ລັດຖະບານຂອງປະເທດອອສເຕຣເລຍ ກໍາລັງຮຽກຮ້ອງ ໃຫ້ບັນດາທະ ນາຄານໃຫຍ່ ແລະສະຖາບັນຕ່າງໆ ເຂົ້າຮ່ວມໃນການຝຶກຊ້ອມ ‘ເກມຂອງສົງ ຄາມ’ ເຊິ່ງເປັນການທົດລອງກ່ຽວກັບວ່າ ພວກເຂົາເຈົ້າຈະຮັບມືກັບການໂຈມຕີທາງໄຊເບີ້ແນວໃດ. ການຮຽກຮ້ອງດັ່ງກ່າວ ມີຂຶ້ນລຸນຫຼັງ ມີການໂຈມຕີເຈາະຂໍ້ມູນຂະໜາດໃຫຍ່ຢູ່ໃນຫຼາຍໆບໍລິສັດ ເຊິ່ງເຮັດໃຫ້ຂໍ້ມູນຂອງປະຊາຊົນຊາວອອສເຕຣເລຍ ຫຼາຍລ້ານຄົນ ຕົກຢູ່ໃນອັນຕະລາຍ. ຟີລ ເມີເຊີ ມີລາຍງານເລື້ອງນີ້ຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຮັບຟັງລາຍງານກ່ຽວກັບ ການຝຶກຊ້ອມການຮັບມືຂອງລັດຖະບານອອສເຕຣເລຍ ຕໍ່ການໂຈມຕີທາງໄຊເບີ້ ທີ່ອາດຈະເກີດຂຶ້ນໄດ້ຕະຫຼອດເວລາ
ອອສເຕຣເລຍ ກໍາລັງກະກຽມການຮັບມື ກັບການໂຈມຕີທາງໄຊເບີ້ ທີ່ອາດຈະເກີດຂຶ້ນຕໍ່ການບໍລິການທີ່ສໍາຄັນໆ ເຊິ່ງລວມມີ: ບັນດາໂຮງໝໍ, ລະບົບທະ ນາຄານ ແລະຕາຂ່າຍສາຍສົ່ງໄຟຟ້າ.
ລັດຖະມົນຕີກະຊວງພາຍໃນ ທ່ານແຄລ ໂອນິລ (Clare O’Neil) ໃນວັນອັງ ຄານວານນີ້ ໄດ້ອອກມາເຕືອນວ່າ ເມື່ອໄວໆມານີ້ໄດ້ມີການລັກເຈາະຂໍ້ມູນດ້ານສື່ສານຄົມມະນາຄົມ ແລະຂະແໜງການປະກັນສຸຂະພາບ, ໂດຍມັນໄດ້ສົ່ງຜົນກະທົບຕໍ່ປະຊາຊົນຫຼາຍລ້ານຄົນ, “ທີ່ເປັນພຽງສ່ວນນ້ອຍໆຂອງບັນຫາຂະໜາດໃຫຍ່ເທົ່ານັ້ນ.”
ລັດຖະບານອອສເຕຣເລຍ ກໍາລັງຈັດຕັ້ງ ການຝຶກຊ້ອມຫຼາຍຊຸດ ກັບບັນດາອົງ ການຕ່າງໆ ເພື່ອຊ່ວຍເຫຼືອພວກເຂົາເຈົ້າໃນການຮັບມືກັບການລ່ວງລະເມີດທາງດ້ານຄວາມປອດໄພ.
ທ່ານນາງແອນນາ ໄບລກ໌ (Anna Bligh) ຫົວໜ້າຜູ້ບໍລິຫານສະມາຄົມທະນາ ຄານຂອງອອສເຕຣເລຍ ເຊິ່ງເປັນພາກສ່ວນອຸດສາຫະກໍາ ກ່າວຕໍ່ສະຖານີໂທ ລະພາບ ຂອງປະເທດອອສເຕຣເລຍ ໃນວັນອັງຄານວານນີ້ວ່າ ການຝຶກຊ້ອມຄວາມປອດໄພທາງທາງດ້ານໄຊເບີ້ ໄດ້ຮັບການຈັດການໂດຍລັດຖະບານ ເຊິ່ງຈະເຮັດໃຫ້ພາກສ່ວນນີ້ ກັບຄືນມາສູ່ສະພາບປົກກະຕິໄດ້ຫຼາຍຂຶ້ນ, ເຊິ່ງ ທ່ານນາງໄບລກ໌ ກ່າວວ່າ:
“ແລ້ວຈະເຮັດໃຫ້ລະບົບທັງໝົດຮັບມືໄດ້ແນວໃດ ເມື່ອນຶ່ງໃນບໍລິສັດຂະໜາດໃຫຍ່ນັ້ນ ຫາກພົບກັບບັນຫາດ້ວຍການຖືກຄຸກຄາມທາງດ້ານໄຊເບີ້? ຂະໜາດຂອງປະເພດ ແລະຄວາມຊັບຊ້ອນກ່ຽວກັບໄພຂົ່ມຂູ່ ກໍາລັງເຄື່ອນຍ້າຍເຂົ້າໄປໃນສິ່ງທີ່ພວກເຮົາບໍ່ເຄີຍເຫັນມາກ່ອນ. ດັ່ງນັ້ນ, ຈຶ່ງເປັນການເຄື່ອນໄຫວທີ່ທັນເວລາ. ນະບັດນີ້ ອາດຈະເປັນໄພຂົ່ມຂູ່ ທີ່ມີຄວາມໝາຍສໍາຄັນຕໍ່ຄວາມໝັ້ນຄົງຂອງປະເທດ.”
ບໍລິສັດທີ່ບໍລິການທາງການເງິນຂະໜາດໃຫຍ່ຂອງອອສເຕຣເລຍ ໄດ້ເປີດເຜີຍໃນວັນອັງຄານວານນີ້ວ່າ ອາຊະຍາກອນ ທີ່ໄດ້ລັກຂໍ້ມູນສໍາຄັນຂອງລູກຄ້າ ໃນເດືອນແລ້ວນີ້ ໄດ້ຮຽກຮ້ອງເອົາເງິນຄ່າໄຖ່.
ການໂຈມຕີທາງໄຊເບີ້ໃສ່ Latitude Financial ສົ່ງຜົນເຮັດຕໍ່ບັນທຶກຂໍ້ມູນຂອງລູກຄ້າ 14 ລ້ານຄົນ, ເຊິ່ງລວມມີ ລາຍງານທາງດ້ານການເງິນ, ເລກບັນຊີໃບຂັບຂີ່ ແລະເລກໜັງສືເດີນທາງ.
ບໍລິສັດກ່າວວ່າ ດ້ວຍການປະຕິບັດຕາມນະໂຍບາຍ ຂອງລັດຖະບານ ພວກເຂົາເຈົ້າຈະບໍ່ຈ່າຍເງິນຄ່າໄຖ່ ເພື່ອປ້ອງກັນບໍ່ໃຫ້ຂໍ້ມູນຮົ່ວໄຫຼຫຼືຂາຍອອກທາງອອນລາຍ.
ລັດຖະບານຂອງປະເທດອອສເຕຣເລຍ ກໍາລັງພິຈາລະນາກ່ຽວກັບການຍົກລະ ດັບກົດໝາຍຄວາມໝັ້ນຄົງທາງດ້ານໄຊເບີ້ ທີ່ຈະກໍານົດຂໍ້ຜູກໝັດແລະພື້ນຖານ ໃໝ່ ເພື່ອປົກປ້ອງຂໍ້ມູນໃນທາງພາກອຸດສາຫະກໍາແລະພະແນກການຕ່າງໆຂອງລັດຖະບານ.
ຢ່າງໃດກໍຕາມ, ເຈົ້າໜ້າທີ່ທາງການເຕືອນວ່າ ອາຊະຍາກອນທາງໄຊເບີ້ ກໍາລັງ ກາຍມາເປັນຜູ້ທີ່ມີຄວາມຊໍານານ, ມີພະລັງອໍານາດ ແລະມີປະສິດທິພາບຫຼາຍຂຶ້ນ.