່ານບົດລາຍງານນີ້ເປັນພາສາອັງກິດ