ທ່ານນາງ ອອງຊານ ຊູຈີ ກ່າວຄຳປາໄສ ຕໍ່ອົງການ ແຮງງານສາກົນ (ວີດີໂອ)

ທ່ານນາງ Aung San Suu Kyi ຜູ້ນຳພັກຝ່າຍຄ້ານມຽນມາ ຖະແຫຼງໃນກອງປະຊຸມສຳພາດຂ່າວ ລະຫວ່າງກອງ ປະຊຸມ ປະຈຳປີຂອງອົງການແຮງງານສາກົນ ທີ່ນະຄອນເຈນີວາ (14 ມິຖຸນາ 2012)

ຜູ້​ນໍາ​ຝ່າຍ​ຄ້ານຂອງ​ມຽນມາ ທ່ານ​ນາງອອງຊານ ຊູ​ຈີ ​ໄດ້​ຮຽກຮ້ອງຂໍ​ການ​ຊ່ວຍ​ເຫລື​ອ
ຈາກນາໆຊາດ ​ແລະ​ການ​ລົງທືນ ທີ່​ຈະ​ຊ່ວຍ​ຊຸກ​ຍູ້​ໃຫ້​ມີ​ ການປະຕິ​ຮູ​ບປະຊາທິປະໄຕ​
ເພີ້​ມຂື້ນ​ໃນມຽນມາ ​ໃນ​ຂະນະ​ທີ່ທ່ານ​ນາງ​ເລີ້ມການ​ຢ້ຽມຢາມ​ຢູ​ໂຣບ ຄັ້ງປະ​ຫວັດ​ສາດ​
ທີ່​ນະຄອນ​ເຈ​ນີວາ.

ສະມາຊິກສະພາ​ທີ່​ຫາ​ກໍ​ໄດ້​ຮັບ​ເລືອກໃໝ່ຂອງ​ມຽນມາ​ທ່ານ​ນີ້ ​ໄດ້​ກ່າວ​ໃນ​ຄຳ​ປາໄສ
ຕໍ່ອົງການ​ແຮງ​ງານ​ສາກົນ ​ໃນ​ວັນ​ພະຫັດ​ມື້ນີ້ວ່າ ທ່ານ​ນາງ​ຢາ​ກ​ເຫັນ​ລັດຖະບານ
ມຽນມາ ​ທຳ​ການ​ປະ​ຕິ​ຮູບເພີ່ມເຕີມ ​ເພື່ອປົກ​ປ້ອງ​ສິດທິ​ຂອງ​ພວກ​ຄົນ​ງານ​ຢູ່ ​ໃນ​
ມຽນມາ ຊຶ່ງ​ແຕ່​ກ່ອນ​ເປັນ​ປະ​ເທດ​ທີ່ຢູ່​ໂດດດ່ຽວນັ້ນ.

ການ​ກ່າວ​ຄຳ​ປາ​ໄສ​ຂອງທ່ານ​ນາງ ​ມີ​ຂຶ້ນນຶ່ງ​ມື້​ຫລັງ​ຈາກອົງການ​ແຮງງານ​ສາກົນ ຊຶ່ງ
​ເປັນພະແນ​ກການ​ນຶ່ງສະຫະ​ປະຊາ​ຊາດ ທີ່​ໄດ້​ກຳນົດ ແລະຕິດຕາມ​ເບິ່ງ​ສະພາບແຮງ
​ງານຢູ່ໃນທົ່ວ​ໂລກນັ້ນ ​ໄດ້ຍົກ​ເລີກ​ການ​ລົງ​ໂທດ​ຕໍ່ມ​ຽນມາ ຫລັງ​ຈາກ​ລັດຖະບານຂອງ
​ປະ​ເທດ​ດັ່ງກ່າວ ​ປະກາດ​ຈະລົບ​ລ້າງ​ການບີບ​ບັງ​ຄັບໃຊ້ແຮງ​ງານ ພາຍ​ໃນ​ປີ 2015​.

ທ່ານ​ນາງ ອອງຊານ ຊູ​ຈີ ​ຍັງໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຄວາມ​ຮຸນ​ແຮງ​ລະ
​ຫວ່າງຊາວມຸສລີ​ມ ​ແລະ​ຊາວພຸດ ທີ່​ມີ​ການ​ຜິດ​ຖຽງ​ກັນ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ມຽນມາ ​
ໃນຕົ້ນອາທິດ​ນີ້. ທ່ານນາງກ່າວ​ຕໍ່​ພວກຂ່າວ​ວ່າ ຄວາມ​ຮຸນແຮງ​ດັ່ງກ່າວ​ຈະ​ດໍາ​ເນີນ​ຕໍ່​ໄປ
​ອີກ ນອກຈາກວ່າ​ ຈະ​ມີ​ການ​ຄໍ້າປະກັນ​ກ່ຽວ​ກັບ ການ​ປົກຄອງ​ດ້ວຍ​ຕົວ​ບົດ​ກົດໝາຍ
​ແລະມີ​ການ​ຄໍ້າປະກັນ​ວ່າ​ປະຊາຊົນ​ທຸກ​ໆ​ຄົນ​ຈະ​ໄດ້​ຮັບ​ການ​ປົກປ້ອງ​ຄຸ້ມ​ຄອງແບບ
​ສະ​ເໝີ​ພາບ.

ທ່ານ​ນາງ​ອອງຊານ​ ຊູ​ຈີ ຜູ້​ທີ່​ເຄີຍໄດ້​ຮັບ​ລາ​ງວັນ​ໂນແບລ ຂະ​ແໜງ​ສັນຕິພາບ ​ໄດ້ຖືກ​
ຕ້ອນຮັບ​ ດວ້ຍການ​ມອບ​ດອກ​ໄມ້​ໃຫ້ ຂະນະ​ທີ່​ທ່ານ​ນາງ​ເດີນທາງ​ໄປ​ເຖິງ ນະຄອນ
​ເຈ​ນີວາ ​ແລະ​ແຂກ​ຜູ້​ມີ​ກຽດ​ໄດ້​ພາກັນ​ຢືນ​ຂຶ້ນຕົບມື ​ເປັນ​ເວລາ​ດົນ​ນານ ຂະນະ​ທີ່​ທ່ານ
​ນາງ​ກ່າວ​ຄຳ​ປາ​ໄສ ຊຶ່ງ​ມີ​ຂຶ້ນ​ໃນ​ຕອນ​ເລີ່​ມຕົ້ນຂອງ​ການ​ເດີນທາງ ​ຢ້ຽມຢາມ​ຢູ​ໂຣບ​ເທື່ອ​
ທຳ​ອິດ​ຂອງ​ທ່ານ​ນາງ ​ໃນຮອບ 24 ປີ.

ນັກ​ເຄື່ອນ​ໄຫວ​ເພື່ອປະຊາ​ທິປະໄຕ​ ອາຍຸ 67 ປີຂອງ​ມຽນມາ​ທ່ານ​ນີ້ ​ໄດ້​ໃຊ້​ເວລາ​ສ່ວນ
ໃຫຍ່​ໃນ​ໄລຍະ​ສອງ​ທົດ​ສະ​ວັດ​ຜ່ານ​ມາດ້ວຍ​ການ​ຖືກ​ກັກ​ບໍລິ​ເວນ. ທ່ານ ນາງ​ໄດ້​ຖືກ​
ປ່ອຍ​ໃນ​ປີ 2010 ​ແຕ່​ກ່ອນ​ໜ້າ​ນັ້ນ ທ່ານ​ນາງ​ມີ​ຄວາມ​ຢ້ານ​ກົວ​ ທີ່ຈະເດີນທາງອອກ
​ຈາກ​ປະ​ເທດ ​ເພາະ​ຢ້ານ​ລັດຖະບານ​ຈະ​ບໍ່​ອະນຸຍາດໃຫ້​ທ່ານ​ນາງກັບຄືນ​ເຂົ້າປະ​ເທດອີກ.