ບັນດາຜູ້ນໍາ AU ປະຊຸມກັນ ແຕ່ຈະບໍ່ເວົ້າເຖິງ ວິກິດການ ໃນອີຈິບ.

  • ບົວສະຫວັນ

ທ່ານ Jean Ping ປະທານຄະນະກໍາມາທິການສະຫະພາບອາຟຣິກາຖະແຫລງຕໍ່ນັກຂ່າວ ທີ່ກອງປະຊຸມ ສຸດຍອດສະຫະພາບອາຟຣິກາ ຢູ່ນະຄອນຫລວງ Addis Ababa, ວັນທີ 29 ມັງກອນ 2011.

ບັນດາ​ຜູ້​ນໍາຈາກ​ຫລາຍ​ກວ່າ 25 ປະ​ເທດ​ໃນ​ອາ​ຟຣິກາ​ ​ໄດ້
ໄປເຕົ້າ​ໂຮມ​ກັນຢູ່ທີ່ນະຄອນຫລວງ​ຂອງ Ethiopia ​ເພື່ອ​
ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ 2 ວັນ ທີ່​ເພ່ງ​ເລັງ​ໃສ່​ເລື້ອງ​
ຄວາມ​ເປັນ​ຫ່ວງ​ກັງວົນ​ດ້ານ​ການ​ເມືອງ​ແລະ​ຄວາມ​ປອດ​ໄພ
ເປັນ​ສ່ວນ​ໃຫຍ່.

ກອງ​ປະຊຸມ​ປະ​ຈໍາປີ​ ທີ່ໄຂ​ຂຶ້ນ​ໃນ​ວັນ​ອາທິດ​ມື້​ນີ້ ຢູ່ນະຄອນ
ຫລວງ Addis Ababa ​ແມ່ນຈະໂຮມ​ທັງການ​ພົບ​ປະສຸ​ດ
ຍອດ​ຂັ້ນ​ນ້ອຍໆ​ກ່ຽວ​ກັບປະ​ເທດ Ivory Coast, ຊູ​ດານ,
ແລະໂຊ​ມາ​ເລຍ ຕະຫລອດ​ທັງ​ການ​ໂອ້​ລົມ​ສົນທະນາ​ກັນ​
ເລື້ອງສະຖານະ​ການ​ທີ່​ຮ້າຍ​ແຮງໃນ​ປະ​ເທດ​ອື່ນໆ​ເຊ່ນ ປະ
ເທດ Niger ​ແລະ Madagascar.

ແຕ່ ທ່ານ Jean Ping ປະທານ​ຄະນະ​ກໍາມາ​ທິການ
ສະຫະພາບ​ອາຟຣິກາ ກ່າວ​ວ່າ ວິ​ກິດ​ການ​ດ້ານ​ການ​ເມືອງ​
ທີ່​ເກີດ​ຂຶ້ນຫລ້າ​ສຸດ​ໃນ​ທະວີບ​ອາຟຣິກາ ​ຄື ​ໃນ​ອີຈິບແລະ​ຕູ​
ນີ​ເຊຍນັ້ນ ຈະ​ບໍ່​ຮວມຢູ່​ໃນ​ລາຍການ​ປະຊຸມ. ທ່ານກ່າວ​ຕໍ່​ໄປວ່າ ​ເຫດການ​ຢູ່ໃນ 2 ປະ​ເທດ​
ນີ້ ​ເກີດ​ຂຶ້ນ​ຊ້າ​ໂພດ​ ​ຈົນ​ບໍ່ສາມາດນໍາ​ມາ​ຮວມ​ເຂົ້າໃນ​ລາຍ​ງານ​ຂອງ​ທ່ານ​ຕໍ່​ກອງ​ປະຊຸມສຸດ​ ຍອດ​ຄັ້ງ​ນີ້.

ທ່ານ​ພັນ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທີ່​ເປັ​ນປະທານ​ກອງ​ປະຊຸມ​ສຸດ​ຍອດ​ຂະໜາດ​ນ້ອຍ​ກ່ຽວ​ກັບ​ສະຖານະ​ການ​ໃນ Ivory Coast ​ແລະ​ຊູ​ດານ​ ໃນ​ຄັ້ງ​ນີ້ ​ໄດ້ຮຽກ
ຮ້ອງ​ໃຫ້​ມີ​ສັນຕິພາບ​ໃນ​ຂົງ​ເຂດ​ ໃນ​ຄໍາ​ປາ​ໃສ​ໄຂ​ກອງ​ປະຊຸມ​ຂອງ​ທ່ານໃນ​ວັນ​ອາທິດ​ມື້​ນີ້.