ທ່ານນາງ Aung San Suu Kyi ​​ຫາລືກັບ ທ່ານ Thein Sein ກ່ຽວ​ກັບ ​ການ​ໂອນ​ອຳນາດ

ຮູບພາບເຜີຍແຜ່ໂດຍ ກະຊວງໂຄສະນາການ ມຽນມາ ສະແດງໃຫ້ເຫັນ ປະທານາທິບໍດີ Thein Sein, ຊ້າຍ, ສຳພັດ ມືກັບ ທ່ານນາງ Aung San Suu Kyi ທີ່ນະຄອນ Naypyitaw, ປະເທດມຽນມາ, ທີ 2, ທັນວາ 2015.

ຜູ້ນຳ​ປະຊາທິປະໄຕມຽນມາ ທ່ານ​ນາງ Aung San Suu Kyi
ໄດ້ໂອ້ລົມໃນ​ວັນ​ພຸດ​ມື້​ນີ້ ກັບ​ປະທານາທິບໍດີ Thein Sein
​ເພື່ອ​ສົນ​ທະ​ນາ​ຫາລືກ່ຽວ​ກັບ​ການ​ໂອນ​ອຳນາດ​ໃຫ້ແກ່ລັດຖະ
ບານ ​ທີ່ໄດ້​ຮັບ​ເລືອກ​ ແບບ​ປະຊາທິປະໄຕເທື່ອທຳ​ອິດຂອງ​
ປະ​ເທດ ຫລັງ​ຈາກ​ການ​ປົກຄອງ ຂອງ​ທະຫານ ມາ​ເປັນ​ເວລາ
​ເກືອບ​ຫ້າ​ທົດ​ສະ​ວັດ​ແລ້ວນັ້ນ ​ໃຫ້​ດຳ​ເນີນ​ໄປ​ດ້ວຍ​ຄວາມ​ລາບ
​ລື່ນ​ແລະ​ສັນຕິ.

ການ​ພົບ​ປະເປັນ​ເວລາ​ສັ້ນ​ໆ ລະຫວ່າງ ທ່ານ​ນາງ​ອອງຊານ
ຊູ​ຈີ ຜູ້​ທີ່ໄດ້​ຮັບ​ລາງວັນ Nobel ຂະ​ແໜງສັນຕິພາບ ​ແລະ
​ປະທານາ​ທິບໍທີ່​ກຳລັງຈະ​ອອກ​ຈາກຕຳ​ແໜ່​ງ ຢູ່ທີ່ບ້ານ​ພັກ​

ຂອງ​ທ່ານ ​ໃນ​ນະຄອນຫລວງ Naypyitaw ແມ່ນ​ເປັນ​ພາກສ່ວນ​ນຶ່ງ ​ໃນການ​ຊຸກຍູ້​ເພື່ອ
​ສ້າງ​ຄວາມ ປອງ​ດອງ​ຊາດ ຂອງທ່ານ​ນາງ Aung San Suu Kyi ທີ່​ໄດ້ມີ​ການ​ປະກາດບໍ່
​ດົນ ​ຫລັງ​ຈາກ​ທີ່​ພັກສັນນິບາດແຫ່ງຊາດ​ເພື່ອປະຊາທິປະໄຕ​ຫລື NLD ​ໄດ້​ຮັບ​ໄຊຊະນະ
​ຢ່າງ​ຖ້ວມ​ລົ້ນ​ຕໍ່​ພັກ​ສະຫະພັນ​ສາມັກຄີ​ແລະ ການ​ພັດທະນາ ທີ່​ໜູນ​ຫລັງ​ໂດຍ​ພວກ​ທະ
ຫານ ​ໃນ​ການ​ເລືອກ​ຕັ້ງ ວັນ​ທີ 8 ​ເດືອນພະຈິກ​ທີ່​ຜ່າ​ນມາ. ທ່ານ​ນາງ​ມີ​ແຜນ ທີ່​ຈະ​ພົບ​ປະ​
ກັບ ນາຍ​ພົນ Min Aung Hlaing ຜູ້​ບັນຊາ​ການ​ທະຫານ​ມຽນມາ ​ໃນ​ຕອນ​ແລງ​ວັນ​ພຸດ​
ມື້​ນີ້ິ.

ພາຍ​ໃຕ້​ລັດຖະທຳ​ມະນູນສະບັບປັດ​ຈຸ​ບັນ​ຂອງ​ມຽນມາ ພຸ​ວກທະຫານແມ່ນຄວບຄຸມ 25
​ເປີ​ເຊັນ​ ຂອງ​ບ່ອນ​ນັ່ງທັງ​ໝົດ​ໃນ​ສະພາ ພ້ອມ​ທັງ​ຄວບຄຸມຕຳແໜ່​ງທີ່ສຳຄັນ​ຕ່າງໆ​ ຂອງ
ລັດຖະບານ ຮວມທັງກະຊວງ​ປ້ອງ​ກັນ​ປະ​ເທດ ກະຊວງ​ພາຍ​ໃນ​ແລະກະຊວງ​ຮັກສາ
​ຄວາ​ມປອດ​ໄພ​ຊາຍ​ແດນ. ຫລາຍ​ຄົນ​ຢູ່​ໃນ​ປະ​ເທດ​ຢ້ານ​ວ່າ ທະຫານ​ຈະ​ບໍ່​ເອົາ​ຫົວຊາ
ຕໍ່​ຜົນ​ຂອງການ​ເລື​ອກຕັ້ງໃນເດືອນ​ແລ້ວ​ນີ້ ​ແລະ​ສືບ​ຕໍ່​ການ​ກຳ​ອຳນາດ ດັ່ງ​ທີ່​ເຄີຍໄດ້​ເຮັດ
ມາ ​ໃນ​ປີ 1990 ​ເວລາ​ພວກ​ທະຫານບໍ່​ໃຫ້ການ​ເຄົາ ລົບຕໍ່​ການ​ໄດ້​ຮັບໄຊຊະນະ​ຢ່າງ​ຖ້ວມ
ລົ້ນ ​ໂດຍພັກ NLD ​ແລະກັກ​ບໍລິ ​ເວນທ່ານ​ນາງ Aung San Suu ​ເປັນ​ເວລາ 20 ປີ.

​ແຕ່​ປະທານາທິບໍດີ​ເທ​ນ ​ເຊ​ນ ​ແລະ ນາຍ​ພົນ Hlaing ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ​ທີ່​ຈະ​ຮັບ
​ເອົາ​ຜົນ​ການ​ເລືອກ​ຕັ້ງ ຂອງ​ເດືອນ​ພະຈິກ.

ລັດຖະທຳ​ມນະ​ນູນຂອງມຽນມາຫ້າມບໍ່​ໃຫ້ທ່ານ​ນາງ Aung San Suu Kyi ອາຍຸ 70 ປີ
​ເຂົ້າ​ຮັບ​ຕຳ​ແໜ່​ງ​ເປັນປະທານາທິບໍດີຂອງ​ປະ​ເທດ​ໃນ ​ເມື່ອ​ວ່າ ມື້​ລາງ​ສາມີຂອງ​ທ່ານ​ນາງ
​ແລະ​ລູກ​ຊາຍ​ສອງ​ຄົນ ເປັນ​ຄົນສັນ ຊາດ​ອັງກິດ. ​ແຕ່​ທ່ານ​ນາງໄດ້​ສະ​ເໜີ​ວ່າ ທ່ານ​ນາງ
​ຈະ​ປົກຄອງປະ​ເທດ​ ໂດຍ​ຜ່ານ​ຜູ້​ທີ່​ທ່ານ​ນາງ​ມອບ​ໝາຍ​ໃຫ້ເປັນ​ໂຕ​ແທນ​.

Your browser doesn’t support HTML5

Myanmar Politics