ການຢ້ຽມຢາມອິນເດຍ ຂອງທ່ານນາງ ອອງຊານ ຊູຈີ

ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ນໍາຝ່າຍຄ້ານມຽນມາ ທີ່ໄດ້​ຮັບ​ລາງວັນ​ໂນ​ແບ​ລ ຂະ​ແໜງສັນຕິພາບ ​ໄດ້​ຖືກ​ຕ້ອນຮັບ​ຈ​າກຝູງ​ຊົນ​ທີ່​ສະ​ໜັບ​ສະ​ໜຸນຢ່າງ​ໜາ​​ແໜ້ນ ​ໃນ​ລະ​ຫວ່າງ​ທີ່ທ່ານ​ນາງ​ໄປ​​ເຖິງກຸງ New Delhi ​ໃນ​ວັນ​ອັງ​ຄານ​ ທີ 13 ພະຈິກມື້ນີ້. (AP Photo/ Mustafa Quraishi)

ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ນໍາຝ່າຍຄ້ານມຽນມາ ໄປເຖິງສະໜາມບິນສາກົນອິນທິຣາຄານທີ ບ່ອນທີ່ໄດ້​​ຖືກ​ຕ້ອນຮັບ​ໂດຍລັດຖະມົນຕີການຕ່າງປະເທດອິນເດຍ ທ່ານ Ranjan Mathai (ຂວາ) ໃນຂະນະທີ່​ທ່ານ​ນາງ​ໄປ​​ເຖິງ ກຸງ New Delhi ​ໃນ​ວັນ​ອັງ​ຄານ​ ທີ 13 ພະຈິກ 2012 ມືນີ້.

ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ນໍາຝ່າຍຄ້ານມຽນມາ ທີ່ສະໜາມບິນສາກົນຢ້າງກຸ້ງ ເພື່ອຈະອອກເດີນທາງໄປ ປະເທດອິນເດຍ ໃນ​ວັນ​ທີ 12 ພະຈິກ 2012.

ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ນໍາສົ່ງເສີມປະຊາທິປະໄຕມຽນມາ  ພົບປະກັບ ທ່ານ Manmohan Singh (ຂວາ) ນາຍົກລັດຖະມົນຕີອິນເດຍ ຢູ່ທີ່ນະຄອນຢ້າງກຸ້ງ ໃນຂະນະທີ່ທ່ານໄປຢ້ຽມຢາມມຽນມາ ​ໃນ​ວັນ​​ທີ 29 ພຶດສະພາ 2012 ຜ່ານມາ ຊຶ່ງເປັນຄັ້ງທໍາອິດ ໃນຮອບ 25 ປີ ທີ່ຜູ້ນໍາອິດເດຍ ໄດ້ໄປຢ້ຽມຢາມ ມຽນມາ.

ທ່ານ Manmohan Singh (ຂວາ) ນາຍົກລັດຖະມົນຕີອິນເດຍ ກ່າວຕໍ່ພວກນັກຂ່າວ ລຸນຫລັງພົບກັບ ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ນໍາຝ່າຍຄ້ານມຽນມາ ທີ່ນະຄອນຢ້າງກຸ້ງ  ​ໃນ​ວັນ​​ທີ 29 ພຶດສະພາ 2012 ຜ່ານມາ. (AP Photo/Soe Zeya Tun, Pool)