ສະຫະພາບອາຟຣິກາ ບໍ່ຢາກໃຫ້ ທ່ານ Kiir ແລະ ທ່ານ Machar ເຂົ້າຮ່ວມ ລັດຖະບານຊູດານໃຕ້

ປະທານາທິບໍດີ Salva Kiir (ຊ້າຍ) ຈັບມືກັບ ຫົວໜ້າກະບົດ ທ່ານ Riek Machar (ຂວາ).

ປະທານາທິບໍດີ Salva Kiir (ຊ້າຍ) ຈັບມືກັບ ຫົວໜ້າກະບົດ ທ່ານ Riek Machar (ຂວາ).

ລາຍ​ງານ​ທີ່​ຮົ່ວ​ໄຫລ ​ຂອງສະຫະພາບ​ອາ​ຟຣິກາ ຮຽກຮ້ອງ
​ໃຫ້ມີການຫ້າມ ປະທານາທິບໍດີຊູ​ດານໃຕ້ ​ແລະ​ຄູ່​ແຂ່ງ​ຄົນ
​ສຳຄັນ​ຂອງ​ທ່ານ ບໍ່ໃຫ້ເຂົ້າຮ່ວມ ລັດຖະບານໄລຍະ​ຂ້າມ
​ຜ່ານ​ ​ແລະ​ໃຫ້​ປະ​ເທດ ທີ່ໄດ້ຮັບຄວາມເສຍຫາຍ ຈາກ​ສົງ
ຄາມ​ດັ່ງກ່າວ ຢູ່​ພາຍ​ໃຕ້​ການ​ຄວບຄຸມ​ຂອງສະຫະ​ພາບອາ
ຟຣິກາ.

ອົງການ​ຂ່າວ Reuters ​ໄດ້ພິມ​ເຜີຍ​ແຜ່​ລາຍ​ງານເລື້ອງ​ດັ່ງ
ກ່າວ ໃນ​ວັນ​ສຸກ​ວານ​ນີ້ ​ໃນ​ຂະນະ​ທີ່​ການ​ເຈລະຈາ​ຮ​ອບ​ໃໝ່
ເລີ້ມຂຶ້ນ​ເພື່ອ​ຫາທາງຍຸດຕິບັນຫາຂັດແຍ້ງ ຢູ່ໃນຊູ​ດານ​ໃຕ້ ທີ່​
ດຳເນີນມາ​ເປັນ​ເວລາ 15 ​ເດືອນແລ້ວນັ້ນ ​ຢູ່່ທີ່​ນະຄອນຫຼວງ
Addis Ababa ​ໂດຍປາດ​ສະ​ຈາກ​ການ​ຕົກລົງກັນໃດໆ.

​ໂຄສົກ​ຍິງກະຊວງ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Marrie Harf ກ່າວ​ວ່າ ບັນດາ​ຜູ້ນຳ
​ຊູ​ດານ​ໃຕ້ “ອີກ​ຄັ້ງ​ນຶ່ງ​ໄດ້​ປະສົບກັບຄວາມລົ້ມ​ແຫລວ” ຕໍ່ປະຊາຊົນ​ຂອງ​ຕົນ.

ທ່ານ​ນາງ Half ກ່າວ​ວ່າ ບັນຫາຂັດແຍ້ງ​ຢູ່​ໃນ​ຊູ​ດານ​ໃຕ້​ໄດ້​ເປັນຜົນເຮັດໃຫ້ເກີດ “​ໂສກ
​ນາດຕະກຳຕໍ່ປະຊາຊົນ​ຂອງ​ຕົນ” ​ແລະ “ໄພພິບັດ​ດ້ານ​ມະນຸດສະທຳ​.” ທ່ານ​ນາງກ່າວ
​ວ່າ ສະຫະລັດ “ຂໍປະນາມ​ຢ່າງແຮງ" ຕໍ່ການ​ຂາດ​ການນຳພາ​ທາງການ​ເມືອງ ​ເພື່ອ​ແກ້​
ໄຂ​ບັນຫາຂັດ​ແຍ້ງທີ່ມະນຸດ​ສ້າງ​ຂຶ້ນດັ່ງກ່າວ” ​ແລະ​ມີ ຄວາມກະຕືລືລົ້ນ ຕໍ່ແຜນການທົບ
ທວນເບິ່ງສະຖານະການ ຂອງ ສະພາ​ຄວາ​ມ ໝັ້ນຄົງ ສະຫະ​ປະຊາ​ຊາດ.

​ອີງ​ຕາມ​ອົງການ​ຂ່າວ Reuters ແລ້ວ ລາຍ​ງານ​ຂອງ​ສະຫະ​ພາບ​ອາຟຣິກາ ກ່າວ​ວ່າ ປະທານາທິບໍດີ Salva Kiir ​ແລະ​ອະ​ດີດ​ຮອງ​ປະທານ​ນາ​ທິບໍດີ ທີ່​ໄດ້​ກາຍ​ມາ​ເປັນ​ຜູ້
ນຳກະບົດ ທ່ານ Reik Marchar ສົມ​ຄວນ​ທີ່​ຈະຖືກຫ້າມ​ຕໍ່ການມີ​ບົດບາດໃດໆໃນ
​ “ການບໍລິຫານງານໄລຍະຂ້າມ​ຜ່ານ” ພ້ອມ​ດ້ວຍ​ບັນ ດາ​ລັດຖະມົນຕີ​ທັງ​ໝົດ ທີ່​ກຳ​
ຕຳແໜ່ງ ກ່ອ​ນຈະມີການຍຸບຄະນະ​ລັດຖະບານ ​ ​ແລະ​ທ່ານ Machar ຖືກ​ປົດອອກ
ຈາກຕຳແໜ່ງ​ໃນ​ເດືອນ​ກໍລະ​ກົດ ປີ 2013.

Your browser doesn’t support HTML5

SOUTH SUDAN CNPK