ຜູ້ໂຈມຕີ ດ້ວຍມີດ ທີ່ພະຍາຍາມແທງ ຕຳຫຼວດອິສຣາແອລ ຖືກຍິງຕາຍ

ຄົນງານຜູ້ນຶ່ງ ພວມທຳຄວາມສະອາດ ພື້ນທີ່ ຈຸດເກີດເຫດ ການຍິງຜູ້ຮ້າຍ ໂຈມຕີດ້ວຍມີດ ຕາຍ ຢູ່ນອກປະຕູ Lions ທາງເຂົ້າເມືອງ Old City ຂອງນະຄອນຫຼວງ ເຈຣູຊາແລັມ, ວັນທີ 12 ຕຸລາ 2015.

ເກີດ​ຄວາມ​ເຄັ່ງ​ຕຶງ​ຢູ່​ສ່ວນ​ນຶ່ງ ໃນ​ Old City ເຂ​ດຕາ​ເວັນ​ອອກ​
ຂອງນະຄອນ Jerusalem ທີ່​ໄດ້​ປະ​ເຊີນ​ກັບ ຄວາມ​ຮຸນ​ແຮງ
​ອີກ​ຄັ້ງນຶ່ງ ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ເວລາ ຜູ້​ໂຈມ​ຕີ​ຄົນ​ນຶ່ງ ພະຍາຍາມ
​ແທງ​ຕຳຫຼວດອິສຣາ​ແອ​ລ ຄົນ​ນຶ່ງ ກ່ອນ​ຜູ້ກ່ຽວ​ ຈະ​ຖືກ​ຍິງ​ຕາຍ.

​ໂຄ​ສົກ​ຂອງ​ກອງ​ກຳລັງ​ປ້ອງ​ກັນ​ອິສຣາ​ແອ​ລ ກ່າວ​ວ່າ ການ​
ໂຈມ​ຕີນີ້​ ໄດ້​ເກີດ​ຂຶ້ນ ​ໃກ້​ກັບປະຕູ​ເຂົ້າ​ເມືອງ Lions Gate ​ແລະ
ມີດ​ຂອງ​ຜູ້​ໂຈມ​ຕີ ​ໄດ້​ຫັນປ່ຽນທິດ​ທາງ ​ໂດຍ​ເສື້ອ​ປ້ອງ​ກັນຕົວ​
ຂອງຕຳຫຼວດ.

​ເຫດການ​ດັ່ງກ່າວ ​ແມ່ນ​ເປັນ​ຄື້ນ​ຟອງ​ການ​ໂຈມ​ຕີ ຫຼ້າສຸດ ທີ່​ໄດ້
​ເກີດ​ຂຶ້ນຢູ່​ໃນ​ນະຄອນຫຼວງ ​ເຈຣູ​ຊາ​ແລັມ ທີ່​ເຊື່ອມ​ໂຍງ ​ໃສ່​ສະຖານ​ທີ່​ສັກສິດ ທີ່​ຊາວ​ມຸສລິມ
​ເອີ້ນ​ວ່າ ວັດມຸສລິ​ມ​ al-Aqsa ​ແລະ ຊາວ​ຢິວ ​ເອີ້ນ​ວ່າວັດ Temple Mount ນັ້ນ.

ຊາວ​ປາ​ແລັສໄຕ​ນ໌ ທີ່​ມີ​ຄວາມ​ຜິດ​ຫວັງ​ຢູ່​ແລ້ວນັ້ນ ​ໂດຍ​ການ​ສືບ​ຕໍ່ຕັ້ງຖິ່ນ​ຖານ ​ໃນດິນ
​ແດນ ທີ່ພວກ​ເຂົາ​ເຈົ້າ ຢາກ​ໃຫ້​ເປັນ​ປະ​ເທດ​ຂອງ​ຕົນ​ໃນ​ອະນາ​ຄົດ ​ແລະ ​ໄດ້​ກ່າວ​ຫາ
ອິສຣາ​ແອ​ລ ວ່າ ພະຍາຍາມ ກີດ​ກັນພວກ​ເຂົາ​ເຈົ້າ ຈາກ​ສະຖາ​ທີ່​ດັ່ງກ່າວ​. ອິສຣາ​ແອ​ລ
​ໄດ້​ປະຕິ​ເສດ ຕໍ່​ຂໍ້​ກ່າວ​ຫານັ້ນ ​ແລະໄດ້​ກ່າວ​ຫາ​ຄືນ​ວ່າ ພວກ​ຫົວ​ຮຸນ​ແຮງ​ ປາ​ແລັສ​ໄຕນ໌
​ປຸກລະດົມ​ ໃຫ້​ປະຊາຊົນ​ກໍ່ການ​ຈະລາຈົນ.

ການ​ໂຈມ​ຕີ​ໃນ​ວັນ​ຈັນ​ມື້​ນີ້ ​ເກີດ​ຂຶ້ນຫຼັງ​ຈາກ ​ເກີດຄວາມ​ຮຸນ​ແຮງ ​ໃນ​ບໍລິ​ເວນອື່ນ​ອີກ​ແຫ່ງ​ນຶ່ງ
ເມື່ອ​ວັນ​ອາທິດ​ວານ​ນີ້ ທີ່​ລວມທັງ​ ການ​ຍິງ​ສັງຫານ ​ເດັກນ້ອຍ​ປາ​ແລັສ​ໄຕ​ນ໌ ອາຍຸ 13 ປີ
ໂດຍ​ອິສຣາ​ແອ​ລຄົນນຶ່ງ ​ໃນ​ລະຫວ່າງ​ ການ​ປະ​ທະ​ກັນ ຢູ່​ນອກ​ດ່ານ​ກວດກາ ​ໃນ​ຝັ່ງ​
ຕາ​ເວັນ​ຕົກ​ຂອງ​ແມ່ນ້ຳຈໍ​ແດັນ ຫຼື West Bank ທີ່​ພວກ​ທະຫານ​ອິສຣາ​ແອ​ລ ກ່າວ​ວ່າ
ພວກ​ປະ​ທ້ວງ ຢູ່​ທີ່​ນັ້ນ ພາກັນ​ໂຈມຕີ​ ພວ​ກ​ເຂົາ​ເຈົ້າ ດ້ວຍ​ການ​ແກວ່ງ​ກ້ອນ​ຫິນ ​ແລະ
ລະ​ເບີດ​ໄຟຕ່າງໆ ​ໃສ່​ເຂົາ​ເຈົ້າ.