ຝຣັ່ງ ສະໜັບສະໜຸນ ການຫັນປ່ຽນ ໄປສູ່ ປະຊາທິປະໄຕ ໃນມຽນມາ (ສະໄລດ໌)

  • ສິງ ບູຣົມມະວົງ

ປະທານາທິບໍດີຝຣັ່ງທ່ານ Francois Hollande ຕ້ອນຮັບ ທ່ານນາງ ອອງຊານຊູຈີ ຜູ້ນໍາຝ່າຍຄ້ານຝ່າຍຄ້ານມຽນມາ ທີ່ວັງ Elysee ກຸງປາຣີ. ວັນທີ 27 ມິຖຸນາ 2012.






















​ໃນ​ວັນ​ອັງຄານ​ວານ​ນີ້ ປະທານາທິບໍດີ Francois Hollande ​ແຫ່ງ ຝຣັ່ງ​ໄດ້​ໃຫ້​ຄໍາ​ໝັ້ນ
ໝາຍຕໍ່​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ຝ່າຍ​ຄ້ານ​ມຽນ ມາ​ທີ່​ກໍາລັງ​ທໍາ​ການ​ຢ້ຽມຢາມ​ຝຣັ່ງ
ຢູ່​ໃນ​ເວລາ​ນີ້​ວ່າ ຝຣັ່ງຈະ​ກະທໍາ​ທຸກສິ່ງ​ທຸກ​ຢ່າງ​ທີ່​ເປັນ​ໄປ​ໄດ້​ເພື່ອ​ສະໜັບສະໜຸນ​ການ​ຫັນ
ປ່ຽນ​ຂອງ​ມຽນມາ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ນັ້ນ ຊຶ່ງ​ປະທານາທິບໍດີ Hollande ກ່າວ
ດັ່ງ​ນີ້:

ສຽງ​....

“ພວກ​ເຮົາ​ສະໜັບສະໜຸນ​ຄວາມ​ພະຍາຍາມ​ທຸກ​ຢ່າງ​ທີ່​ສາມາດ​ເຮັດ​ໄດ້ ເພື່ອ​ຄວາມ​ສໍາ
​ເລັດ​ຂອງ​ການ​ຫັນປ່ຽນ​ນີ້ແລະ​ຝຣັ່ງຈະ​ຕ້ອງ​ດໍາ​ເນີນການ​ເພື່ອ​ໃຫ້​ມີປະຊາທິປະ​ໄຕ.
ທຸກ​ສິ່ງ​ທຸກ​ຢ່າງ​ສາມາດ​ເຮັດ​ໄດ້​ເພື່ອສະໜັບສະໜຸນ ຫຼື​ບາງ​ຄັ້ງ​ບາງ​ຄາວ​ທໍາ​ຄວາມ​ກົດ​
ດັນ​ ເພື່ອ​ໃຫ້ການຫັນປ່ຽນ​ນີ້​ບັນລຸ​ຜົນ.”

ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ເພື່ອ​ປະຊາທິປະ​ໄຕ​ໃນ​ມຽນມາ​ເດີນທາງ​ ໄປ​ຮອດ​ກຸງ​ປາຣີ
​ໃນ​ວັນ​ອັງຄານ​ວານ​ນີ້ ຊຶ່ງ​ເປັນ​ບ່ອນ​ຢຸດ​ແວ່ແຫ່ງ​ສຸດ​ທ້າຍ​ໃນ​ການ​ຢ້ຽມຢາມ​ທະວີບຢູ​ໂຣບ
ຂອງ​ທ່ານ​ນາງ. ​ໃນການ​ໃຫ້​ສໍາ​ພາດ​ຂ່າວ​ຮ່ວມ​ກັນ​ກັບ​ທ່ານ Hollande ນັ້ນ ທ່ານ​ນາງ
​ອອງຊານ​ຊູ​ຈີ ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ​ນາງ​ຕ້ອງການ​ ການ​ລົງທຶນ​ເພື່ອຟື້ນ​ຟູ​ເສດຖະ
ກິດ​ຂອງຕົນ ​ແຕ່​ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ ການ​ເຕີບ​ໂຕຂອງ​ເສດຖະກິດ​ບໍ່​ຄວນ​ທີ່​ຈະ​ສ້າງ​
ຄວາມ​ເສຍ​ຫາຍ​ໃຫ້​ແກ່​ການ​ປະຕິ​ຮູບ​ ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ທັງ​ໝົດ.

ທ່ານ​ນາງ​ອອງຊານ​ຊູ​ຈີ ​ໄວ 67 ປີ ​ທີ່​ເຄີຍ​ໄດ້​ຮັບ​ລາງວັນ​ໂນ​ແບ​ລ ຂະ​ແໜງ​ສັນຕິພາບ ກ່າວ​
ຕໍ່​ບັນດາ​ນັກ​ຂ່າວ​ວ່າ ມັນ​ສໍາຄັນ​ທີ່​ຈະ​ຕ້ອງ​ເຮັດ​ໃຫ້​ພວກ​ທະຫານ​ເຂົ້າ​ອົກ​ເຂົ້າ​ໃຈ​ວ່າ ປະຊາທິ
ປະ​ໄຕ​ແມ່ນ​ດີ​ສໍາ​ລັບ​ປະຊາ​ຊົນ​ໝົດ​ທຸກ​ຄົນ​ໃນ​ປະ​ເທດ ບໍ່​ແມ່ນ​ພຽງ​ແຕ່​ສ່ວນ​ນຶ່ງ​ຂອງ​ສັງຄົມ
​ເທົ່ານັ້ນ.

ທ່ານ​ນາງ​ອອງຊານ​ຊູ​ຈີ ​ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ວ່າ ປະທານາທິບໍດີ Thein Sein ​ແຫ່ງ​
ມຽນມາ​ມີ​ຄວາມ​ຈິງ​ໃຈ​ອັນ​ແທ້​ຈິງ​ສະໜັບສະໜຸນການ​ຫັນປ່ຽນ​ປະ​ເທດ​ໄປ​ສູ່​ລະບອບ​ປະຊາ
ທິປະ​ໄຕ​ແຕ່​ທ່ານ​ນາງ​ກ່າວຕໍ່​ໄປວ່າ ທ່ານ​ນາງ​ບໍ່​ສາມາດ​ເວົ້າ​ເຊ່ນ​ນີ້​ສໍາລັບ​ໝົດ​ທຸກ​ຄົນ​ໄດ້​ໃນ​
ວົງ​ການ​ຂອງ​ລັດຖະບານ​ນັ້ນ.

​ໃນ​ຂະນະ​ທີ່​ທໍາ​ການ​ຢ້ຽມຢາມ​ຝຣັ່ງຢູ່​ນັ້ນ ທ່ານ​ນາງ​ອອງຊານ​ຊູ​ຈີ ກໍ​ໄດ້ທໍາ​ການ​ພົບ​ປະ​ກັບ
​ພວກ​ຜູ້​ນໍາ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ​ສະພາ​ສູງ ພ້ອມ​ດ້ວຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ
​ຂອງຝຣັ່ງ​ແລະ​ເຈົ້າ​ຄອງ​ກໍາແພງ​ນະຄອນຫຼວງປາຣິີເຊ່ນ​ກັນ.

ການໄປ​ຢ້ຽມຢາມ​ທະວີບຢູ​ໂຣບ​ເປັນ​ເວລາ 2 ສັບປະດາ​ຂອງ​ທ່ານ​ນາງ​ແມ່ນ​ຮວມທັງ​ການ
​ຢຸດ​ແວ່​ຢ້ຽມຢາມ​ປະ​ເທດ​ອັງກິດ ສະ​ວິດ​ເຊີ​ແລນ Ireland ​ແລະ​ນໍ​ເວ.