ການຄວບຄຸມ COVID-19 ທີ່ເຄັ່ງຄັດໃນປະເທດ ອອສເຕຣເລຍ ແມ່ນກຳລັງແບ່ງແຍກຄອບຄົວ ຂອງກຳມະກອນຍົກຍ້າຍຖິ່ນຖານທັງຫຼາຍ ຜູ້ທີ່ຕິດຄ້າງຢູ່ຕ່າງປະເທດນັບຕັ້ງແຕ່ເຂດຊາຍແດນສາ ກົນຂອງເຂົາເຈົ້າໄດ້ ຖືກປິດ. ຜູ້ຖືວີຊາຊົ່ວຄາວບໍ່ມີສິດທິຄືກັບປະຊາຊົນ ອອສເຕຣເລສ ທີ່ຈະເດີນ ທາງກັບປະເທດດັ່ງກ່າວ ໃນລະຫວ່າງໂຣກລະບາດ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຟັງລາຍງານ ການປິດເຂດຊາຍແດນຍ້ອນ COVID-19 ຂອງ ອອສເຕຣເລຍ ເຮັດໃຫ້ກຳມະກອນ ຍົກຍ້າຍຖິ່ນຖານ ແຍກຈາກຄອບຄົວ
(ເພງ ຜູ້ຍົກຍ້າຍຖິ່ນຖານໃນ ເຟສບຸກ)
“ສໂກໂມ ບໍ່ໃຫ້ພວກເຮົາກັບບ້ານ ແລະ ເຂົາເຈົ້າເວົ້າວ່າ ເຂົາເຈົ້າບໍ່ຮູ້ວ່າ ມັນຈະໃຊ້ເວລາດົນປານໃດ ກ່ອນທີ່ພວກເຮົາຈະໄປຮອດ.”
ເພງສຳລັບ ສໂກໂມ, ເປັນຖ້ອຍຄຳທີ່ທ້າວ ສກັອດ ມໍຣິສສັນ ມັກຈະໄດ້ຍິນ ຈາກຊາວ ອາເມຣິກັນ ທີ່ຖືກວີຊາຊົ່ວຄາວ. ນາຍົກລັດຖະມົນຕີ ອອສເຕຣເລຍ ໄດ້ຖືກຮຽກຮ້ອງໃຫ້ອະນຸຍາດກຳມະກອນຍົກຍ້າຍຖິ່ນຖານທີ່ຕິດຄ້າງຢູ່ທະເລ ກັບຄືນໄປເຮັດວຽກ, ບ້ານ ແລະ ຄອບຄົວຂອງເຂົາເຈົ້າ.
ກຳມະກອນຕ່າງຊາດຫຼາຍຮ້ອຍຄົນ, ລວມທັງຜູ້ທີ່ມາຈາກປະເທດ ສະຫະລັດ, ອັງກິດ ອາຟຣິກາໃຕ້ ແລະ ບຣາຊິລ ໄດ້ເດີນທາງອອກຈາກ ອອສເຕຣເລຍ ຊົ່ວຄາວ ເພື່ອໄປທ່ອງທ່ຽວພັກຜ່ອນ, ເພື່ອການສຶກສາ ຫຼື ເຂົ້າຮ່ວມພິທີສົ່ງສະ ການກ່ອນທີ່ໂຣກລະບາດ COVID-19 ໄດ້ບັງຄັບໃຫ້ລັດ ຖະບານໃນນະຄອນ ຫຼວງ ແຄນເບີຣາ ປິດເຂດຊາຍແດນ.
ເຂົາເຈົ້າຖືກປ່ອຍໃຫ້ຢູ່ຫ່າງໄກຈາກຄອບຄົວ, ຄູ່ຮັກ ແລະ ວຽກງານຂອງເຂົາເຈົ້າໃນ ອອສເຕຣເລຍ.
ທ່ານນາງ ໂຄລເອ ເຟລັດເຈີ ໄດ້ຍ້າຍຈາກປະເທດ ອັງກິດ ໄປຢູ່ນະຄອນ ເພີດ, ລັດ ອອສເຕຣເລຍ ຕາເວັນຕົກ, ແຕ່ໄດ້ຖືກແຍກຈາກລູກຊາຍຂອງ ລາວອາຍຸ 6 ປີຊື່ວ່າທ້າວ ເທເລີ. ລາວໄດ້ໄປຮຽນເພື່ອກຽມສອບເສັງໃນປະ ເທດ ອັງກິດ ເວລາທີ່ເຂດຊາຍແດນຂອງ ອອສເຕຣເລຍ ໄດ້ປິດ ແລະ ຖືກ ປະຕິເສດການອະນຸ ຍາດໃຫ້ໄປຫາຄອບຄົວຂອງລາວ.
ທ່ານນາງ ໂຄລເອ ກ່າວວ່າ “ສຳລັບແມ່ທຸກຄົນທີ່ຢູ່ຫ່າງໄກຈາກລູກເປັນເວລາ ດົນແນນນັ້ນ ແມ່ນຄວາມເຈັບປວດທີ່ບໍ່ສາມາດອົດທົນໄດ້. ມັນຄືກັບທຸກໆມື້ ມັນຍາກ. ຂ້າພະເຈົ້າບໍ່ເຂົ້າໃຈວ່າຂອບ ເຂດທີ່ແທ້ຈິງແມ່ນຫຍັງ, ອັນໃດແມ່ນ ກໍລະນີທີ່ໜ້າເຫັນເອິກເຫັນໃຈ ເພາະວ່າມັນບໍ່ມີກົດລະບຽບ ຫຼື ກົດເກນທີ່ແທ້ຈິງ,ສະນັ້ນພວກເຮົາບໍ່ຮູ້ວ່າພວກເຮົາຢູ່ໃນກໍລະນີໃດແທ້.”
ປະເທດ ອອສເຕຣເລຍ ໄດ້ປິດເຂດຊາຍແດນຂອງເຂົາເຈົ້າຕໍ່ຄົນຕ່າງປະເທດ ໃນວັນທີ 20 ມີນາ. ບັນດາເຈົ້າໜ້າທີ່ເວົ້າວ່າ ການຕັດສິນໃຈຕ່າງໆ ກ່ຽວກັບ ຜູ້ທີ່ ໄດ້ຮັບອະນຸຍາດໃຫ້ກັບຄືນພາຍໃຕ້ສະຖານະການທີ່ພິເສດ ແມ່ນຈະຖືກພິ ຈາລະນາເພື່ອຜົນປະໂຫຍດຂອງສາທາລະນະສຸກ.
ບັນດາເຈົ້າໜ້າທີ່ໄດ້ກ່າວຢໍ້າວ່າ ການປິດເຂດຊາຍແດນສາກົນ ໄດ້ເປັນນຶ່ງໃນ ປັດໄຈຕ່າງໆໃນຄວາມສາມາດທີ່ຈະຄວບຄຸມການລະບາດຂອງໄວຣັສໂຄໂຣນາ ຂອງ ອອສເຕຣເລຍ.
ປະຊາຊົນ ອອສເຕຣເລຍ ແລະ ຜູ້ຖືວີຊາຖອນວອນ ແມ່ນຈະໄດ້ຮັບອະນຸຍາດ ໃຫ້ກັບຄືນ ແຕ່ຕ້ອງປະເຊີນກັບການບັງຄັບກັກຕົວກວດໂຣກ 14 ວັນຢູ່ໃນໂຮງ ແຮມ ເຊິ່ງລັດຖະບານຈະເປັນຜູ້ຈ່າຍໃຫ້.
ອອສເຕຣເລຍ ມີກໍລະນີ COVID-19 ທີ່ຖືກຢືນຢັນ 7,000 ກໍລະນີ. ຄົນໄຂ້ ຈຳນວນຫຼາຍແມ່ນໄດ້ຫາຍດີແລ້ວ, ແຕ່ປະມານ 100ຄົນໄດ້ເສຍຊີວິດຈາກໄວ ຣັສດັ່ງກ່າວ.
ຂໍ້ຫ້າມໃນການກັກບໍລິເວນໃນທີ່ສຸດໄດ້ຖືກຜ່ອນເບົາລົງໃນທົ່ວປະເທດດັ່ງກ່າວ. ຮ້ານກາເຟ, ຮ້ານອາຫານ, ສະຖານທີ່ບູຊາ ແລະ ໂຮງຮຽນ ແມ່ນໄດ້ເປີດຄືນ ພາຍໃຕ້ການຄວບຄຸມສຸກຂະອະນາໄມທີ່ເຄັ່ງຄັດ.
ແຕ່ຜູ້ທີ່ຢາກໃຫ້ເຂດຊາຍແດນສາກົນຂອງ ອອສເຕຣເລຍ ເປີດຄືນຢ່າງເຕັມທີ່ ນັ້ນ ແມ່ນຈະປະ ເຊີນກັບການລໍຖ້າທີ່ດົນ ແລະ ບໍ່ແນ່ນອນ.