ສື່ມວນຊົນລັດຂອງຈີນເວົ້າວ່າ ມີຜູ້ເສຍຊີວິດ 25 ຄົນ ໂດຍລົມໄຕ້ຝຸ່ນ Usagi ທີ່ໄດ້ປະທະແຂວງ Guangdong ທາງພາກໃຕ້ຂອງຈີນ ເມື່ອ ຕອນບ່າຍວັນທິດວານນີ້.
ພາຍຸໄດ້ພັດເຂົ້າຝັ່ງ ໂດຍຄວາມແຮງ 165 ກິໂລແມັດຕໍ່ຊົ່ວໂມງ ຫຼັງ ຈາກພັດຜ່ານຮ່ອງກົງ ທີ່ໄດ້ທໍາລາຍສ້າງຄວາມເສຍຫາຍແກ່ການ ບໍລິການຂົນສົ່ງຢູ່ທົ່ວຂົງເຂດ ຕະຫຼອດ ວັນ. ຄືຢູ່ທີ່ຮ່ອງກົງ ກໍໄດ້ຍົກເລີກ ຫຼາຍກວ່າ 300 ຖ້ຽວບິນ ທີ່ອອກ ແລະເຂົ້າມາຮ່ອງກົງ ທີ່ຍັງຜົນໃຫ້ຜູ້ ໂດຍສານຫຼາຍສິບພັນຄົນຕ້ອງຕົກຄ້າງຢູ່ທີ່ສະໜາມບິນ.
ການບໍລິການຂົນສົ່ງດ້ານເຮືອຂ້າມຟາກ ແລະລົດໄຟຄວາມໄວສູງ ຢູ່ທົ່ວຂົງເຂດກໍປິດລົງເຊັ່ນກັນ ແລະເຮືອຫາປາຫຼາຍພັນລໍາ ກໍໄດ້ມີຄໍາສັ່ງໃຫ້ ນໍາເຮືອກັບເຂົ້າສູ່ຝັ່ງ.
ເບິ່ງວີດີໂອ:

Your browser doesn’t support HTML5
At Least 25 Killed as Typhoon Usagi Strikes China