ອອສເຕຣເລຍເກັບພາສີ ປົວແປງຜົນກະທົບ ຈາກໄພນໍ້າຖວ້ມ

  • ໄພສານ ວໍຣະຈັກ

ຜູ້ຊາຍຄົນນຶ່ງ ຢຶນເບິ່ງລົດ ທີ່ຈອດໃນຖະໜົນທີ່ຖືກນໍ້າຖ້ວມ ຢູ່ເຂດ Breakfast Creek ຊານເມືອງຂອງນະຄອນ Brisbane (12 ມັງກອນ 2011)

ນາຍົກລັດຖະມົນຕີອອສເຕຣເລຍທ່ານນາງ Julia Gillard
ໄດ້ປະກາດກ່ຽວກັບການເກັບພາສີໃໝ່ເພື່ອ​ເອົາ​ໄປ​ເປັນ​ທຶນ
ຊ່ອຍ​ໃນການບູລະນະສ້າງສາປະເທດຊາດຈາກໄພນໍ້າຖ້ວມ
ຮ້າຍແຮງນັ້ນ ໃນການເຄື່ອນໄຫວທີ່ຈະເປັນການທົດສອບ
ຄວາມໝັ້ນຄົງຂອງ​ພັກຂອງທ່ານນາງ ໃນຖານະເປັນ​ພັກ​ທີ່
ມີສຽງສ່ວນຫຼາຍ ແຕ່ພຽງໜ້ອຍດຽວເທົ່ານັ້ນ ຢູ່ໃນສະພາ
ແຫ່ງຊາດ.

ທ່ານນາງ Gillard ກ່າວໃນວັນພະຫັດມື້ນີ້ວ່າ ທ່ານນາງບໍ່
ມີຄວາມສົງໄສໃດໆເລີຍວ່າ ຊາວອອສເຕຣເລຍສ່ວນໃຫຍ່
ແມ່ນພ້ອມແລ້ວທີ່ຈະໃຫ້ເງິນຊ່ອຍເຫຼືອ ໃນການດຳເນີນຄວາມພະຍາຍາມ ເພື່ອບູລະນະ
ສ້າງສາປະເທດຊາດຄືນໃໝ່ ຊຶ່ງຄາດວ່າລັດຖະບານຕ້ອງໄດ້ໃຊ້ຈ່າຍເງິນຫຼາຍກວ່າ 5 ພັນ
ລ້ານໂດລານັ້ນ. ການເກັບພາສີລາຍໄດ ້ເປັນເວລານຶ່ງປີທີ່ວ່ານີ້ຈະມີຜົນບັງຄັບ ສະເພາະ
ແຕ່ພວກທີ່ມີລາຍໄດ້ຫຼາຍກວ່າ 50,000 ໂດລາຕໍ່ປີທໍ່ນັ້ນ.

ແຕ່ແນວໃດກໍຕາມ ມາດຕະການດັ່ງກ່າວ ຈຳເປັນຈະຕ້ອງໄດ້ຮັບການອະນຸມັດ ຈາກສະພາ
ແຫ່ງຊາດ ບ່ອນທີ່ພັກແຮງງານຂອງທ່ານນາງ Gillard ຕ້ອງໄດ້ຮັບການສະໜັບສະໜຸນ ຈາກສະມາຊິກນິຍົມແນວທາງເດີມຫົວອິດສະຫຼະ 3 ຄົນ ແລະສະມາຊິກຄົນນຶ່ງ ຈາກພັກນິ
ຍົມສະພາບແວດລ້ອມ Green Party ທີ່ອຽງຊ້າຍນັ້ນ ຈຶ່ງຈະຢູ່ລອດໄດ້.