ຢ່າງໜ້ອຍນັກຂ່າວຫລາຍສິບຄົນ ໄດ້ເສຍຊີວິດ ໃນອາທິດທຳອິດ ຂອງສົງຄາມອິສຣາແອລ ແລະ ຮາມາສ

  • ວີໂອເອ

ບັນດານັກຂ່າວເລບານອນຖືຮູບນັກຂ່າວຣອຍເຕີ ຖ່າຍພາບວີດີໂອ ທ່ານອາຊຊາມ ອັບດູລລາ ຜູ້ທີ່ໄດ້ເສຍຊີວິດ ຈາການໂຈມຕີຂອງອິສຣາແອລ ລະຫວ່າງການປະທ້ວງຢູ່ຕໍ່ໜ້າ ຫ້ອງການສະຫະປະຊາຊາດໃນນະຄອນເບຣຸດວັນທີ 15 ຕຸລາ 2023

ໃນອາດທິດທຳອິດຂອງສົງຄາມ​ອິສຣາແອລ ແລະ ຮາມາສ ສື່ມວນຊົນ ໄດ້ລາຍງານກ່ຽວກັບການຂັດແຍ້ງນັ້ນ ແມ່ນໄດ້ຕົກເປັນເປົ້າໝາຍໃນລະຫວ່າງການສູ້ລົບກັນໂດຍຢ່າງໜ້ອຍມີນັກຂ່າວຫລາຍສິບຄົນໄດ້ເສຍຊີວິດ ແລະໄດ້ຮັບບາດເຈັບ ຫລືຖືກຮາວີ.

ຮວມຢູ່ໃນບັນດາຜູ້ເສຍຊີວິດມີນັກຂ່າວຖ່າຍວີດີໂອ ຂອງອົງການຂ່າວຣອຍເຕີ ທ່ານອາຊຊາມ ອັບດາລລາ ຜູ້ທີ່ໄດ້ເສຍຊີວິດໃນວັນສຸກແລ້ວນີ້ ໃນຂະນະທີ່ລາຍງານສົດ ໃກ້ກັບຊາຍແດນໃນພາກໃຕ້ຂອງເລບານອນ.

ນັກຂ່າວອີກຫົກຄົນໄດ້ຮັບບາດເຈັບຢູ່ໃນການໂຈມຕີດຽວກັນນັ້ນ ຮວມທັງສອງຄົນຈາກແຕ່ລະ ອົງການຂ່າວຣອຍເຕີ ແລະອາລຈາຊີຣາ ແລະອົງການຂ່າວຝຣັ່ງ ຫລື AFP.

ໂຄສົກຄົນນຶ່ງຈາກອົງການສະຫະປະຊາຊາດ ກ່າວວ່າ “ຖ້າຫາກສະຖານະການສືບຕໍ່ເພີ້ມຂຶ້ນ ພວກເຮົາຈະເຫັນຫຼາຍຂຶ້ນ ເຊັ່ນຄວາມຫາຍຍະນະ.”

ຫລາຍກວ່າ 4,000 ຄົນ ທີ່ທັງສອງຝ່າຍໄດ້ເສຍຊີວິດ ນັບແຕ່ພວກຫົວຮຸນແຮງຮາມາສ ໄດ້ເລີ້ມໂຈມຕີ ໃນວັນທີ 7 ຕຸລາ ຕໍ່ອິສຣາແອລ. ສິບສອງຄົນໃນຈ/

ຈໍານວນດັ່ງກ່າວ ຮວມທັງ ທ່ານອັບດູລລາ ເປັນພວກນັກຂ່າວທີ່ລາຍງານການໂຈມຕີ ແລະການບຸກໂຈມຕີ ອີງຕາມຄະນະກຳມະການ ເພື່ອປ້ອງກັນນັກຂ່າວ ຫລື CPJ.

ໃນກໍລະນີທັງຫຼາຍນັ້ນ CPJ ໄດ້ບັນທຶກເທົ່າທີ່ຜ່ານມາ ມີນັກຂ່າວ 10 ຄົນ ແມ່ນຊາວປາແລັສໄຕນ໌ ນຶ່ງຄົນແມ່ນອິສຣາແອລ ແລະນຶ່ງຄົນແມ່ນເລບານອນ. ອົງການຈັດຕັ້ງກ່າວວ່າ ທີ່ມີຫ້ອງການຕັ້ງຢູ່ນິວຢອກ ກ່າວວ່າ ຢ່າງໜ້ອຍນັກຂ່າວອີກສອງຄົນ ໄດ້ຫາຍສາບສູນ.

ອ່ານຂ່າວນີ້ເປັນພາສາອັງກິດ