ລົດ​ໄຟ​ຕຳ​ກັນ​ໃນ​ ອິນ​ເດຍ ມີ​ຜູ້​ເສຍ​ຊີ​ວິ​ດ​ຢ່າງ​ໜ້ອຍ 8 ຄົນ ແລະ 25 ຄົນ​ບາດ​ເຈັບ

​ປະ​ຊາ​ຊົນ​ເບິ່ງ​ພະ​ນັກ​ງານ​ກູ້​ໄຟ​ເຮັດ​ວຽກ ຫຼັງ​ຈາກ​ລົດ​ໄຟ​ບັນ​ທຸກ​ສິນ​ຄ້າ​ຕຳ​ເຂົ້າ​ໃສ່​ລົດ​ໄຟ​ດ່ວນ ການ​ຄານ​ຈັງ​ກາ, ລັດ ເບັງ​ກາ​ລ​ ຕາ​ເວັນ​ຕົກ, ອິນ​ເດຍ, 17 ມິ​ຖຸ​ນາ 2024.

8 ຄົນ​ໄດ້​ເສຍ​ຊີ​ວິດ ແລະ ຄົນ​ຈຳ​ນວນຫຼາຍ​ໄດ້​ຮັບ​ບາດ​ເຈັບ ເວ​ລາ​ທີ່​ລົດ​ໄຟ​ບັນ​ທຸກ​ສິນ​ຄ້າ​ໄດ້​ຕຳ​ເຂົ້າ​ໃສ່​ລົດ​ໄຟ​ໂດຍ​ສານ​ໃນ​ລັດ ເບັງ​ກາ​ລ ຕາ​ເວັນ​ຕົກ ທາງ​ພາກ​ຕາ​ເວັນ​ອອກ​ຂອງ ອິນ​ເດຍ ອີງຕາມລາຍງານຂອງອົງການຂ່າວເອພີ.

ຜູ້​ປົກ​ຄອ​ງ​ລັດ ທ່ານ​ນາງ ມ​າ​ມາ​ຕາ ບາ​ເນີ​ຈີ ໄດ້​ກ່າວ​ໃນ​ຂໍ້​ຄວາມ​ທີ່​ຂຽນ​ໃນ​ສື່​ສັງ​ຄົມ X ວ່າ ​ລົດ​ໄຟ​ບັນ​ທຸກ​ສິນ​ຄ້າ​ໄດ້​ຕຳ​ກັບ​ລົດ​ໄຟ​ດ່ວນ ການ​ຈານ​ຈັງ​ກາ ໃກ້​ກັບ​ເມືອງ ດາ​ຈີ​ລິງ ຂອງ​ລັດ ໃນ​ວັນ​ວັນ​ຈັນ​ມື້ນີ້.

ທ່ານ​ນາງ​ໄດ້​ກ່າວ​ຕື່​ມ​ວ່າ ​ປະ​ຕິ​ບັດ​ການ​ກູ້​ໄພ​ແມ່ນ​ກຳ​ລັງ​ດຳ​ເນີນ​ຢູ່, ດ້ວຍກຸ່ມ​ຂອງ​ແພດ​ໝໍ, ກຸ່ມ​ເຈົ້າ​ໜ້າ​ທີ່​ໄພ​ພິ​ບັດ ແລະ ລົດ​ໂຮງ​ໝໍ​ໄດ້​ໄປ​ຢູ່​ສະ​ຖານ​ທີ່​ເກີດ​ເຫດ​ນັ້ນ.

ໂຄ​ສົກ​ບໍ​ລິ​ສັດ​ລາງ​ລົດ​ໄຟ​ໄດ້​ກ່າວ​ວ່າ ຈາກ 8 ຄົນ​ທີ່​ເສຍ​ຊີ​ວິດ​ນັ້ນ, ສາມ​ຄົນ​ແມ່ນ​ເຈົ້າ​ໜ້າ​ທີ່ລົດ​ໄຟ ແລະ ຢ່າງ​ໜ້ອຍ 25 ຄົນ​ໄດ້​ຮັບ​ບາດ​ເຈັບ.

Eight people died and several were injured when a cargo train rammed into a passenger train in India's eastern state of West Bengal. The state's chief minister Mamata Banerjee said in a post on social media platform X that a cargo train had collided with Kanchanjunga Express near the state's Darjeeling district Monday. She added that rescue work was ongoing, with a team of doctors, disaster teams and ambulances at the site. A railway spokesperson said out of the eight dead, three were railway personnel and at least 25 were injured.