ຊົນກຸ່ມນ້ອຍຕິດອາວຸດ 2 ກຸ່ມ ໄດ້ລົງນາມໃນຂໍ້ຕົກລົງຢຸດຍິງໃນ “ທົ່ວປະເທດ” ກັບລັດ
ຖະບານມຽນມາ ເຮັດໃຫ້ທ່ານນາງ ອອງ ຊານ ຊູ ຈີ ໄດ້ຮັບໄຊຊະນະທີ່ສຳຄັນເທື່ອທຳ
ອິດໃນຂັ້ນຕອນການສ້າງສັນຕິພາບທີ່ໄດ້ຮັບຄວາມເສຍຫາຍຍ້ອນ ການຂັດແຍ້ງທີ່ຍັງ
ດຳເນີນຢູ່ຕໍ່ມາໃນເວລາ ແລະການເຈລະຈາທີ່ບໍ່ໄປບໍ່ມາ.
ຜູ້ນຳມຽນມາ ທ່ານນາງ ອອງ ຊານ ຊູ ຈີ ກ່າວລະຫວ່າງພິທີລົງນາມ "ຂໍ້ຕົກລົງຢຸດຍິງທົ່ວປະເທດ" ຢູ່ສູນກາງກອງປະຊຸມສາກົນ ທີນະຄອນເນປີຕໍ ປະເທດມຽນມາ ວັນທີ 13 ກຸມພາ 2018
ຢູ່ໃນພິທີ ທີ່ອອກອາກາດທາງໂທລະພາບ ໃນນະຄອນຫລວງເນປີຕໍ ໃນວັນອັງ ຄານທີ່
ຜ່ານມານີ້ ພັກລັດມອນໃໝ່ (NMSP) ແລະສະຫະພັນປະຊາທິປະໄຕລາຮູ (LDU) ໄດ້
ຮັບເອົາເອກກະສານ ທີ່ລັດຖະບານເນັ້ນໜັກວ່າເປັນກະແຈໄປສູ່ການແກ້ໄຂ ໃນສົງຄາມ
ກາງເມືອງທີ່ດຳເນີນມາເປັນເວລາຫລາຍກວ່າ 50 ປີ ລະຫວ່າງທະຫານ ທີ່ຄອບງໍາໂດຍ
ຊົນກຸ່ມສ່ວນໃຫຍ່ ບາມາ ແລະພວກກຸ່ມຊົນນ້ອຍຕ່າງໆ.
ທະຫານເອກກະລາດກາຈິນ (KIA) ຄົນນຶ່ງນັ່ງຢູ່ໃນຂຸມກຳບັງລະເບີດ ຢູ່ແນວໜ້າ ຂອງລັດກາຈິນ, ມຽນມາ ວັນທີ 30 ພະຈິກ 2016.
ພັກມອນໃໝ່ ທີ່ຕາງໜ້າໃຫ້ແກ່ພວກຊົນເຜົ່າມອນ ເປັນຜູ້ມີບົດບາດທີ່ສຳຄັນໃນການເຈ
ລະຈາສັນຕິພາບ ແລະໄດ້ຕັ້ງໂຄງລ່າງທີ່ຄຽງຄູ່ກັບລັດຖະບານມາເປັນເວລາຫລາຍທົດ
ສະ ຮວມທັງໂຮງຮຽນ ແລະສານຕ່າງໆ ຢູ່ໃນພາກຕາ ເວັນອອກສຽງໃຕ້ຂອງມຽນມາ.
ເຖິງຢາງໃດກໍດີ ພັກ LDU ທີ່ຕາງໜ້າໃຫ້ແກ່ເຜົ່າລາຮູ ໃນພາກຕາເວັນອອກສຽງເໜືອ
ຂອງມຽນມານັ້ນ ແມ່ນເປັນຊົນກຸ່ມ ນ້ອຍ ທີ່ບໍ່ມີກຳລັງທະຫານ ຫລືການຈັດຕັ້ງໃດໆ.
ທະຫານມຽນມາ ກຳລັງເຝິກຊ້ອມຢູ່ ເຂດສາມຫລ່ຽມປກາແມ່ນໍ້າ ອາເຢຢາວາດີ ໃນຂົງເຂດມຽນມາ ວັນທີ 3 ກຸຸມພາ 2018.
ສະຖານທູດສະຫະລັດຮ້ອງການລົງນາມໃນວັນພະຫັດທີ່ຜ່ານມານັ້ນວ່າ “ແຕ່ນັນເປັນ
ນຶ່ງ ຂອງຫລາຍໆບາດກ້າວ ໃນເສັ້ນທາງອັນຍືດຍາວໄປສູ່ການການມີສັນຕິພາບແບບ
ຍືນຍົງ.” ບັນດາລັດຖະບານປະເທດຕາເວັນຕົກໄດ້ໃຫ້ການສະໜັບສະໜູນ ຕໍ່ຂັ້ນຕອນ
ສັນຕິພາບຂອງລັດຖະບານມຽນມາສະເໝີມາ ໂດຍໄດ້ ໃຫ້ຄຳແນະນຳແລະການຊ່ວຍເຫລືອໃນການເຈລະຈາດ້ານການເງິນ ຜ່ານກອງທຶນຮ່ວມສັນຕິພາບ,