ນຍ ອອສເຕຣເລພ້ອມແລ້ວ ຈະປົກຄອງປະເທດຕໍ່ໄປ

  • ໄພສານ ວໍຣະຈັກ

ນາຍົກລັດຖະມົນຕີອອສເຕຣເລຍ ທ່ານນາງ Julia Gillard ກ່າວໃນວັນອັງຄານມື້ນີ້ວ່າ ພັກການເມືອງ ທີ່ເປັນກາງອຽງຊ້າຍຂອງທ່ານນາງ ພ້ອມແລ້ວທີ່ຈະ ປົກຄອງປະເທດລຸນຫຼັງທີ່ຍັງສາມາດຮັກສາສຽງສ່ວນ ຫຼາຍຂອງພັກ ດ້ວຍບ່ອນນັ່ງແຕ່ພຽງບ່ອນດຽວ ຢູ່ໃນ ສະພາ.

ທ່ານນາງ Gillard ກ່າວຕໍ່ພວກນັກຂ່າວວ່າ ເມື່ອພິຈາລະ ນາເບິ່ງ ການມີຄະແນນສຽງໃກ້ຄຽງກັນ ໃນການປ່ອນບັດ ແລ້ວທ່ານນາງເຊື່ອວ່າ ຊາວອອສເຕຣເລຍຕ້ອງການຢາກ ໃຫ້ລັດຖະບານ ຊອກຫາພື້ນຖານຮ່ວມກັນ​ ກັບ​ຝ່າຍ​ຄ້ານ ເພື່ອເຫັນແກ່ຜົນປະໂຫຍດແຫ່ງຊາດ.

ສອງສັບປະດາ ແຫ່ງຄວາມບໍ່ແນ່ນອນ ທາງດ້ານການເມືອງ ໃນອອສເຕຣເລຍ ໄດ້ສິ້ນສຸດ ລົງ ໃນວັນອັງຄານມື້ນີ້ ດ້ວຍການທີ່ ສະມາຊິກສະພາແຫ່ງຊາດ ທີ່ບໍ່ສັງກັດພັກ​ໃດ 2 ຄົນ ​ໃນ​ຈຳນວນ 3 ຄົນ ໄດ້ປະກາດ ໃຫ້ການສະໜັບສະໜຸນ ຕໍ່ນາຍົກລັດຖະມົນຕີ Gillard.

ສະມາຊິກສະພາທີ່​ເປັນອິດສະຫຼະທ່ານ Tony Windsor ແລະທ່ານ Robb Oakeshott ກ່າວວ່າ ພວກທ່ານ ຈະໃຫ້ການສະໜັບສະໜຸນ ຕໍ່ພັກແຮງງານ ທີ່ເປັນກາງອຽງຊ້າຍ. ໃນ ຕອນເຊົ້າມື້ນີ້ສະມາຊິກສະພາແຫ່ງຊາດທີ່ບໍ່ສັງກັດພັກ​ໃດອີກຄົນນຶ່ງ ຄືທ່ານ Bob Katter ໄດ້ປະກາດໃຫ້ການສະໜັບສະໜຸນ ຕໍ່ພັກເສລີນິຍົມຊຶ່ງເປັນພັກຝ່າຍຄ້ານຂອງອອສເຕຣເລຍ.