ບັ້ງໄຟດອກໄດ້ສົ່ງແສງປະກາຍເຮືອງເຮື່ອຢູ່ໃນຕົວເມືອງຕ່າງໆ ຢູ່ທົ່ວໂລກໃນວັນອັງ
ຄານມື້ນີ້ ໃນຂະນະທີ່ຜູ້ຄົນທັງຫລາຍພາກັນສະຫລອງວັນເລີ້ມຕົ້ນຂອງປີ 2019 ນີ້.
ຫລາຍສິບພັນຄົນພາກັນໄປຊຸມນຸມກັນທີ່ຈະຕຸລັດໄທມສ໌ຫລື Times Square ໃນ
ນະຄອນນີວຢອກບ່ອນທີ່ການຢ່ອນໝາກບ້ານແກ້ວລົງຕາມປະເພນີມີຄວາມໝາຍ
ຫລາຍກວ່ານັ້ນອີກ ໃນປີນີ້ ໂດຍເປັນການສະແດງເຖິງ ຄວາມສຳຄັນຂອງວຽກສື່ສານ
ມວນຊົນ ແລະເສລີພາບໃນການປາກເວົ້າ.
ການຢ່ອນໝາກບ້ານແກ້ວລົງຕາມປະເພນີ ຊຶ່ງຫລາຍສິບພັນຄົນພາກັນໄປຊຸມນຸມກັນທີ່ຈະຕຸລັດໄທມສ໌ຫລື Times Square ໃນນະຄອນນີວຢອກ
ສິ່ງໃໝ່ອີກອັນນຶ່ງທີ່ບໍ່ເຄີຍມີມາກ່ອນກໍຄື ຕຳຫລວດໃນນະຄອນນີວຢອກ ໃຊ້ເຮືອບິນ
ບໍ່ມີຄົນຂັບ ເພື່ອກວດຕິດຕາມເບິ່ງຝູງຊົນຕ່າງໆ. ເຮືອບິນບໍ່ມີຄົນຂັບ ໄດ້ບັນຈຸກ້ອງ
ຖ່າຍວີດິໂອທີ່ຢູ່ນິ້ງໆ 1,200 ອັນ ຖືກໃຊ້ໂດຍຕຳຫລວດ.
ຢູ່ນະຄອນປາຣີນັ້ນ ພວກໄປສະຫລອງງານໄດ້ພາກັນເຕົ້າໂຮມກັນຢູ່ຕາມຖະໜົນຫລວງ
Champs-Elysees ເພື່ອເບິ່ງບັ້ງໄຟດອກພ້ອມທັງແສງໄຟເຮືອງເຮື່ອຢູ່ເທິງອານຸສາວະ
ລີ Arc de Triomphe ເຖິງແມ່ນວ່າ ຈະມີການປະທ້ວງຕ້ານລັດຖະບານ ຍັງດຳເນີນໄປ
ຢູ່ກໍຕາມ.
ໃນການກ່າວຄຳປາໄສຜ່ານທາງໂທລະພາບນັ້ນ, ທ່ານ ເອັມມານູແອລ ມາກຣົງ
(Emmanuel Macron)ຫ ປະທານາທິບໍດີຝຣັ່ງ ໄດ້ຮັບຮູ້ໃນວັນຈັນວານນີ້ວ່າລັດຖະ
ບານຝຣັ່ງ "ສາມາດເຮັດໄດ້ດີກວ່າຜ່ານມາ" ເພື່ອຊ່ວຍປະຊາຊົນໃນດ້ານເສດຖະກິດ.
ຢູ່ທາງນະຄອນເບີລິນນັ້ນ, ປະຊາຊົນຢູ່ທີ່ນັ້ນ ພ້ອມກັບພວກນັກທ່ອງທ່ຽວພາກັນມ່ວນຊື່ນ
ກັບການເບິ່ງງານສະແດງຄອນເສີດກາງແຈ້ງທີ່ໃຫຍ່ໂຕມະໂຫລານ ຢູ່ທີ່ປະຕູແບຣນເດັນ
ເບີກ (Brandenburg Gate) ໂດຍມີການຍິງບັ້ງໄຟດອກໃນຕອນທ່ຽງຄືນ.
ບັ້ງໄຟດອກໄດ້ຮຸ່ງສະຫວ່າງປະຈັກຕາ ຢູ່ໃນນະຄອນລອນດອນ ໃນໂອກາດຕ້ອນຮັບປີໃໝ່ 2019
ສ່ວນຊາວນະຄອນລອນດອນນັ້ນ ພາກັນຟັງສຽງດັງຂອງເຂັມໂມງໃຫຍ່ຕີ ເມື່ອມັນຮອດທ່ຽງຄືນດັ່ງທີ່ເຄີຍໄດ້ຍິນມາ ເຖິງແມ່ນວ່າໂມງທີ່ມີຊື່ສຽງໂດ່ງດັງໜ່ວຍ ນັ້ນ ກຳລັງຢູ່ໃນຊ່ວງສ້ອມແປງຄືນໃໝ່ ແລະຖືກປົດໄວ້ແລ້ວກໍຕາມ. ກົນໄກທາງດ້ານໄຟຟ້າ ທີ່ຖືກສ້າງຂຶ້ນແບບພິເສດນັ້ນ ແມ່ນໃຊ້ເພື່ອເຮັດໃຫ້ຄ້ອນຕີຢູ່ໃນໂມງມີພະລັງງານ. ພວກໄປສະຫລອງງານຢູ່ໃນນະຄອນລອນດອນ ຍັງເບິ່ງບັ້ງໄຟດອກ ທີ່ສົ່ງແສງສະຫວ່າງຢູ່ເທິງໜ້າແມ່ນ້ຳເທມສ໌ (Thames) ອີກດ້ວຍ.
ຣັດເຊຍເລີ້ມຕົ້ນປີໃໝ່ ໄປຕາມຂົງເຂດໂມງທີ່ຕ່າງກັນໂດຍໄດ້ເລີ້ມຂຶ້ນ ຢູ່ໃນເມືອງກາມຈັທກາ (Kamchatka) ຢູ່ເຂດຕາເວັນອອກໄກຂອງປະເທດ.
ມີການຍິງບັ້ງໄຟດອກຂຶ້ນເທິງຟ້າຢູ່ເຂດຈະຕຸລັດແດງຂອງມົສກູ ແລະການສະແດງຄອນເສີດ ພ້ອມທັງການໄຕ້ໄຟສະຫວ່າງສະໄຫວ ໄປທົ່ວສວນສາທາລະນະຕ່າງໆ ຂອງຕົວເມືອງນັ້ນ. ຍັງມີການເປີດລານຫລິ້ນສະເກັດນ້ຳແຂງ ຫລາຍກວ່າ 1,000 ແຫ່ງ ຢູ່ໃນນະຄອນຫລວງຂອງປະເທດດັ່ງກ່າວ ເພື່ອໃຫ້ຄົນໄປສະຫລອງກັນຢູ່ທີ່ນັ້ນ.
ໄຟແສງສີຕ່າງໆ ທີ່ສົ່ງແສງສະຫວ່າງຢູ່ເທິງຫໍ ເບີຈ ຄາລີຟາ (Burj Khalifa) ທີ່ສູງທີ່ສຸດຂອງໂລກ ຢູ່ນະຄອນດູບາຍ ໃນວັນສົ່ງທ້າຍປີເກົ່າ 2018 ແລະຕ້ອນຮັບປີໃໝ່
ພວກໄປສະຫລອງງານຢູ່ໃນນະຄອນດູບາຍ ພາກັນເບິ່ງບັ້ງໄຟດອກ ແລະໄຟແສງສີຕ່າງໆ ທີ່ສົ່ງແສງສະຫວ່າງຢູ່ເທິງຫໍ ເບີຈ ຄາລີຟາ (Burj Khalifa) ທີ່ສູງທີ່ສຸດຂອງໂລກ. ສ່ວນຢູ່ບ່ອນອື່ນ ໃນສະຫະລັດອາຣັບເອເມີເຣັສ ກໍມີການຍິງບັ້ງໄຟດອກ ຢ່າງສະຫວ່າງໄຫວ ຢູ່ເມືອງຣາຊ ອາລ-ຄາຍມາ (Ras al-Khaimah) ສູງເກືອບເຖິງ 12 ກິໂລແມັດ ໃນການພະຍາຍາມທີ່ຈະທຳສະຖິຕິໃໝ່ ທີ່ເປັນປະຫວັດການ ໃນປຶ້ມບັນທຶກສິ່ງເດັ່ນໆຂອງໂລກ ທີ່ເອີ້ນວ່າ Guinness World Record.
ສ່ວນຢູ່ໃນອອສເຕຣເລຍ ນິວຊີແລນ ແລະບັນດາປະເທດຕັ້ງຢູ່ແຄມມະຫາສະໝຸດປາຊີຟິກທີ່ຢູ່ໃກ້ຄຽງກັນນັ້ນ ເປັນປະເທດທີ່ສະຫລອງປີໃໝ່ 2019 ກ່ອນ ໝູ່ໝົດ ໂດຍມີການຍິງບັ້ງໄຟດອກ ແລະການສະຫລອງແບບອື່ນໆອີກ.
ຄົນພາກັນສະຫລອງປີໃໝ່ ຢູ່ນະຄອນຫລວງໂຊລຂອງເກົາຫລີໃຕ້