ອອສເຕຣເລຍກໍາລັງສົ່ງກອງທະຫານ ແລະເຮືອບິນໄປທີ່ນະຄອນຫລວງກາບູລ ເພື່ອພາລະກິດໜ້າທີ່ກູ້ໄພ ໃນການຍົກຍ້າຍພົນລະເມືອງຂອງຕົນ ແລະປະຊາຊົນຊາວອັຟການິສຖານ ຜູ້ທີ່ເຄີຍເຮັດວຽກ ຄຽງບ່າຄຽງໄຫລ່ ກັບກອງທັບ ອອສເຕຣເລຍໃນຊ່ວງສົງຄາມທີ່ຍາວນານຫລາຍທົດສະວັດ. ຟິວ ເມີເຊີ ມີລາຍງານຈາກນະຄອນຊິດນີ ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານ ອອສເຕຣເລຍຍອມຮັບວ່າ ການຊ່ວຍເຫລືອບໍ່ສາມາດບັນໄດ້ດັ່ງທີ່ຄວນຈະເປັນ
ປະມານ 600 ຄົນ ຈະຖືກສົ່ງໂດຍທາງເຮືອບິນ ອອກຈາກນະຄອນຫລວງກາບູລ ຖ້າພະລະກິດກູ້ໄພຂອງປະເທດອອສເຕຣເລຍເປັນໄປຕາມແຜນທີ່ວາງໄວ້, ລວມເຖິງພະນັກງານໃນທ້ອງຖິ່ນອີກ 400 ຄົນ. ໃນລາຍງານໃນມື້ວັນພຸດມື້ນີ້ໄດ້ລະບຸວ່າ ເຮືອບິນຂົນສົ່ງທາງທະຫານຂອງອອສເຕຣເລຍໄດ້ລົງຈອດໃນນະຄອນຫລວງກາບູລ ແລະຈະອອກເດີນທາງຕໍ່ໄປທີ່ຖານທັບໃນຕາເວັນອອກກາງ.
ເຖິງຢ່າງໃດກໍ່ຕາມ, ນາຍົກລັດຖະມົນຕີອອສເຕຣເລຍ ທ່ານສກັອທ ມໍໍຣິຊັນ ຍອມຮັບວ່າ ແຄນເບີຣາ (Canberra) ອາດຈະບໍ່ສາມາດຊ່ວຍຊາວອັຟການິສຖານທຸກຄົນທີ່ເຄີຍເຮັດວຽກນໍາ ແລະສະໜັບສະໜຸນກອງກໍາລັງທະຫານອອສເຕຣເລຍໄດ້, ຫລັງຈາກການກັບຄືນມາມີອໍານາດຂອງກຸ່ມຕາລິບານ.
“ຂ້າພະເຈົ້າຢາກໃຫ້ພວກທ່ານຮູ້ວ່າພວກເຮົາຈະພະຍາຍາມເຮັດທຸກວິທີທາງເພື່ອໃຫ້ທຸກໆຄົນທີ່ເຄີຍຢືນຄຽງຂ້າງກັບພວກເຮົາ ດັ່ງທີ່ພວກເຮົາມີໃນທຸກວັນນີ້. ແຕ່ຂ້າພະເຈົ້າຕ້ອງໄດ້ເວົ້າຢ່າງເປີດເຜີຍ ກັບບັນດາທະຫານຜ່ານເສິກທັງຫລາຍວ່າ ເຖິງແມ່ນວ່າ ພວກເຮົາຈະພະຍາຍາມຢ່າງເຕັມທີ່ ຂ້າພະເຈົ້າຮູ້ດີວ່າການຊ່ວຍ ເຫຼືອນັ້ນ ບໍ່ສາມາດບັນລຸໄດ້ທັງໝົດດັ່ງທີ່ຄວນເປັນ. ເຫດການທີ່ເກີດຂຶ້ນໃນພາກພື້ນດິນ ມັນເກີດຂຶ້ນກະທັນຫັນເກີນຄວາມພະຍາຍາມຕ່າງໆ, ພວກເຮົາຫວັງວ່າ ມັນຈະມີການປ່ຽນແປງ.”
ເຈົ້າໜ້າທີ່ໃນແຄນເບີຣາ ໄດ້ກ່າວວ່າ ພວກເຂົາເຈົ້າກໍາລັງພິຈາລະນາສະເໜີວີຊາເພື່ອມະນຸດສະທໍາໃຫ້ກັບບັນດາແມ່ຍິງທີ່ມີຊື່ສຽງ ແລະປະຊາຊົນຊາວອັຟການິສຖານທີ່ມີຄວາມກັງວົນເຖິງຄວາມປອດໄພຂອງພວກເຂົາເຈົ້າ ແລະອາດຈະມອງວ່າ ປະເທດອອສເຕຣເລຍຄືບ່ອນຫລົບໄພທີ່ປອດໄພສໍາລັບພວກເຂົາເຈົ້າ.
ທ່ານຣາຊ ໂມຮໍາມັດ (Raz Mohammad) ອະດີດນາຍພາສາຊາວອັຟການິສຖານໄດ້ກ່າວຢູ່ໃນເມືອງ ອະເດລເລດ (Adelaide) ທາງພາກໃຕ້ຂອງອອສເຕຣເລຍວ່າ ມີຄວາມຈຳເປັນຕ້ອງໄດ້ເອົາມາດຕະການຊ່ວຍເຫລືອຢ່າງຮີບດ່ວນສໍາລັບຜູ້ທີ່ຍັງຕົກຄ້າງ ຢູ່ໃນອັຟການິສຖານ.
“ມັນເປັນເລື້ອງສໍາຄັນຂອງເວລາທີ່ເຮົາຈະໄດ້ອອກຂ່າວວ່າ ຈະມີການສັງຫານໝູ່ເກີດຂຶ້ນຢູ່ທີ່ນີ້. ປະເທດອອສເຕຣເລຍຕ້ອງເພີ້ມການອອກວີຊາ ເພື່ອມະນຸດສະທໍາເໝືອນດັ່ງສະຫະລັດ, ການາດາ ແລະບັນດາປະເທດຢູໂຣບຕ່າງໆ ທີ່ໄດ້ປະ ກາດໄປແລ້ວນັ້ນ.”
ເຈົ້າໜ້າທີ່ກວດຄົນເຂົ້າເມືອງໃນແຄນເບີຣາ ຍັງໄດ້ກ່າວດ້ວຍວ່າ ປະຊາຊົນຊາວ ອັຟການິສຖານໃນອອສເຕຣເລຍ ຈະບໍ່ຖືກບັງຄັບໃຫ້ກັບຄືນໄປປະເທດ ເມື່ອວີຊາຊົ່ວຄາວຂອງພວກເຂົາເຈົ້າໝົດອາຍຸລົງ ອັນເນື່ອງມາຈາກສະຖານະການທີ່ຍັງບໍ່ແນ່ນອນພາຍໃນປະເທດ.
ຫົວໜ້າພັກແຮງງານ ຊຶ່ງເປັນພັກຝ່າຍຄ້ານຂອງອອສເຕຣເລຍ ທ່ານແອນໂທນີ ເອລບານີສ (Anthony Albanese) ກ່າວວ່າ ພວກເຂົາເຈົ້າຄວນໄດ້ຮັບອະນຸ ຍາດໃຫ້ຢູ່ໃນອອສເຕຣເລຍຢ່າງຖາວອນ.
“ພວກເຮົາຈໍາເປັນຕ້ອງໄດ້ໃຫ້ຄວາມໝັ້ນໃຈທີ່ເຂົາເຈົ້າຈະໄດ້ຮັບສັນຊາດອອສເຕຣເລຍຢ່າງເປັນການຖາວອນ.”
ອອສເຕຣເລຍໄດ້ໃຫ້ນາຍພາສາ ແລະພະນັກງານອື່ນໆທັງໝົດຫຼາຍກວ່າ 1,800 ຄົນ ເຂົ້າມາຕັ້ງຖິ່ນຖານໃໝ່ ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ.
ໃນເດືອນພະຈິກປີ 2001, ອອສເຕຣເລຍໄດ້ເຂົ້າຮ່ວມກັບສະຫະລັດ ແລະພັນ ທະມິດ ເພື່ອຂັບໄລ່ກຸ່ມຕາລິບານອອກຈາກອໍານາດໃນອັຟການິສຖານ.
ທະຫານອອສເຕຣເລຍຫລາຍກວ່າ 26,000 ຄົນ ໄດ້ເຂົ້າຮັບໃຊ້ໜ້າທີ່ໃນການປະຕິບັດພາລະກິດ ໃນບັນຫາຂັດແຍ້ງທີ່ຍືດເຍື້ອຍາວນານນີ້ ແລະມີທະຫານເສຍຊີວິດ 41 ຄົນ.
ນີ້ເປັນສົງຄາມທີ່ຍາວທີ່ສຸດ ຂອງປະເທດອອສເຕຣເລຍ.