ອອສເຕຣເລຍ ມີຄໍາສັ່ງໃຫ້ກວດໂຄວິດ ສໍາລັບນັກທ່ອງທ່ຽວ ທີ່ເດີນທາງມາຈາກປະເທດຈີນ

  • ຟີລ ເມີຣເຊີ

ບັນດານັກທ່ອງທ່ຽວ ພາກັນໃສ່ໜ້າກາກ ຍ່າງຜ່ານເຂົ້າໄປໃນຊ່ອງທາງ ສໍາລັບສາຍການບິນຂາອອກສາກົນ ພ້ອມດ້ວຍກະເປົາເຄື່ອງຂອງພວກເຂົາເຈົ້າ ຢູ່ທີ່ເດີ່ນບິນໃນນະຄອນຫຼວງປັກກິ່ງ, ວັນທີ 29 ທັນວາ 2022.

ອອສເຕຣເລຍ ກ່າວວ່າ ການຂາດຂໍ້ມູນລາຍລະອຽດຈາກເຈົ້າໜ້າທີ່ ໃນນະຄອນຫຼວງປັກກິ່ງ ໄດ້ຜັກດັນໃຫ້ມີຄໍາສັ່ງອອກມາຕໍ່ການກວດກາໂຄວິດ-19 ສໍາລັບປະຊາຊົນທີ່ເດີນທາງມາຈາກປະເທດຈີນເພີ້ມຂຶ້ນ. ເນື່ອງການເພີ້ມ ຂຶ້ນຂອງຈໍານວນຜູ້ຕິດເຊື້ອຢູ່ໃນປະເທດຈີນ, ອອສເຕຣເລຍຈຶ່ງເຂົ້າຮ່ວມກັບ ບັນດາປະເທດ ສະຫະລັດ, ຍີ່ປຸ່ນ ແລະຝຣັ່ງ ສໍາລັບການສັ່ງໃຫ້ມີການກວດ ຫາໄວຣັສ ຕໍ່ຜູ້ທີ່ເດີນທາງມາຈາກປະເທດຈີນ. ຟີລ ເມີເຊີ ມີລາຍງານເລື້ອງ ນີ້ຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນ ດັບຕໍ່ໄປ.

Your browser doesn’t support HTML5

ເຊີນຮັບຟັງລາຍງານກ່ຽວກັບ ການມີຄໍາສັ່ງໃຫ້ກວດໂຄວິດກ່ອນອອກເດີນທາງມາອອສເຕຣເລຍ ສໍາລັບນັກທ່ອງທ່ຽວຈີນ.

ຈາກວັນພະຫັດທີ 5 ມັງກອນເປັນຕົ້ນໄປ, ຜູ້ໂດຍສານທີ່ພາກັນເດີນທາງມາ ຈາກປະເທດຈີນ ຈໍາເປັນຈະຕ້ອງຮັບການກວດໂຄວິດ-19 ພາຍໃນ 48 ຊົ່ວໂມງກ່ອນການເດີນທາງມາປະເທດອອສເຕຣເລຍ, ແລະຈະຕ້ອງສະແດງໃຫ້ ເຫັນວ່າຜົນກວດອອກມາເປັນລົບ.

ເຈົ້າໜ້າທີ່ໃນນະຄອນຫຼວງແຄນເບີຣາກ່າວວ່າ ມາດຕະການດັ່ງກ່າວນີ້ແມ່ນມີ ຄວາມໝາຍໃນການຕອບສະໜອງຕໍ່ຄື້ນຂອງຜູ້ຕິດເຊື້ອຢູ່ໃນປະເທດຈີນ, ແລະ “ຄວາມເປັນໄປໄດ້ຂອງໄວຣັສສາຍພັນໃໝ່ ທີ່ກໍາລັງລະບາດຢູ່ໃນປະເທດ ດັ່ງກ່າວ.”

ອອສເຕຣເລຍ ກໍາລັງດໍາເນີນການປະຕິບັດຄືກັບບັນດາປະເທດຕ່າງໆ ໃນການ ວາງກົດຂໍ້ບັງຄັບສໍາລັບນັກທ່ອງທ່ຽວທີ່ກໍາລັງເດີນທາງອອກຈາກປະເທດຈີນ. ໃນນັ້ນລວມມີ ປະເທດອິນເດຍ, ມາເລເຊຍ, ສະເປນ, ສະຫະລາດຊະອານາ ຈັກອັງກິດ ແລະສະຫະລັດ.

ລັດຖະບານແຄນເບີຣາກ່າວວ່າ ການຈັດການດັ່ງກ່າວເປັນການລະມັດລະວັງ ໄວ້ລ່ວງໜ້າ ແລະເປັນການປະຕິບັດຊົ່ວຄາວ.

ລັດຖະມົນຕີກະຊວງສາທາລະນະສຸກຂອງລັດຖະບານ ທ່ານມາກ ບັດເລີ (Mark Butler) ກ່າວກັບອົງການຂ່າວທ້ອງຖິ່ນໃນວັນຈັນວານນີ້ວ່າ ທ່ານມີ ຄວາມກັງວົນກ່ຽວກັບ “ການ​ຂາດ​ຂໍ້ມູນທີ່ກວ້າງ​ຂວາງ ກ່ຽວ​ກັບ ສະຖານະການ ໂຄວິດ-19 ຢູ່ໃນປະເທດຈີນ,” ໂດຍສະເພາະແມ່ນການຂາດຂໍ້ມູນກ່ຽວກັບ ການ​ລຽງ​ລຳ​ດັບຢີນຢູ່ໃນເຊລຂອງສິ່ງມີຊີວິດ ທີ່ຖືກແບ່ງປັນໂດຍເຈົ້າໜ້າທີ່ໃນ ນະຄອນຫຼວງ ປັກກິ່ງ.

ອອສເຕຣເລຍມີຄວາມເຊື່ອວ່າ ການແບ່ງປັນຂໍ້ມູນແມ່ນມີຄວາມຈໍາເປັນທີ່ສຸດ ຖ້າການປາກົດໂຕອອກມາຂອງໄວຣັສສາຍພັນໃໝ່ທີ່ຖືກພິສູດວ່າ ເປັນຊ່ວງໄລ ຍະເລີ້ມຕົ້ນ.

ທ່ານ ບັດເລີ ບອກກັບໂທ​ລະ​ພາບ ABC ຂອງອອສເຕຣເລຍໃນວັນຈັນວານ ນີ້ວ່າ ອອສເຕຣເລຍຢູ່ໃນບາດກ້າວອັນດຽວກັນກັບບັນດາປະເທດອື່ນໆ, ເຊິ່ງ ທ່ານໄດ້ກ່າວວ່າ:

“ບໍ່ມີຂໍ້ຈໍາກັດທີ່ເຂັ້ມງວດສໍາລັບການເດີນທາງມາຈາກປະເທດຈີນ. ທັງໝົດທີ່ ພວກເຮົາຂໍໃຫ້ປະຕິບັດກໍຄື ສົ່ງຜົນກວດໂຄວິດ-19 ກ່ອນອອກເດີນທາງມາໃຫ້ ພວກເຮົາ. ແຕ່ນີ້ແມ່ນມາດຕະການທີ່ຖ່ອມໂຕ ແລະສົມດຸນທີ່ສອດຄ່ອງກັບບັນ ດາປະເທດໃນອາເມຣິກາເໜືອ, ຢູໂຣບ ແລະເອເຊຍ. ເກືອບທຸກໆປະເທດທີ່ພວກເຮົາມັກຈະສົມທຽບກັບພວກເຮົາເອງແມ່ນໄດ້ປະຕິບັດຄ້າຍຄືກັບສິ່ງທີ່ພວກເຮົາໄດ້ດໍາເນີນການໄປແລ້ວ ຫຼືຄືກັບສິ່ງທີ່ພວກເຮົາໄດ້​ເຮັດໄປແລ້ວ, ແລະພວກເຮົາກໍມີຄວາມໝັ້ນໃຈໄດ້ວ່າ ພວກເຮົາຈະເຂົ້າເຖິງຂໍ້ມູນທີ່ອົງການອະນາໄມໂລກກ່ວາວ່າ ຍັງຂາດຢູ່ໃນປັດຈຸບັນນີ້.”

ທ່ານ ບັດເລີ ກ່າວວ່າ ທ່ານບໍ່ຮູ້ກ່ຽວ​ກັບການເຄື່ອນໄຫວໃດໆຈາກຈີນ ກ່ຽວກັບນະໂຍບາຍການ​ບັງ​ຄັບກວດໂຄວິດ ທີ່ຈະມີຜົນບັງຄັບໃຊ້ໃນວັນທີ 5 ມັງກອນນີ້.

ໂຄວິດ-19, ກ່ອນ​ໜ້ານີ້​ໄດ້​ເປັນ​ແຫຼ່ງ​ທີ່​ມາ​ຂອງ​ຄວາມ​ຂັດ​ແຍ້ງກັນລະຫວ່າງ ອອສເຕຣເລຍ ແລະ ຈີນ. ໃນປີ 2020, ອະດີດນາຍົກລັດຖະມົນຕີທີ່​ມີ​ແນວ​ທາງກາງອຽງຂວາຂອງອອສເຕຣເລຍ ທ່ານ ສກັອດ ມໍຣີຊັນ (Scott Morrison) ໄດ້ຮຽກຮ້ອງໃຫ້ມີການກວດກາຈຸດກໍາເນີດຂອງໄວຣັສທີ່ຖືກກວດ ພົບຄັ້ງທໍາອິດໃນປະເທດຈີນ.

ການຮຽກຮ້ອງດັ່ງກ່າວ ໄດ້ສ້າງຄວາມບໍ່ພໍໃຈທີ່ສຸດໃຫ້ລັດຖະບານປັກກິ່ງ, ແລະໄດ້ເຮັດໃຫ້ຄວາມສໍາພັນຂອງລັດຖະບານທັງສອງປະເທດຊຸດໂຊມລົງ. ພ້ອມກັນນັ້ນ ຍັງມີຄວາມບໍ່ເຫັນດີກ່ຽວກັບທ່າທີຂອງ ຈີນ ທີ່ມີຕໍ່ໄຕ້ຫວັນ, ເຊິ່ງຈີນອ້າງວ່າ ເປັນດິນແດນຂອງປະເທດຕົນ. ແລະຄວາມເຄັ່ງຕຶງທາງທະຫານທີ່ເພີ້ມຂຶ້ນຢູ່ໃນຂົງເຂດທະເລຈີນໃຕ້ ສໍາລັບການອ້າງສິດທາງອໍານາດຂອງລັດຖະບານຈີນ. ອອສເຕຣເລຍ ຍັງໄດ້ວິຈານກ່ຽວກັບລາຍງານທາງດ້ານສິດທິມະນຸດຂອງຈີນ, ລວມທັງການປາບປາມການປະທ້ວງເພື່ອປະຊາທິປະໄຕຢູ່ໃນຮົງກົງ ແລະ ການລ່ວງ​ລະ​ເມີດ​ຊົນເຜົ່າກຸ່ມນ້ອຍມຸສລິມ ວີເກີ ຢູ່ໃນປະເທດຈີນ.

ມີການວາງຂໍ້ຈໍາກັດຕ່າງໆກ່ຽວກັບສິນຄ້າອອສເຕຣເລຍ ໂດຍລັດຖະບານຈີນ, ເຊິ່ງລວມມີ ຖ່ານຫີນ, ເຫຼົ້າວາຍ ແລະເຂົ້າບາເລ່. ປັກກິ່ງໄດ້ຖືກກ່າວຫາ ກ່ຽວ​ກັບການບີບບັງຄັບທາງດ້ານເສດຖະກິດ, ໃນຂະນະທີ່ຈີນກໍ່ກ່າວຕອບໂຕ້ ອອສເຕຣເລຍວ່າ “ເປັນໂລກປະສາດທີ່ຕໍ່ຕ້ານຈີນ.”

ຄວາມສໍາພັນທາງການທູດເບິ່ງຄືວ່າມີທ່າທາງທີ່ກໍາລັງປັບປຸງໃຫ້ດີຂຶ້ນ ນັບຕັ້ງ ແຕ່ການເລືອກຕັ້ງໃນເດືອນພຶດສະພາຂອງລັດຖະບານກາງອຽງຊ້າຍໃນແຄນເບີຣາ, ໂດຍການປະຊຸມລະດັບສູງຫຼາຍຄັ້ງຂອງບັນດາເຈົ້າໜ້າທີ່ລັດ​ຖະ​ບານ ອາວຸໂສ.

ນາຍົກລັດຖະມົນຕີ ທ່ານແອນໂທນີ ອາລບານີສ ກ່າວໃນເດືອນທັນວາທີ່ຜ່ານ ມາວ່າ ໃນຂະນະທີ່ອອສເຕຣເລຍກໍາລັງພະຍາຍາມຊອກຫາການສ້າງ​ຄວາມ​ໝັ້ນ​ຄົງ ແລະການ​ຮ່ວມ​ມືກັບລັດຖະບານຈີນ ເຊິ່ງເປັນຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງພວກເຂົາເຈົ້ານັ້ນ, ມັນກໍຍັງຈະມີຄວາມຂັດແຍ້ງກັນຢູ່.

ຂໍ້ມູນຫຼ້າສຸດຂອງລັດຖະບານ ສະແດງໃຫ້ເຫັນລາຍງານກ່ຽວກັບຜູ້ຕິດເຊື້ອໂຄວິດ-19 ຢູ່ອອສເຕຣເລຍໃນແຕ່ລະອາທິດປະມານ 15,000 ຄົນ.

ອ່ານບົດລາຍງານນີ້ເປັນພາສາອັງກິດ