ເຫດລະເບີດ ສອງຄັ້ງ ຢູ່ນະຄອນ Mogadishu ສັງຫານ ຢ່າງໜ້ອຍ 10 ຄົນ

ສ່ວນໜຶ່ງຂອງຝາ ຖືກທຳລາຍ ຫລັງຈາກເຫດລະເບີດແຕກ ຢູ່ຄຸ້ມ Hamarweyne ໃນນະຄອນຫຼວງ Mogadishu ປະທດ Somalia ວັນທີ 26 ກຸມພາ 2016.

ຢ່າງ​ໜ້ອຍ 12 ຄົນ​ໄດ້​ເສຍ​ຊີວິດ ​ແລະ​ຫລາຍກວ່າ 30 ຄົນ​ໄດ້
​ຮັບ​ບາດ​ເຈັບໃນ​ເຫດລະ​ເບີດ​ຂະໜາດແຮງ​ສອງ​ຄັ້ງ​ແລະການ
​ຍິງ​ຕໍ່ສູ້ກັນ​ ຢູ່ທີ່ນະຄອນຫຼວງ Somalia ​ໃນ​ຕອນ​ແລງ​ວັ​ນສຸກ​
ວານ​ນີ້.

ກຸ່ມ​ຫົວຮຸນ​ແຮງ Al-Shabab ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ
ໃນ​ການ​ໂຈມ​ຕີ​ດັ່ງກ່າວ.

ບັນດາ​ຜູ້​ເຫັນ​ເຫດການ​ລາຍ​ງານວ່າ ລົດ​ບັນ​ທຸກ​ຄັນ​ໜຶ່ງ​ທີ່ເຕັ​ມ
​ໄປ​ດ້ວຍ​ລະ​ເບີດ ​ໄດ້ແຕກ​ຂື້ນ​ຢູ່ທີ່ດ່ານກວດຂອງ​ເຈົ້າໜ້າ​ທີ່​ໃກ້​
ກັບໂຮງ​ແຮມ SYL ​ໃນ​ນະຄອນ Mogadishu ປະມານ 7 ​ໂມງ
45 ​ໃນຕອນ​ແລງວານ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ.

ລັດຖະມົນຕີ​ຮັກສາ​ຄວາ​ມປອດ​ໄພ Somalia ທ່ານ Abdirizak Omar Mohamed
ກ່າວ​ຕໍ່ ວີ​ໂອ​ເອ ພະ​ແນ​ກພາສາ Somalia ວ່າ ສະມາຊິກ​ຫ້າ​ຄົນ​ຂອງອົວການ​ຮັກສາ​
ຄວາມ​ປອດ​ໄພແຫ່ງ​ຊາດ ​ໄດ້​ເສຍ​ຊີວິດ​ໃນ​ທັນ​ທີຢູ່​ດ່ານ​ກວດ ​ດັ່ງກ່າວ ເວລາ​ລະ​ເບີດ
​ແຕກ​ຂື້ນ​ເທື່ອ​ທຳ​ອິດ. ທ່ານ​ກ່າວ​ວ່າ ຜູ້​ຂັບ​ລົດສະ​ລະ​ຊີບ​ກໍໄດ້​ເສຍ​ຊີວິດ​ເຊັ່ນ​ກັນ.

ຜູ້ຊາຍໂຊມາເລຍ ຄົນໜຶ່ງໄດ້ຮັບບາດເຈັບ ຈາກລະເບີດແຕກ ທີ່ ນະຄອນຫລວງ Mogadishu ປະເທດ Somalia.

ໃນ​ເວລາ​ຕໍ່​ມ​າ ພວກ​ມື​ປືນ​ສາມ​ຄົນ​ໄດ້​ອອກ​ຈາກ​ລົດ ​ແລ້ວ​ເລີ້ມ​ຍິງປືນ​ເຂົ້າ​ໃສ່ໃນ​ຄວາມ
​ພະຍາຍາມ​ທີ່​ຈະບຸກ​ເຂົ້າ​ໄປ​ໃນ​ໂຮງ​ແຮມ ​ແຕ່​ໄດ້​ຖືກກຳລັງ​ຮັກສາ​ຄວາມ​ປອດ​ໄພສະກັດ
​ກັ້ນ​ເອົາ​ໄວ້.

ທ່ານ Mohamed ກ່າວ​ວ່າ ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ແລະ​ພວກຍາມ​ຢູ່​ທີ່​ໂຮງ​ແຮມ ​
ໄດ້​ຍິງສັງຫານ​ພວກ​ຫົວ​ຮຸນ​ແຮງ​ສາມ​ຄົນ ກ່ອນ​ເຂົາ​ເຈົ້າ​ເຂົ້າໄປເຖິງໂຮງ​ແຮມ. ບັນດາ​ຜູ້​
ເຫັນ​ເຫດການ​ໃຫ້ການ​ຢືນຢັນ​ວ່າ ພວກ​ຫົວ​ຮຸນ​ແຮງ al-Shabab ​ບໍ່​ສາມາດບຸກເຂົ້າ
ໄປ​ໃນໂຮງ​ແຮມ​ໄດ້.

​ໃນ​ເວລາ 8​ ​ໂມງ 45 ຕອນ ລົດ​ເກງ​ທີ່​ໃຊ້​ໂດຍ​ພວກ​ມື​ປືນ​ກໍ​ໄດ້​ລະ​ເບີດ​ຂຶ້ນຢູ່ ​ໃກ້ໆ​ນັ້ນ ກໍ່
​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ເພີ້ມຕື່ມ​ ແລະ​ສົນ​ລະ​ວົນກັນ​ຢູ່​ທີ່​ບ່ອນ​ເກີດ ​ເຫດ.

Your browser doesn’t support HTML5

Somalia Violence