ທ່ານນາງ ອອງຊານ ຊູຈີ ຮັບເອົາ ລາງວັນ ສິດທິມະນຸດ Sakharov ທີ່ໄດ້ແຕ່ດົນແລ້ວ

ທ່ານນາງອອງຊານຊູຈີ ຜູ້ນຳປະຊາທິປະໄຕໃນມຽນມ້າ ກຳລັງຖື ລາງວັນ Sakharov ປະຈຳປີ 1990 ຂອງທ່ານນາງ ຄຽງຂ້າງ ທ່ານ Martin Schulz ປະທານລັດຖະສະພາຢູໂຣບ.

ໄດ້​ມີ​ການ​ຊັກ​ຊ້າເປັນ​ເວລາ 2 ທົດ​ສະ​ວັດ​ກວ່າໆ ທ່າ​ນນາງ​ອອງ
ຊານ​ຊູ​ຈີ ຜູ້ນຳ​ປະຊາທິປະໄຕ​ໃນ​ມຽນມ້າ ​ໃນ​ທີ່​ສຸດ​ກໍ​ໄດ້​ຮັບ​ລາງ
ວັນ​ ວ່າ​ດ້ວຍ​ສິດທິ​ມະນຸດ Sakharov ຂອງ​ສະຫະ​ພາບ​ຢູ​ໂຣບ.

ທ່ານ​ນາງ​ອອງຊານ ໄດ້​ຮັບ​ລາງວັນ​ນີ້ໃນ​ປີ 1990 ​ແຕ່​ພວກ​ທະ
ຫານ​ມຽນມ້າ ຊຶ່ງປົກຄອງ​ປະ​ເທດມາຈົນ​ຮອດ ​ປີ 2011 ນັ້ນ ບໍ່​
ຍອມ​ປ່ອຍ​ໃຫ້​ທ່ານ​ນາງ​ ໄປ​ຮັບ​ເອົາ.

​ໃນ​ການ​ກ່າວ​ປາ​ໄສ​ຕໍ່​ລັດຖະສະພາ​ຢູ​ໂຣບ ທີ່​ເມືອງ Strasbourg ປະ​ເທດ​ຝຣັ່ງ​ໃນ​ວັນ​ອັງຄານ​ວານ​ ນີ້ ຜູ້ນຳ​ພັກ​ຝ່າຍ​ຄ້ານ​ມຽນມ້າ ກ່າວ​ວ່າ ມັນ​ເປັນ​ໂອກາດ​ທີ່​ປຶ້ມ​ປິ​ຕິ​ຍິນ​ດີ​ແລະ​ເບີກບານ​ສຳລັບ​ທ່ານ​ນາງ ​ແຕ່​ການ​ດຳ​ເນີນ​ງານເພື່ອ​ໃຫ້​ປະ​ເທດ​ຂອງ​ທ່ານ​ນາງ
ໄດ້​ຮັບລະບອບ​ປະຊາທິປະ​ໄຕ​ໂດຍເຕັມ​ ​ແມ່ນຍັງ​ດຳ​ເນີນ​ໄປ​ຢູ່.

ທ່ານ​ນາງ​ອອງຊານ​ຊູ​ຈີ ກ່າວ​ວ່າ "ທ່ານ Andrei Sakharov ອາດ​ປາດ​ຖະໜາ​ຢາກ​ໃຫ້​ພວກ​ເຮົາ​ຢູ່​ໃນ​ບ່ອນທີ່​ເສລີພາບ​ໃນ​ການ​ອອກ​ຄວາມ​ຄິດ​ຄວາມເຫັນ ​ເປັນສິດທິ​ທີ່​ມີ​ມາ​ແຕ່​ກຳ​ເນີ​ດຂອງ​ພົນລະ​ເມືອງ​ທຸກໆ​ຄົນ ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ ​ແລະ​ການ​ບັນລຸ​ຖານະດັ່ງ ກ່າວ​ນີ້ຂອງ​ສັງຄົມ ​ຄົງຈະ​ໄດ້​ຮັບ​ການ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ສາດສະດາຈານ Sakharov ພວກ​ເຮົາ​ຈະ​ຕ້ອງ​ໄດ້​ດຳ​ເນີນ​ງານ​ໜັກ​ຂຶ້ນ​ອີກ. ທ່ານ​ນາງ​ກ່າວ​ຕື່ມ​ວ່າ ​ປະຊາຊົນ​ຂອງ​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ມີ​ພາກສ່ວນ​ຮ່ວມ​ໃນ​ວຽກ​ງານ​ງານ ​ແຕ່​ຂ້າພະ​ເຈົ້າ​ເຊື່ຶອວ່າ ພວກ​ທ່ານ​ໝົດ​ສູ່ຄົນ​ສາມາດ​ຊ່ອຍ​ພວກ​ເຮົາ​ໄດ້ ​ໃນ​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ພວກ​ເຮົາ."

​ໃນ​ລະຫວ່າງ​ການ​ເດີນທາງ​ໄປ​ຍັງ​ຢູ​ໂຣບນີ້ ທ່ານ​ນາງອອງຊານ​ຊູ​ຈີ ຜູ້​ທີ່​ໄດ້​ຮັບ​ລາງວັນ​ໂນແບ​ລ
ຂະ​ແໜງ​ສັນຕິພາບ​ ໄດ້​ທຳ​ການ​ຮຽກຮ້ອງ​ໃຫ້​ພວກ​ປະ​ເທດ​ສະຫະພາບ​ຢູ​ໂຣບ​ແລະ​ສະຫະລັດ
ໃຫ້ການ​ສະໜັບສະໜຸນທ່ານ​ນາງ​ ເພື່ອ​ໃຫ້​ໃຫ້​ມີ​ການ​ປ່ຽນ​ແປງ​ໃນ​ລັດຖະທຳ​ມະນູນ​ຂອງ​ມຽນມ້າ​.

ຜູ້ນຳ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ນັ້ນຢາກ​ໃຫ້ທຳ​ການ​ຍົກ​
ເລີກການ​ເກືອດ​ຫ້າມປະຊາຊົນ​ທີ່​ມີ​ຜົວ​ມີ​ເມຍ ຫຼື​ລູກ​ເຕົ້າ​ ເປັນ​ຄົນ​ຕ່າງປະ​ເທດ ​ສະໝັກ​ເປັນປະທາ
ນາທິບໍດີ​. ​ເຫດຜົນ​ດັ່ງກ່າວ​ນີ້​ ມີ​ຜົນ​ກະທົບ​ໂດຍ​ກົງຕໍ່​ສະຖານະພາບ ຂອງ​ທ່ານ​ນາງ​ອອງຊານ ​ທີ່​ຈະ​ສະໝັກ​ເປັນ​ປະທານາທິບໍດີ​ໄດ້​ໃນ​ປີ 2015 ​ເພາະວ່າ​ພວກລູກ​ເຕົ້າ​ຂອງ​ທ່ານ​ນາງເປັນ​ສັນຊາດ​ອັງ
ກິດ.

ນອກ​ນັ້ນ ​ຜູ້ນຳ​ຝ່າຍ​ຄ້ານມຽນມາ ​ຍັງ​ຢາກ​ລົບ​ລ້າງ​ຕຳ​ແໜ່​ງ​ພິ​ເສດ​ທາງ​ການ​ເມືອງ ຊຶ່ງ​ລັດຖະທຳ​ມະນູນ​ສະບັບປັດຈຸບັນສະຫງວນ​ຕຳ​ແໜ່​ງ​ເຫຼົ່າ​ນີ້​ໄວ້​ໃຫ້​ແຕ່​ພວກ​ທະຫານ​ນັ້ນ.

ທ່ານ Nyan Win ​ໂຄສົກ​ປະຈຳ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ​ຫຼື NLD ກ່າວ​ຕໍ່​ ວີ​ໂອ​
ເອພະແນ​ກພາສາ​ມຽນມ້າວ່າ ​ໃນ​ປັດຈຸບັນ​ນີ້ ພັກ​ຝ່າຍ​ຄ້ານກຳລັງ​ທຳ​ການ​ສຳ​ຫຼວດທ່າ​ທີ​ຂອງປະຊາ
ຊົນກ່ຽວ​ກັບການ​ປ່ຽນ​ແປງ​ໃນ​ກົດໝາຍ​ລັດຖະທຳ​ມະນູນ​.