ເຈົ້າໜ້າທີ່ອ໊ອສເຕຣເລຍ ກ່າວວ່າ ຊິ້ນສ່ວນ 2 ອັນ ທີ່ພົບເຫັນ
ໃນແຄມຝັ່ງ ຂອງປະເທດ Mozambique ທີ່ຕັ້ງຢູ່ໃນເຂດ
ອາຟຣິກາຕາເວັນອອກນັ້ນ “ມີຄວາມເປັນໄປໄດ້ສູງ” ວ່າ ຈະເປັນ
ຊິ້ນສ່ວນຂອງເຮືອບິນໂບອິ້ງ 777 ຈາກສາຍການບິນມາເລເຊຍ
ທີ່ໄດ້ຫາຍສາບສູນ ເມື່ອສອງປີກ່ອນນັ້ນ.
ນຶ່ງຂອງສິ້ນສ່ວນສອງອັນດັ່ງກ່າວນີ້ ແມ່ນເຫຼັກທີ່ມີຄວາມຍາວ
ນຶ່ງແມັດ ທີ່ພົບເຫັນໃນຕົ້ນເດືອນນີ້ ໃນກອງຂີ້ຊາຍ ໂດຍທະນາຍ
ຄວາມອາເມຣິກັນຄົນນຶ່ງ ພ້ອມທັງເປັນນັກພະຈົນໄພສະໝັກ
ຫລິ້ນນຳດ້ວຍ. ໄວລຸ້ນຊາວອາຟຣິກາໃຕ້ກໍໄດ້ພົບເຫັນຊິ້ນອີກ
ອັນນຶ່ງໃນຫາດຊາຍ ໃນຂະນະທີ່ລາວພັກຮ້ອນ ກັບຄອບຄົວ
ຂອງລາວ ເມື່ອເດືອນທັນວາຜ່ານມານີ້.
ຖະແຫລງການສະບັບນຶ່ງຂອງລັດຖະມົນຕີຂົນສົ່ງອ໊ອສເຕຣເລຍ ທ່ານ Darren Chester ກ່າວວ່າ ການວິເຄາະເບິ່ງຊິ້ນສ່ວນດັ່ງກ່າວນີ້ ສະຫຼຸບໄດ້ວ່າ “ເກືອບແນ່ນອນແລ້ວ” ວ່າເປັນຊິ້ນສ່ວນທີ່ມາຈາກເຮືອບິນຂອງຖ້ຽວບິນ 370 ທີ່ໄດ້ຫາຍສາບສູນໄປ ພ້ອມກັບຜູ້ໂດຍສານ ແລະຈຸບິນ 239 ຄົນ ທີ່ບິນແຕ່ນະຄອນ Kuala Lumpur ໄປຍັງປັກກິ່ງ ເມື່ອວັນທີ 8 ມີນາ 2014 ນັ້ນ.
ເຈົ້າໜ້າທີ່ການບິນ ເຊື່ອວ່າ ຖ້ຽວບິນ 370 ໄດ້ຕົກຢູ່ບ່ອນໃດບ່ອນນຶ່ງໃສ່ມະຫາສະມຸດອິນເດຍ ນອກແຄມຝັ່ງຂອງປະເທດ Mozambique. ພວກຄົ້ນຫາທັງຫຼາຍ ໄດ້ທຳການຊອກຄົ້ນໃນພື້ນທີ່ເກືອບ 100 ພັນຕະລາງກິໂລແມັຕຂອງທ້ອງທະເລ ເພື່ອຫວັງວ່າຈະໄດ້ພົບເຫັນຊິ້ນສ່ວນຂອງເຮືອບິນໂບອິ້ງ 777 ດັ່ງກ່າວນີ້.