ສະຫະພາບອາຟຣິກາ ຍັງບໍ່ສາມາດເລືອກເອົາ ຫົວໜ້າຄະນະກໍາມາທິການຕັດສິນໃຈ ຂອງຕົນ

  • ສິງ ບູຣົມມະວົງ

ບັນດາຜູ້ນໍາປະເທດໃນສະຫະພາບອາຟຣິກາ ຖ່າຍຮູບຮ່ວມກັນ ທ່ານພັນກີມູນ ເລຂາທິການໃຫຍ່ສະຫະປະຊາຊາດທີ່ນະຄອນຫລວງ Addis Ababa, ອິທີໂອເປຍ. ວັນທີ 30 ມັງກອນ 2012.

ບັນດາຜູ້ນໍາປະເທດຂອງສະຫະພາບອາຟຣິກາບໍ່​ສາມາດ​ຕົກລົງ​ກັນ​ໄດ້​ໃນ​ການເລືອກ
ເອົາຫົວໜ້າອົງ​ກອນ​ທີ່​ມີໜ້າ​ທີ່​ທໍາ​ການຕັດສິນໃຈຂອງກຸ່ມ ຍ້ອນ​ວ່າ​ຜູ້​ແຂ່ງຂັນ​ທັງ​ສອງ​
ບໍ່ໄດ້​ຮັບ​ຄະ​ແນນ​ສຽງ​ພຽງພໍ ​ໃນ​ການ​ລົງມະຕິ​ກັນໃນມື້ນີ້ ຊຶ່ງ​ເປັນ​ມື້ສຸດທ້າຍຂອງກອງ
ປະຊຸມສຸດຍອດ 2 ມື້ນັ້ນ.

ການແຂ່ງຂັນກັນໃນນະຄອນຫລວງ Addis Ababa ຂອງອີທີໂອເປຍແມ່ນລະຫວ່າງທ່ານ
Jean Ping ຈາກປະເທດ Gabon ຊຶ່ງເປັນປະທານທີ່​ກໍາລັງ​ຈະ​ພົ້ນ​ຈາກ​ຕໍາ​ແໜ່ງຂອງ
ຄະນະກໍາມາທິການສະຫະພາບອາຟຣິກາ ແລະທ່ານ Nikosazana Dlamini-Zuma
ລັດຖະມົນຕີກະຊວງພາຍໃນຂອງອາຟຣິກາໃຕ້. ການແຂ່ງຂັນກັນດັ່ງກ່າວໄດ້ຕົກຢູ່ໃນສະ
ພາບບໍ່ໄປບໍ່ມາ ຫລັງຈາກມີການລົງມະຕິກັນ 3 ຄັ້ງ ຊຶ່ງບໍ່ມີຜູ້ສະມັກຄົນໃດໄດ້ຮັບຄະແນນ
ສຽງໃນຈໍານວນ 2 ສ່ວນ 3 ທີ່ຕ້ອງການເພື່ອໃຫ້ໄດ້ຮັບເລືອກນັ້ນ.

ຮອງ​ຫົວໜ້າ​ຄະນະ​ກໍາມາ​ທິການ​ດັ່ງກ່າວ​ຂອງ AU ທ່ານ Erastus Mwencha ຈາກ​ປະ
ເທດ​ເຄັນ​ຢາ ຈະ​ກໍາ​ຕໍາ​ແໜ່​ງປະທານ​ຊໍາ​ຊາ​ໄປຈົນ​ຮອດ​ວັນ​ເລືອກ​ຕັ້ງ​ໃໝ່ ​ໃນ​ເດືອນ​ມີ​ຖຸນາ.

ບັນດາຜູ້ນໍາຂອງສະຫະພາບອາຟຣິກາໄດ້ເລີ້ມກອງປະຊຸມສຸດຍອດໃນວັນອາທິດວານນີ້ໂດຍ
ເລືອກເອົາປະທານາທິບໍດີ Thomas Yayi Boni ​ແຫ່ງ Benin ເປັນຫົວໜ້າໝຸນວຽນ
ຂອງສະຫະພາບອາຟຣິກາ ສໍາລັບປີຕໍ່ໜ້າ.

ບັນຫາຂັດແຍ່ງກັນລະຫວ່າງຊູ​ແດນ ແລະຊູ​ແດນໃຕ້ ຫາກໍໄດ້ຮັບເອກະລາດໃໝ່ໆພ້ອມກັບ
ວິກິດການໃນປະເທດໂຊມາເລຍທີ່ໄດ້ຖືກແບ່ງແຍກກັນຍ້ອນສົງຄາມໄດ້ເປັນປະເດັນສໍາຄັນ
ທີ່ສຸດໃນກອງປະຊຸມສຸດຍອດຄັ້ງນີ້.

ທ່ານພັນກີມູນ ເລຂາທິການໃຫຍ່ສະຫະປະຊາຊາດ ​ໄດ້​ກ່າວເຕືອນໃນວັນອາທິດວານນີ້ວ່າ ບັນຫາຂັດແຍ່ງກັນລະຫວ່າງຊູ​ແດນແລະຊູ​ແດນໃຕ້ ໄດ້ມາເຖິງຂັ້ນວິ​ກິດແລ້ວລະໄດ້ກາຍ
ເປັນໄພຂົ່ມຂູ່ຕໍ່ສັນຕິພາບແລະຄວາມໝັ້ນຄົງຂອງພາກພື້ນ.

ນອກນັ້ນ ທ່ານພັນກີມູນຍັງໄດ້ສະແດງຄວາມເປັນຫ່ວງອອກມາ ກ່ຽວກັບວິກິດການດ້ານ
ມະນຸດສະທໍາຢູ່ເລາະຕາມຊາຍແດນທີ່ເປັນບັນຫາ ຂັດແຍ່ງກັນ ທີ່ແບ່ງແຍກສອງປະເທດ
ອອກຈາກກັນນັ້ນ.

ຊູແດນ​ໃຕ້​ໄດ້​ປະຕິບັດ​ຕາມ​ຄໍາ​ຂູ່​ຂອງ​ຕົນ​ ແລະ​ອັດ​ການ​ຜະລິດ​ນໍ້າມັນ ​ຂອງ​ຕົນ​ທັງ​ໝົດ.
ຊູ​ແດນໃຕ້ຄວບຄຸມນໍ້າມັນໃນປະລິມານຫລາຍກວ່າ 70 ເປີເຊັນ ຂອງ​ນໍ້າມັນ​ທັງ​ໝົດທີ່ 2
ປະເທດຜະລິດອອກ ແຕ່ຕ້ອງການທໍ່ລໍາລຽງນໍ້າມັນ ຜ່ານຊູ​ແດນ ເພື່ອລໍາລຽງນໍ້າມັນໄປ
ຍັງທ່າເຮືອ​ເພື່ອ​ສົ່ງ​ອອກນັ້ນ.