ທ່ານອອສຕິນ ນຳພາການປຶກສາຫາລື ເລື້ອງການສະໜັບສະໜູນ ດ້ານປ້ອງກັນປະເທດ ໃຫ້ແກ່ຢູເຄຣນ

ແຟ້ມພາບ - ລັດຖະມົນຕີປ້ອງກັນປະເທດ ທ່ານ ລອຍ ອັອສຕິນ ກ່າວຢູ່ໃນການຖະແຫຼງຂ່າວຂອງທຳນຽບຫ້າແຈ ວັນທີ 1 ກຸມພາ 2024. ທ່ານອັອສຕິນ ກຳລັງເປັນເຈົ້າພາບກອງປະຊຸມທາງອອນລາຍນ໌ ກັບພັນທະມິດ ໃນວັນພຸດ ເພື່ອຫາລື ກ່ຽວກັບການສະໜັບສະໜູນ ຢູເຄຣນ.

ລັດຖະມົນ​ຕີປ້ອງກັນປະເທດ ທ່ານລອຍ ອອສຕິນ ເປັນເຈົ້າພາບ ​ກອງ​ປະຊຸມ​ອອນ​ລາຍນ໌ ກັບ ບັນດາພັນທະມິດ ໃນວັນພຸດ ເພື່ອປຶກສາຫາລືກ່ຽວກັບການສະຫນັບສະຫນູນຢູເຄຣນ ໃນຂະນະທີ່ວັນຄົບຮອບສອງປີ ຂອງການຮຸກຮານເຕັມຮູບແບບຂອງຣັດເຊຍ ໃກ້ເຂົ້າມາ.

“ການຢືນຫລີກອອກໄປ ໃນຂະນະທີ່ຢູເຄຣນ ຕໍ່ສູ້ເພື່ອການຢູ່ລອດຂອງພວກເຂົານັ້ນບໍ່ແມ່ນທາງເລືອກ. ຢູເຄຣນ ຈະບໍ່ຍອມແພ້, ແລະພວກເຮົາ ກໍຈະບໍ່ຍອມແພ້ເຊັ່ນກັນ,” ທ່ານ ອອສຕິນ ກ່າວຕໍ່ບັນດາສະມາຊິກຂອງກຸ່ມຕິດຕໍ່ດ້ານການປ້ອງກັນປະເທດຂອງຢູເຄຣນ ໃນວັນພຸດວານນີ້, ໂດຍເວົ້າກັບພວກເຂົາ ທາງອອນລາຍນ໌ ຈາກບ້ານຂອງທ່ານ ໃນວໍຊິງຕັນ.

ໃນເບື້ອງຕົ້ນ ທ່ານອອສຕິນ ໄດ້ວາງແຜນທີ່ຈະເດີນທາງໄປ ນະຄອນຫຼວງບຣັສເຊີລສ໌ (Brussels) ເພື່ອພົບປະກັບກຸ່ມດັ່ງກ່າວ ແຕ່ຕ້ອງໄດ້ຢູ່ໃນສະຫະລັດ ເນື່ອງຈາກຕ້ອງເຂົ້າຮັກສາ ໃນໂຮງໝໍ ອີກຄັ້ງນຶ່ງ ສຳລັບຂັ້ນຕອນທີ່ບໍ່ແມ່ນການຜ່າຕັດ. ທ່ານໄດ້ອອກຈາກໂຮງໝໍ ໃນວັນອັງຄານ.

"ຂ້າພະເຈົ້າ ສະບາຍດີ, ແລະການວິນິດໄສໂຣກມະເຮັງຂອງຂ້າພະເຈົ້າຍັງຄົງດີຫຼາຍ," ທ່ານບອກກຸ່ມດັ່ງກ່າວ ໃນຂະນະທີ່ທ່ານ ຂໍໂທດທີ່ບໍ່ໄດ້ພົບປະກັນແບບໂຕຕໍ່ໂຕ.

ອ່ານຂ່າວນີ້ເປັນພາສາອັງກິດ