ດ້ວຍການແນສາຍຕາໃສ່ຈີນ ນາຍົກລັດຖະມົນຕີອິນເດຍ ທ່ານນາເຣນດຣາ ໂມດີ ແລະບັນດາຜູ້ນຳຂອງປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ໄດ້ຕົກລົງກັນ
ໃນລະຫວ່າງກອງປະຊຸມສຸດຍອດ ທີ່ນະຄອນຫລວງນິວເດລີ ເພື່ອເສີມຂະຫຍາຍ
ສາຍສຳພັນທາງທະເລ.
ທ່ານໂມດີ ໃຫ້ຄວາມເຫັນດັ່ງກ່າວ ໃນວັນພະຫັດວານນີ້ ລະຫວ່າງການກ່າວຄຳ
ປາໄສຕໍ່ສະມາຊິກ 10 ປະເທດຂອງສະມາຄົມບັນດາປະຊາຊາດໃນເຂດເອເຊຍ
ຕາເວັນອອກສຽງໃຕ້ ຫຼືອາຊ່ຽນ ໂດຍເວົ້າວ່າ “ອິນເດຍ ມີວິໄສທັດຮ່ວມ ກັບສະ
ມາຄົມອາຊ່ຽນ ທີ່ຢາກໃຫ້ມີສັນຕິພາບ ແລະຄວາມອຸດົມຮັ່ງມີ ໂດຍຜ່ານກົດລະ ບຽບກ່ຽວກັບມະຫາສະມຸດ ແລະທະເລ.”
ໂດຍການຮຽກຮ້ອງໃຫ້ມີການຮ່ວມມືກັນຕື່ມຂຶ້ນກັບສະມາຄົມອາຊ່ຽນ ທ່ານໄດ້
ກ່າວຢ້ຳວ່າ ອິດສະຫຼະພາບໃນການເດີນເຮືອ ຈະແມ່ນຈຸດເພັ່ງເລັງທີ່ສຳຄັນ.
ກອງປະຊຸມສຸດຍອດດັ່ງກ່າວ ມີຂຶ້ນນຶ່ງມື້ ກ່ອນພິທີເດີນສວນສະໜາມປະຈຳປີໃນໂອ
ກາດການສະເຫລີມສະຫຼອງວັນສ້າງຕັ້ງສາທາລະນະລັດຂອງອິນເດຍຊຶ່ງພວກຜູ້ນຳ
ຂອງ 10 ປະເທດສະມາຊິກອາຊ່ຽນ ໄດ້ຖືກເຊື້ອເຊີນໃຫ້ເຂົ້າຮ່ວມ. ນີ້ແມ່ນເປັນເທື່ອ
ທຳອິດ ທີ່ອິນເດຍໄດ້ເປັນເຈົ້າພາບຕ້ອນຮັບ ຜູ້ນຳຂອງຫຼາຍໆປະເທດ ເຂົ້າຮ່ວມໃນ
ພິທີສວນສະໜາມປະຈຳປີ ທີ່ໄດ້ສະແດງແສນຍານຸພາບທາງທະຫານຂອງຕົນ.
ການເຊື້ອເຊີນດັ່ງກ່າວຂອງນິວເດລີ ແມ່ນເປັນສັນຍານສະແດງໃຫ້ເຫັນວ່າ ທັງສອງ
ຝ່າຍຕ້ອງການຢາກເສີມຂະຫຍາຍຄວາມສຳພັນເພື່ອສ້າງຄວາມກ້ຳເກິ່ງຕໍ່ອິດທິພົນ
ແລະການຄອບງຳທີ່ມີເພີ້ມຂຶ້ນຂອງຈີນຢູ່ໃນຂົງເຂດ ອີງຕາມພວກນັກສັງເກດການ.
ນອກນັ້ນ ການຮ່ວມມືທາງທະເລ ຍັງເປັນຈຸດເພັ່ງເລັງທີ່ສຳຄັນ ໃນກອງປະຊຸມສອງ
ຝ່າຍລະຫວ່າງທ່ານໂມດີ ທີ່ມີຂຶ້ນກັບພວກຜູ້ນຳ ຈາກເຂດເອເຊຍຕາເວັນອອກສຽງ
ໃຕ້ ອີງຕາມ ທ່ານນາງປຣີຕີ ຊາຣານ ເຈົ້າໜ້າທີ່ກະຊວງການຕ່າງປະເທດ ຂອງອິນ
ເດຍ. ໂດຍບໍ່ໄດ້ໃຫ້ການອະທິບາຍຫຍັງເພີ້ມຕື່ມຊຶ່ງທ່ານນາງຊາຣານເວົ້າວ່າ ພວກ
ທ່ານໄດ້ແກ້ໄຂບັນຫາທ້າທາຍ ທີ່ມີມາ ຕາມປົກກະຕິ ແລະບໍ່ປົກກະຕິທີ່ພວກເຮົາທັງ
ໝົດຕ່າງກໍປະເຊີນຮ່ວມກັນ.