ພວກມືປືນທີ່ບໍ່ຊາບຊື່ ຮວມທັງພວກວາງລະເບີດສະຫຼະຊີບ ໄດ້ບຸກໂຈມຕີສຳນັກງານ
ໃຫຍ່ສະຖານີໂທລະພາບເອກກະຊົນອັຟການິສຖານຢູ່ນະຄອນຫຼວງ Kabul ແລະມີ
ລາຍງານວ່າ ມີຜູ້ບາດເຈັບລົ້ມຕາຍຈຳນວນນຶ່ງ.
ບັນດາຜູ້ເຫັນເຫັດການໄດ້ຍິນສຽງລະເບີດແຕກ ແລະສຽງປືນຈາກຂ້າງໃນຂອງຕຶກສະ
ຖານີໂທລະພາບ Shamshad. ພວກພະນັກງານ ໄດ້ພາກັນຢຸດລາຍ ການອອກອາ
ກາດ. ກຳລັງຮັກສາຄວາມປອດໄພ ໄດ້ປິດລ້ອມບໍລິເວນດັ່ງກ່າວ ແລະລາຍງານຂ່າວ
ໂທລະພາບສົດສະແດງໃຫ້ເຫັນວວ່າ ມີການຍິງຕໍ່ສູ້ກັນຢ່າງ ຮ້າຍແຮງທີ່ກຳລັງດຳເນີນຢູ່.
ພວກກູ້ໄພກຳລັງຊ່ວຍເດັກນ້ອຍອອກຈາກໂຮງຮຽນ ຢູ່ໃນເຂດສະຖານີໂທລະພາບ ຫລັງຈາກເກີດການໂຈມຕີ ໃນນະຄອນ Kabul ວັນທີ 7 ພະຈິກ 2017.
ຍັງບໍ່ມີລາຍງານໃດໆໃນທັນທີເທື່ອວ່າພວກຄົນຮ້າຍຈຸນີ້ເປັນໃຜ ຫລືຈຸດປະສົງ ຂອງພວກ
ໂຈມຕີ.
ພວກກະບົດ Taliban ໄດ້ອອກຖະແຫລງການຢ່າງໄວວາໂດຍກ່າວວ່າ ຕົນບໍ່ໄດ້ພົວພັນ
ກັບການໂຈມຕີນີ້.
ເລຂາທິການໃຫຍ່ອົງການ NATO ທ່ານ Jens Stoltenberg ກ່າວຕໍ່ບັນດານັກຂ່າວ.
ອັຟການິສຖານ ແມ່ນຢູ່ໃນບັນຊີລາຍຊື່ຂອງບັນດາປະເທດທີ່ພິຈາລະນາວ່າເປັນອັນຕະ
ລາຍທີ່ສຸດຂອງພວກນັກຂ່າວ ແລະພະນັກງານສື່ມວນຊົນ. ຜູ້ວາງລະເບີດສະຫຼະຊີບ
Taliban ຄົນນຶ່ງ ໄດ້ສັງຫານສະມາຊິກ ຂອງສະຖານີໂທລະພາບ Tolo ເຈັດຄົນ ຊຶ່ງອົງ
ການສື່ມວນຊົນທີ່ໃຫຍ່ທີ່ສຸດໃນອັຟການິສຖານ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Afghanistan Attack