ອອສເຕຣເລຍ ຈະຕັດການຊ່ວຍເຫລືອໂດຍກົງ ແກ່ຈີນແລະອິນເດຍ

  • ທອງປານ ເທບວົງສາ

ການຈູດບັ້ງໄຟດອກສະຫລອງວັນຂຶ້ນປີໃໝ່ສາກົນ ຢູ່ເໜືອອ່າວຊິດນີ ທີ່ນະຄອນຊິດນີ ປະເທດອອສເຕຣເລຍ. (AP Image)

ລັດຖະບານອອສເຕຣເລຍກ່າວວ່າ ຕົນກໍາລັງມີແຜນການ ຈະຕັດການຊ່ວຍເຫລືອໂດຍກົງ​ ໃຫ້​ແກ່ຈີນແລະອິນເດຍນັ້ນ ​ອອກເທື່ອ​ລະ​ຂັ້ນ ອັນເປັນພາກສ່ວນນຶ່ງຂອງການປະຕິຮູບ ຢ່າງກວ້າງຂວາງ ງົບປະມານການຊ່ວຍເຫລືອຕ່າງປະເທດຂອງອອສເຕຣເລຍນັ້ນ. ນອກ ນີ້ແລ້ວ ທ່ານ Kevin Rudd ລັດຖະມົນຕີຕ່າງປະເທດຂອງອອສເຕຣເລຍຍັງຕ້ອງການ ໃຫ້ພວກອົງການຕ່າງໆທີ່ບໍ່ຂຶ້ນກັບລັດຖະບານນັ້ນ ມີບົດບາດຢ່າງແຂງຂັນເພີ່ມຂື້ນໃນດ້ານ ໂຄງການຊ່ວຍເຫລືອຕ່າງປະ​ເທດນັ້ນ. ທອງປານມີເລຶ່ອງນີ້ມາສະເໜີທ່ານ .

ອອສເຕຣເລຍໃຊ້ຈ່າຍເງິນປະມານ 5 ພັນລ້ານໂດລາ ສໍາລັບການຊ່ວຍເຫລືອຕ່າງປະເທດ ໃນແຕ່ລະປີ. ຕົວເລກດັ່ງກ່າວຄາດວ່າຈະເພີ່ມຂຶ້ນ​ເປັນ 8 ພັນ ລ້ານໂດລາພາຍໃນປີ 2016 ຊຶ່ງ​ເທົ່າ​ກັບເຄິ່ງເປີເຊັນຂອງ ລາຍໄດ້ຂອງຊາດ.

ໃນການກ່າວປ້ອງກັນການເພີ່ມງົບປະມານການຊ່ວຍເຫລືອຕ່າງປະເທດຂຶ້ນນັ້ນ ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ​ເຄວິນ ຣັດ(Kevin Rudd) ກ່າວວ່າ ມັນບໍ່​ແມ່ນທໍາມະຊາດຂອງອອສ ເຕຣເລຍ ທີ່ຈະບໍ່ເດືອດບໍ່ຮ້ອນຫລື​ບໍ່ເອົາ​ຫົວຊາ​ຕໍ່​ ຄວາມ​ລໍາບາກ​ຍາກ​ແຄ້ນຂອງຄົນອື່ນໆ.

ແຕ່ແນວໃດກໍດີ ໄດ້ມີການກ່າວຫາວ່າ ມີການສໍ້ໂກງຢ່າງ​ແຜ່​ຫລາຍຢູ່ໃນລະບົບການຊ່ວຍ ເຫລືອຕ່າງປະເທດນັ້ນ ເຖິງແມ່ນ​ໂຕ​ເລກຄິດໄລ່ຂອງລັດຖະບານຈະ​ຊີ້​ບອກວ່າ ເງິນທຸກໆ 1,000 ໂດລາທີ່ໃຊ້ຈ່າຍເພື່ອການຊ່ວຍເຫລືອນັ້ນ ມີພຽງ 21 ເຊັນເທົ່ານັ້ນທີ່ຖືກຍັກຍອກ.

ລັດຖະມົນຕີຕ່າງປະເທດອອສເຕຣເລຍ ທ່ານ ເຄວີນ ຣັດ(ຂວາ) ຈັບມືກັບລັດ ຖະມົນຕີຕ່າງປະເທດອິນເດຍ ທ່ານ ແອສ ແອັມ ກຣິສນາ ຫລັງຈາກກອງ ປະຊຸມໃຫ້ສໍາພາດຂ່າວຮ່ວມກັນ ທີ່ ນະຄອນແມລເບີນ, ອອສເຕຣເລຍ, ວັນທີ 20 ມັງກອນ 2011.

ລັດຖະມົນຕີຕ່າງປະເທດ ​ເຄວິນ ຣັດ ກ່າວ
ວ່າຈະມີການ​ດໍາ​ເນີນຄວາມພະຍາຍາມໃໝ່
ເພື່ອປັບປຸງຄວາມໂປ່ງໃສໃນງົບປະມານ
ແລະການບໍລິຫານ​ທຸກໆໂຄງການຊ່ວຍ
ເຫລືອ ພ້ອມທັງມີການກວດສອບ ໂດຍ ຄະນະກໍາມະການອິດສະຫລະນັ້ນນໍາ.

ທ່ານ Rudd ກ່າວຕໍ່ໄປວ່າ ການປ່ຽນແປງ ຄັ້ງໃຫຍ່ທີ່ສຸດນັ້ນ ກໍຄືຈະຍຸຕິການຊ່ວຍ ເຫລືອດ້ານການເງິນໂດຍກົງ ແກ່ຈີນ ແລະ ອິນເດຍ. ທ່ານຣັດກ່າວ​ວ່າ

“ປະເທດເຫລົ່ານີ້ ຕາມ​ລໍາພັງ​ເຂົາ​ເຈົ້າ​ເອງ​
ກໍແມ່ນ​ເປັນເສດຖະກິດທີ່​ໃຫຍ່ແລະສໍາຄັນ
ຢູ່​ແລ້ວ ຊຶ່ງປະເທດນຶ່ງມີເສດຖະກິດທີ່ໃຫຍ່
ອັນດັບສອງໃນໂລກ ສ່ວນອີກປະເທດນຶ່ງ ກໍເປັນປະເທດທີ່ມີເສດຖະກິດໃຫຍ່ອັນດັບຫົກ
ໃນໂລກ. ຖ້າຫາກພວກເຮົາສືບຕໍ່ສະໜັບສະໜຸນໂຄງການຕ່າງໆຢູ່ພາຍໃນປະເທດເຫລົ່າ
ນີ້ແລ້ວ ພວກເຮົາກໍແມ່ນຈະອາໃສກາງຕໍ່ກົນໄກແບບມີຫລາຍຝ່າຍເປັນຫລັກ.”

ຕໍ່​ໄປນີ້ ອອສເຕຣເລຍຈະສຸມເງິນໃຊ້ຈ່າຍ​ປະມານ 75 ເປີເຊັນຂອງງົບປະມານການຊ່ວຍ
​ເຫລືອຕ່າງປະ​ເທດ​ຂອງ​ຕົນທັງ​ໝົດ ໃສ່ໂຄງການຕ່າງໆໃນຂົງເຂດເອເຊຍຕາເວັນອອກ
ສຽງ​ໃຕ້ ແລະໝູ່ເກາະ​ໃນ​ເຂດ​ມະຫາ​ສະມຸດ​ປາຊີຟິກ.

ກຸ່ມປະ​ເທດທີ່ເອີ້ນກັນວ່າ ພວກປະເທດເພື່ອນບ້ານທີ່ອ່ອນ​ແອແຕກຫັກໄດ້ງ່າຍຂອງອອສ ເຕຣເລຍ ຊຶ່ງໄດ້ແກ່ ຕີ​ມໍ​ແລ​ສ​ເຕ ຫລືຕີມໍຕາເວັນອອກ ອິນໂດເນເຊຍ ເກາະໂຊໂລມອນ ແລະ ປາປົວ ນີວກິນີ ນັ້ນ ແມ່ນຍັງຈະນອນຢູ່​ໃນຈຸດໃຈກາງຂອງການ​ດໍາ​ເນີນຄວາມພະຍາ ຍາມຢູ່​ໃນຕ່າງປະເທດຂອງ​ແຄນ​ເບີຣາ ເພື່ອຊຸກຍູ້ສົ່ງເສີມຄວາມ​ສະ​ເໝີ​ພາບ​ລະຫວ່າງເພດ ພ້ອມທັງການຊ່ວຍເຫລືອດ້ານມະນຸດສະທໍາແລະການ​ຊ່ວຍ​ເຫລືອສຸກເສີນຕ່າງໆ.

ປະມານ 11 ເປີເຊັນຂອງງົບປະມານການຊ່ວຍເຫລືອ ຈະສະໜອງທຶນໃຫ້ແກ່ໂຄງການ
ຊ່ວຍເຫລືອຕ່າງໆ ໃນຂົງເຂດອາຟຣິກາແລະຕາເວັນອອກກາງ.

ນອກ​ນັ້ນ ລັດຖະມົນຕີ​ຕ່າງປະ​ເທດ Rudd ຍັງຕ້ອງການຢາກໃຫ້ວົງການການກຸສົນ ແລະ ພວກອົງການບັນເທົາຕ່າງໆທີ່ບໍ່ຂຶ້ນກັບລັດຖະບານນັ້ນ ເຂົ້າມາມີບົດບາດໃຫຍ່ກວ່າເກົ່າ ໃນ ການລົດຜ່ອນຄວາມທຸກຈົນຢູ່ໃນຕ່າງປະເທດລົງ. ພວກວົງການການກຸສົນ ແລະພວກຝ່າຍ
ຄ້ານທີ່ນິຍົມ​ແນວທາງ​ເດີມນັ້ນ ​ໄດ້​ພາກັນ​ສະ​ແດງ​ຄວາມຍິນດີຢ່າງກວ້າງຂວາງ ນໍາການທົບ
​ທວນ​ເບິ່ງ​ແລະ​ປະຕິ​ຮູບການຊ່ວຍເຫລືອດັ່ງກ່າວ ຊຶ່ງພວກເຂົາເຈົ້າເວົ້າວ່າເປັນການສະແດງ
ອອກເຖິງນໍ້າໃຈ​ເອື້ອ​ເຟື້ອເຜື່ອແຜ່ຂອງອອສເຕຣເລຍ ໃນການຊ່ວຍເຫລືອຊີວິດປະຊາຊົນຢູ່
ໃນພວກປະເທດທີ່ຍາກຈົນກວ່າຕົນນັ້ນ.