ການແຂ່ງຂັນກັນເອົາຕໍາແໜ່ງນັກການທູດຂັ້ນສູງສຸດຂອງສະຫະພາບອາຟຣິກາ ຄາດວ່າ
ຈະເປັນຈຸດສໍາຄັນຂອງກອງປະຊຸມສຸດຍອດປະຈໍາພາກພື້ນ ທີ່ຈະໄຂຂຶ້ນໃນວັນອາທິດມື້ນີ້ ທີ່ນະຄອນຫລວງ Addis Ababa ຂອງອີທີໂອເປຍ ນັ້ນ.
ນຶ່ງມື້ກ່ອນກອງປະຊຸມສຸດຍອດດັ່ງກ່າວ ສະຫະພາບອາຟຣິກາໄດ້ປະກອບພິທີເປີດສໍານັກ
ງານໃຫຍ່ໃໝ່ຂອງຕົນຂຶ້ນໃນນະຄອນຫລວງຂອງອີທີໂອເປຍ ທີ່ໄດ້ກໍ່ສ້າງຂຶ້ນດ້ວຍການບໍ
ລິຈາກເງິນຈາກຈີນເປັນມູນຄ່າ 200 ລ້ານດອນລາ. ທ່ານ Jia Qinglin ທີ່ປຶກສາຂັ້ນອາ
ວຸໂສທາງດ້ານການເມືອງຂອງຈີນ ໄດ້ໄຂຕຶກອາຄານສໍານັກງານໃຫຍ່ຢ່າງເປັນທາງການ
ໃນວັນເສົາວານນີ້ ໃນພິທີ ທີ່ເຂົ້າຮ່ວມໂດຍນາຍົກລັດ
ຖະມົນຕີອີທີໂອເປຍ ທ່ານ Meles Zenawi ພ້ອມທັງພວກຜູ້ນໍາປະເທດອື່ນໆໃນທະວີບ
ອາຟຣິກາ ແລະພວກນັກການທູດຕ່າງປະເທດ.
ທ່ານ Jia Qinglin ກ່າວວ່າ ຕຶກອາຄານທີ່ສ້າງຂຶ້ນຢູ່ບ່ອນຄຸກເກົ່າທີ່ມີການຮັກສາຄວາມ
ປອດໄພຢ່າງເຄັ່ງຄັດທີ່ສຸດ ເປັນການພິສູດໃຫ້ເຫັນຢ່າງຈະແຈ້ງເຖິງມິດຕະພາບຂອງຈີນ
ກັບປະຊາຊົນໃນອາຟຣິກາ.
ນອກນັ້ນ ທ່ານຍັງໄດ້ກ່າວຊົມເຊີຍການຄ້າທີ່ກໍາລັງເຕີບໂຕຂຶ້ນຂອງຈີນກັບພວກປະເທດ
ໃນອາຟຣິກາ ຊຶ່ງທ່ານກ່າວວ່າ ເປັນມູນຄ່າເຖິງ 150 ຕື້ດອນລາວໃນປິແລ້ວນີ້ ຊຶ່ງແມ່ນ
13 ເທົ່າຂອງຈໍານວນໃນຮອບນຶ່ງທົດສະວັດຜ່ານມາ.
ທ່ານ Jia ກ່າວຕື່ມວ່າ ຈີນເປັນພາຄີການຄ້າໃຫຍ່ທີ່ສຸດຂອງອາຟຣິກາແລະການລົງທຶນ
ຂອງຈີນເປັນມູນຄ່າທັງໝົດ 13 ຕື້ດອນລາ.
ນາຍົກລັດຖະມົນຕີ ອີທີໂອເປຍ ກ່າວຊົມເຊີຍອັນທີ່ທ່ານເອີ້ນວ່າການເກີດໃໝ່ຂອງອາຟຣິ
ກາ ຊຶ່ງທ່ານກ່າວວ່າ ໄດ້ເປັນແບບຢ່າງຂອງການເສດຖະກິດທີ່ຢູ່ໃນພາຍໃຕ້ການນໍາພາ
ຂອງລັດຂອງຈີນນັ້ນ. ທ່ານໄດ້ສວາຍໂອກາດນີ້ ຕໍາໜິຕິຕຽນແບບຢ່າງເສດຖະກິດຂອງ
ຝ່າຍຕາເວັນຕົກໃນທ້າຍສັດຕະວັດທີ 20 ເປັນຢາປົວພະຍາດທີ່ກາຍເປັນສິ່ງຮ້າຍກາດ
ກວ່າພະຍາດນັ້ນ.