ອອສເຕຣເລຍ ປະກາດແຜນການເລັ່ງດ່ວນກ່ຽວກັບການຟື້ນຟູໂຄງການພະລັງງານທົດແທນຕ່າງໆໃນຈໍານວນຫຼາຍຕື້ໂດລາ ຢູ່ລັດວິກທໍເຣຍ ແລະເກາະທາສມາເນຍ, ລວມເຖິງໂຄງການທົ່ງກັງຫັນລົມຢູ່ນອກຊາຍຝັ່ງແລະການຕິດຕັ້ງ ສາຍສົ່ງໃຕ້ທະເລ. ປະເທດອອສເຕຣເລຍ ໄດ້ອອກກົດໝາຍເປັນຄັ້ງທໍາອິດກ່ຽວກັບເປົ້າໝາຍທີ່ຈະຕັດການປ່ອຍແກສເຮືອນແກ້ວລົງ ໂດຍມີເປົ້າໝາຍຫຼຸດການປ່ອຍທາດຄາບອນລົງ 43 ເປີເຊັນ ພາຍໃນປີ 2023. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຮັບຟັງລາຍງານກ່ຽວກັບ ເປົ້າໝາຍການຟື້ນຟູລະບົບພະລັງງານຄືນໃໝ່ຂອງປະເທດອອສເຕຣເລຍ
ລັດຖະບານເປັນກາງອຽງຊ້າຍຂອງອອສເຕຣເລຍກ່າວວ່າ ພະລັງງານທົດແທນ ຂອງພວກເຂົາເຈົ້າ ຈະຊ່ວຍ “ປັບປຸງການຕິດຕັ້ງສາຍສົ່ງໄຟຟ້າໃນທົ່ວປະເທດ.”
ຄໍາໝັ້ນສັນຍາດັ່ງກ່າວລວມມີ ການພັດທະນາແບບ “ຮີບດ່ວນ” ກ່ຽວກັບອຸດສາ ຫະກໍາລົມ ຢູ່ນອກຊາຍຝັ່ງຂອງລັດວິກທໍເລຍ. ການເຊື່ອມຕໍ່ລະບົບໄຟຟ້າ ລະ ຫວ່າງລັດວິກທໍເຣຍ ແລະລັດເພື່ອນບ້ານ ນິວ ເຊົາທ໌ ເວລ ກໍຈະໄດ້ຮັບການປັບປຸງໃໝ່ເຊັ່ນກັນ.
ລັດຖະບານກາງ ກໍຈະຊ່ວຍທຶນສໍາລັບສາຍສົ່ງເຊັ່ນກັນ ເຊິ່ງຮ້ອງວ່າ ໂຄງການເຊື່ອມຕໍ່ ມາຣີນັສ (Marinus), ເຊິ່ງເປັນການໃຊ້ພະລັງງານຮ່ວມກັນລະຫວ່າງລັດເກາະທັສມາເນຍ ແລະແຜ່ນດິນໃຫຍ່ອອສເຕຣເລຍ.
ການຜະລິດພະລັງງານ ຢູ່ໃນທັສມາເນຍ ແມ່ນດໍາເນີນການພາຍໃຕ້ພະລັງນໍ້າ, ເຊິ່ງຜະລິດພະລັງງານໄຟຟ້າໄດ້ປະມານ 80 ເປີເຊັນ.
ລັດຖະມົນຕີກະຊວງພະລັງງານ ແລະການປ່ຽນແປງທາງສະພາບອາກາດຂອງລັດຖະບານກາງ ທ່ານຄຣິສ ໂບເວັນ (Chris Bowen) ກ່າວກັບບັນດານັກຂ່າວໃນນະຄອນຫຼວງແຄນເບີຣາໃນວັນພຸດທີ່ຜ່ານມາວ່າ ລະບົບການເຊື່ອມໂຍງຂອງ Marinus ຈະຊ່ວຍຊຸກຍູ້ຄວາມເຊື່ອຖືທາງດ້ານພະລັງງານໄດ້, ເຊິ່ງທ່ານ ໂບເວັນ ກ່າວວ່າ:
“ທັສມາເນຍ, ເຊິ່ງໃນປັດຈຸບັນນີ້ ມີພະລັງງານທົດແທນ 100 ເປີເຊັນ, ນະບັດນີ້ ຈະມີໂອກາດເພີ້ມພະລັງງານທົດແທນຮອດ 200 ເປີເຊັນ, ແລະສາມາດແບ່ງປັນພະລັງງານທີ່ມີຢ່າງຫຼວງຫຼາຍນັ້ນໃຫ້ກັບແຜ່ນດິນໃຫຍ່, ເຊິ່ງມັນຈະເປັນຜົນດີສໍາລັບທັສມາເນຍ, ມີວຽກເຮັດງານທໍາຂຶ້ນຫຼາຍພັນວຽກ ແລະກໍເປັນສິ່ງທີ່ດີຕໍ່ແຜ່ນດິນໃຫຍ່ ເນື່ອງຈາກມັນໄດ້ຍົກລະດັບຄວາມໄວ້ໃຈດ້ານພະລັງງານຂອງພວກເຮົາໄດ້, ແລະແນ່ນອນ ມັນຍັງຊ່ວຍຫຼຸດການປ່ອຍແກັສເຮືອນແກ້ວ ນໍາອີກດ້ວຍ.”
ຖ່ານຫິນ ແລະອາຍແກັສ ຍັງຄົງຜະລິດໄຟຟ້າສ່ວນຫຼາຍຢູ່ໃນປະເທດອອສເຕຣເລຍ. ປະເທດທີ່ມີປະຊາກອນ 25 ລ້ານຄົນ ໄດ້ກາຍມາເປັນນຶ່ງ ໃນບັນດາປະ ເທດທີ່ປ່ອຍມົນລະພິດຕໍ່ຫົວຄົນທີ່ຫຼາຍທີ່ສຸດໃນໂລກ.
ແຕ່ມີການປ່ຽນແປງທີ່ປະຕິເສດບໍ່ໄດ້ ຈາກເຊື້ອໄຟຂອງຊາກສັດ ແລະຊາກພືດດຶກດໍາບັນ.
ພາກສ່ວນພະລັງງານໝຸນວຽນຂອງປະເທດອອສເຕຣເລຍກໍາລັງຂະຫຍາຍໂຕຂຶ້ນ. ຄິດເປັນຈໍານວນ 32.5 ເປີເຊັນ ຂອງການຜະລິດພະລັງງານໄຟຟ້າລວມທັງໝົດຂອງປະເທດໃນປີ 2021, ເຊິ່ງເພີ້ມຂຶ້ນເກືອບ 5 ເປີເຊັນທຽບໃສ່ປີ 2020, ອີງຕາມລາຍງານຈາກສະພາພະລັງງານສະອາດ, ເຊິ່ງເປັນອຸດສາຫະກໍາທີ່ບໍ່ຫວັງຜົນກໍາໄລ.
ພະລັງງານແສງຕາເວັນ ເປັນແຫຼ່ງພະລັງງານສີຂຽວທີ່ໃຫຍ່ທີ່ສຸດຂອງປະເທດ ອອສເຕຣເລຍ. ການລວມກັນຂອງພະລັງງານໝູນວຽນ ລວມເຖິງໂຮງໄຟຟ້າພະລັງນໍ້າຂະໜາດໃຫຍ່ ແລະທົ່ງກັງຫັນລົມ.
ໜ່ວຍງານຄົ້ນຄວ້າ CSIRO ຂອງລັດຖະບານກ່າວວ່າ ຄື້ນພະລັງງານສາມາດຊ່ວຍຍົກລະດັບຄວາມຕ້ອງການໄຟຟ້າຂອງອອສເຕຣເລຍໄດ້ຮອດ 11 ເປີເຊັນ, ເຊິ່ງຈະສະໜອງພະລັງງານພຽງພໍໃນໂຕເມືອງທີ່ມີຂະໜາດເທົ່າກັບນະຄອນເມລ ເບິນ ພາຍໃນປີ 2050 ນີ້.