ທ່ານນາງ Aung San Suu Kyi ຖືກສະເໜີຊື່ ໃຫ້ເຂົ້າຮ່ວມ ໃນຄະນະລັດຖະບານ ມຽນມາ

ຜູ້ນຳພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ທ່ານາງ Aung San Suu Kyi (ກາງ) ໄປເຖິງສະພາແຫ່ງຊາດ ທີ່ນະຄອນຫຼວງ Naypyitaw ປະເທດມຽນມາ ທີ 15 ມີນາ 2016.

ຜູ້ນຳພັກສັນນິບາດແຫ່ງຊາດເພື່ອປະຊາທິປະ​ໄຕ ທ່ານາງ Aung
San Suu Kyi ​ໄດ້​ຖືກ​ສະ​ເໜີ​ໃຫ້ເປັນສະມາຊິກ​ຢູ່ໃນຄະນະ​ລັດ
ຖະບານຂອງປະທານາທິບໍດີ ​ທີ່ຖືກ​ເລືອກ​ໃໝ່ ທ່ານ Htin Kyaw.

ຊື່​ຂອງທ່ານ​ນາງ ຜູ້​ເຄີຍ​ໄດ້​ຮັບ​ລາງວັນ​ Nobel ຂະ​ແໜງສັນຕິ​ພາບ
​ໄດ້ຖືກສະ​ເໜີ​ຢູ່ໃນ​ລາຍ​ຊື່ຄະນະ​ລັດຖະມົນຕີໃນ​ວັນ​ອັງຄານ​ມື້​ນີ້ ​
ໂດຍປະທານ​ສະພາ ທ່ານ Win Khaing Than. ລາຍ​ຊື່​ດັ່ງກ່າວ
ແມ່ນ​ສະ​ເໜີ​ໃຫ້ທ່ານ​ນາງ Aung San Suu Kyi ​ເຂົ້າກຳ​ສີ່​ຕຳ​
ແໜ່​ງ ຄື​ເປັນ​ລັດຖະມົນຕີ​ປະຈຳ​ສຳນັກງານປະ​ທາ​ນາ​ທິບໍດີ ລັດຖະ
ມົນຕີ​ຕ່າງ​ປະ​ເທດ ພະລັງງານ ​ແລະກະຊວງສຶກສາ.

ຖ້າ​ຫາກ​ທ່ານ​ນາງ​ຮັບ​ເອົາ​ ຕຳ​ແໜ່​ງລັດຖະມົນຕີ​ຕ່າງປະ​ເທດ ທ່ານ​ນາງ​ຈະຕ້ອງ​ໄດ້​ສະ
ຫລະ​ບ່ອນ​ນັ່ງ​ຢູ່​ໃນ​ສະພາ ​ແລະອອກຈາກ​ການເປັນຜູ້ນຳ ພັກສັນນິບາດ ແຫ່ງຊາດເພື່ອ
ປະຊາທິປະ​ໄຕ ຊຶ່ງ​ທ່ານ​ນາງ​ໄດ້​ນຳພາພັກ​ດັ່ງກ່າວ​ໄປ​ສູ່​ການ​ໄດ້ ຮັບ​ໄຊຊະນະ​ຢ່າງ​ຖ້ວມ
ລົ້ນ​ ​ໃນ​ການ​ເລືອກ​ຕັ້ງ​ສະພາ​ເມື່ອ​ເດືອນ​ພະຈິກ​ທີ່​ຜ່ານ​ມາ ​ເຮັດ​ໃຫ້ການ​ປົກຄອງ​ຂອງ​
ພວກ​ທະຫານ​ໂດຍ​ເຕັມ​ຫຼື​ເປັນ​ບາງ​ສ່ວນ​ເປັນ​ເວລາ​ຫ້າ ທົດ​ສະ​ວັດສິ້ນສຸດ​ລົງ.

ທ່ານ​ນາງ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າຮັບ​ຕຳ​ແໜ່​ງເປັນປະທາ​ນາ​ທິ​ບໍດີ​ອີງ​ຕາມຂໍ້​ກຳນົດ ທີ່​ບັນ
ຍັດ​ໄວ້​ຢູ່ໃນ​ລັດຖະທຳ​ມະນູນ ​ໂດຍ​ອະ​ດີດ​ບັນດາ​ຜູ້​ປົກຄອງ​ທະຫານ ທີ່​ໄດ້ ຫ້າມ​ຜູ້​ໃດ​ກໍ​
ຕາມ ​ທີ່​ມີ​ສາມີ ​ພັນ​ລະ​ຍາ​ ຫລື​ລູກ ທີ່ເປັນ​ຊາວ​ຕ່າງປະ​ເທດ. ມື້​ລາງ​ສາມີ​ທ່ານ​ນາງ Aung
San Suu Kyi ພ້ອມ​ດ້ວຍ​ພວກລູກ​ຊາຍ ​ເປັນຄົນ​ສັນ ຊາດ​ອັງກິດ.

ທ່ານ​ນາງ Aung San Suu Kyi ​ໄດ້​ປະກາດ​ວ່າ ທ່ານ​ນາງ​ຈະ​ຮັກສາ​ອຳນາດ​ສູງ​ສຸດ
ເໜືອທ່ານ Htin Kyaw ຜູ້​ທີ່​ທ່ານ​ນາງເລືອກ​ເອົາ​ມາເປັນ​ປະທານາທິບໍ ດີ ​ພ້ອມ​ທັງ​ເປັນ
ໝູ່​ເພື່ອນ​ຕະຫລອດ​ຊີວິດ ​ແລະ​ຜູ້ທີ່​ທ່ານ​ນາງໄວ້​ເນື້ອ​ເຊື່ອ​ໃຈ.