ປ. ທຣໍາ ກ່າວວ່າ ການປົດ ທ່ານແມັກເຄບ ເປັນວັນທີ່ຍິ່ງໃຫຍ່ ສຳລັບ ປະຊາທິປະໄຕ

ຮັກສາການ ຜູ້ອຳນວຍການ ອົງການສັນຕິບານກາງ ສະຫະລັດ ຫລື FBI ທ່ານແອນດຣູ ແມັກເຄບ.

ລັດຖະມົນຕີ​ກະຊວງ​ຍຸ​ຕິ​ທຳ ທ່ານ​ແຈັຟ ​ແຊັສສັນ ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ທີ່​ໄດ້​ນຳ
ອອກເຜີຍ​ແຜ່​ ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້​ວ່າ ອະດີດ​ຮອງ​ຫົວໜ້າ​ອົງການສັນຕິ​ບານ​
ກາງ ຫຼື FBI ທ່ານ​ແອນ​ດຣູ ​ແມັກ​ເຄບ ​ໄດ້​ຖືກ​ປົດອອກຈາກ​ຕໍາ​ແໜ່​ງ ໃນທັນທີ.

ທ່ານ​ແຊັສສັນ ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “ອີງ​ຕາມ​ລາຍ​ງານ​ ຂອງ​ຜູ້​ກວດກາ​ທົ່ວໄປ
ແລ້ວ ການ​ພົບ​ເຫັນ​ຂອງ​ຫ້ອງການ​ຮັບຜິດຊອບໃນໜ້າທີ່ວຽກງານຂອງອົງການ FBI
​ແລະ​ການສະ​ເໜີແນະ ​ຂອງ​ເຈົ້າ​ໜ້າ​ທີ່​ອະວຸ​ໂສ​ຂອງ​ກະຊວງ ຂ້າພະ​ເຈົ້າ​ຈຶ່ງໄດ້​ປົດທ່ານ
ແອນ​ດຣູ ​ແມັກ​ເຄບ ອອກຈາກໜ້າທີ່ ​ໃນ​ທັນ​ທີ.”

ປະທານາທິບໍດີ​ທຣໍາ​ໄດ້ເຫັນ​ພ້ອມ​ກັບ​ການ​ປົດທ່ານ​ແມັກ​ເຄບອອກຈາກຕຳແໜ່ງຢູ່​
ໃນ​ກາ​ນຂຽນຂໍ້ຄວາມລົງ​ໃນ​ທວິດ​ເຕີ “ທ່ານແອ​ລດຣູ ​ແມັກ​ເຄບ ຖືກ​ປົດ​ອອກ ຈາກຕຳ
​ແໜ່​ງ ​ເປັນ​ວັນ​ທີ່ຍິ່ງ​ໃຫຍ່​ສຳລັບ​ພວກ​ຜູ້​ຊາຍ​ແລະແມ່ຍິງ​ທີ່​ເຮັດ​ວຽກ​ໜັກຂອງອົງການ
FBI ​ເປັນ​ມື້​ທີ່​ຍິງໃຫຍ່​ແກ່​ປະ​ຊາທິປະ​ໄຕ. ​ທ່ານ​ເຈ​ມ ​ໂຄ​ມີທີ່ຖືວ່າມີສິນທຳ ​ແມ່ນ​ເປັນ
ນາຍ​ຂອງ​ທ່ານ ​ແລະ​ເຮັດໃຫ້​ທ່ານ​ແມັກ​ເຄບ ​ແມ່ນ​ຄື​ກັນກັບເປັນເດັກນ້ອຍ​ຮ້ອງເພງຢູ່
ໃນໂບດ. ລາວຮູ້​ທັງ​ໝົດ​ກ່ຽວ​ກັບ​ການ​ຂີ້​ຕົວະແລະການ​ຄໍລັບຊັ່ນ​ທີ່​ກຳລັງ​ດຳ​ເນີນ​ຢູ່່​
ລະດັບສູງ​ສຸດ​ ຂອງອົງການ FBI.”

ທ່ານ​ແມັກ​ເຄບ ​ຊຶ່ງຄັ້ງ​ນຶ່ງ ​ໄດ້​ເປັນເຈົ້າ​ໜ້າ​ທີ່ນໍ້າ​ເບີ​ສອງ​ຂອງອົງການຜູ້​ທີ່ປະທາ ນາທິ
ບໍດີດໍ​ໂນ​ລ ທຣໍາ ​ໄດ້​ຕິ​ຕຽນ​ຢ່າງ​ເປີດ​ເຜີຍ ຕໍ່​ການ​ກ່າວ​ຫາ​ວ່າ ລຳອຽງ​ທາງ​ການ​ເມືອງ
​ແລະ​ມີ​ລາຍ​ງານວ່າ ​ຕ້ອງການ​ຈະ​ປົດ​ຜູ້ກ່ຽວ ອອກຈາກຕໍາ​ແໜ່ງ ຢູ່ ອົງການ FBI ​ພາຍ
ໃນ​ວັນ​ທີ 30 ​ເດືອນ​ມັງກອນ. ທ່ານ​ມີ​ແຜນ​ທີ່​ຈະ​ອອກ​ກິນ ເບ້ຍບໍານານ ​ໃນ​ວັນ​ອາທິດ
​ມື້​ອື່ນ​ນີ້ ຊຶ່ງເປັນວັນ​ເກີດ​ຂອງທ່ານ ໂດຍຈະໄດ້ຮັບ ເບ້ຍບຳນານເຕັມ. ​ເຖິງ​ຢ່າງ​ໃດ​ກໍ​ດີ
ບັດ​ນີ້​ທ່ານ​ໄດ້​ຖືກ​ປົດອອກຈາກ​ຕຳ​ແໜ່​ງ​ໄປ​ແລ້ວ ສ່ວນ​ນຶ່ງຂອງເບ້​ຍບໍານານ ຫຼືທັງ​ໝົດ
​ອາດຕົກ​ຢູ່​ໃນ​ຄວາມ​ສ່ຽງ.

ຢູ່​ໃນ​ຖ​ະແຫ​ລງກາ​ນຫຼັງຈາກ​ການ​ປະກາດ​ຂອງ​ທ່ານແຊັສສັນແລ້ວ ທ່ານ​ແມັກ​ເຄບກ່າວ
​ວ່າ “ການ​ໂຈມ​ຕີ​ດັ່ງກ່າວ ​ຕໍ່​ຄວາມໜ້າ​ເຊື່ອຖື ​ຂອງ​ຂ້າພະ​ເຈົ້າ ​ເປັນ​ສ່ວນ​ນຶ່ງ ​ໃນ​ຄວາມ
​ພະຍາ​ຍາມທີ່​ໃຫຍ່​ກວ່ານັ້ນ ບໍ່​ພຽງ​ແຕ່​ໃສ່ຮ້າຍປ້າຍສີຂ້າພະ​ເຈົ້າ​ໃນທາງສ່ວນ​ໂຕເທົ່າ
ນັ້ນ ​ແຕ່​ຍັງໄດ້ສ້າງຮອຍ​ດ່າງ​ໃຫ້​ແກ່ອົງການ FBI ແກ່ເຈົ້າ​ໜ້າ​ທີ່ປະຕິບັດກົດໝາຍ ແລະເຈົ້າໜ້າທີ່ສືບ​ລັບ​ມືອາຊີບ ໂດຍ​ທົ່ວ​ໄປ.”

ທ່ານ​ແມັກ​ເຄບ ​ໄດ້​ຕົກເປັນຂ່າວນອງນັນ ພຽງ​ບໍ່​ເທົ່າ​ໃດ​ມື້ ​ກ່ອນການ​ເລືອກ​ຕັ້ງ​ປະທາ​
ນາ​ທິບໍດີ​ ໃນປີ 2016 ​ເວລາ​ມີການເປີດ​ເຜີຍ​ວ່າ​ ພັນ​ລະ​ຍາ​ຂອງ​ທ່ານ ຍານາງ​ຈຽວ ​ແມັກ​
ເຄບ ຜູ້​ສະໝັກຂອງ​ພັກ​ເດ​ໂມ​ແຄຣັດ​ ເພື່ອລົງແຂ່ງຂັນ​ເອົາ ບ່ອນ​ນັ່ງ​ໃນສະພາ​ສູງ​ລັດ​ເວີ​
ຈີ​ເນຍ​ໃນ​ປີ 2015 ​ໄດ້​ຮັບເງິນ​ຫຼາຍ​ຮ້ອຍ​ພັນ​ໂດ​ລາ​ໃນການ​ບໍລິຈາກ ສຳລັບການ​ໂຄສະ
ນາ​ຫາ​ສຽງ​ ຈາກ​ຄະນະ​ກຳມະການ ເຄື່ອນ ໄຫວທາງການ​ເມືອງທີ່​ຄວບ​ຄຸມ​ໂດຍ​ເພື່ອນ
ຄົນ​ນຶ່ງຂອງທ່ານ​ນາງ​ຮີ​ລ​ລາຣີ ຄລິນ ​ຕັນ ຜູ້ສະໝັກ​ປະທານາທິບໍດີຂອງພັກເດໂມແຄຣັດ
ຄື​ທ່ານ​ແທຣີ ​ແມັກ​ອໍ​ລີ​ຟຊຶ່ງ ​ເປັນ​ຜູ້​ປົກ​ຄອງ​ລັດ​ເວີ​ຈີ​ເນຍ ໃນເວລານັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

FBI Mccabe Fired