ບັນດາຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ຈາກພັກ ເດໂມແຄຣັດ ໂຕ້ວາທີກັນ ເປັນຄັ້ງສຸດທ້າຍ

Your browser doesn’t support HTML5

ເຊີນຊົມ ວີດີໂອ ລາຍງານນີ້

ບັນດາຜູ້ລົງສະໝັກແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກ
ເດໂມແຄຣັດ ໄດ້ພົບພໍ້ກັນອີກເປັນຄັ້ງທີ 4 ໃນການໂຕ້ວາທີ
​ເມື່ອຄ່ຳຄືນ ວັນອາທິດຜ່ານມາ ໂດຍມີການປະ​ທະກັນ ກ່ຽວ
ກັບນະໂຍບາຍພາຍໃນ ຂອງສະຫະລັດ ອັນເປັນຄວາມພະ
ຍາຍາມ ເພື່ອທີ່ຈະກຳນົດ ຄວາມແຕກຕ່າງ ລະຫວ່າງບັນດາ
ຜູ້ລົງສະໝັກ ກ່ອນໜ້າ ການປ່ອນບັດເລືອກຕັ້ງຂັ້ນຕົ້ນ. ຜູ້ສື່
ຂ່າວຂອງວີໂອເອ Katherine Gypson ມີລາຍລະອຽດ
​ເພີ້ມຕື່ມ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ.

Your browser doesn’t support HTML5

ເຊີນຟັງລາຍງານ ບັນດາຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ຈາກພັກ ເດໂມແຄຣັດ ໂຕ້ວາທີກັນ ເປັນຄັ້ງສຸດທ້າຍ.


ອະດີດລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Clinton ແລະ ສະມາຊິກ
ສະພາສູງ Bernie Sanders ໄດ້ໂຕ້ວາທີກັນ ກ່ຽວກັບອັນທີ່ກາຍເປັນມື້ທີ່ສຳຄັນ ສຳລັບ
ຜົນງານ​ໃນນະໂຍບາຍການຕ່າງ ປະເທດ ຂອງປະທານາທິບໍດີ ບາຣັກ ໂອບາມາ. ບັນດາ
ຜູ້ສະໝັກ ຕ່າງ​ກໍ​ມີ​ຄວາມ​ຫວັງ​ໄປໃນແງ່ບວກ ຢ່າງລະມັດລະວັງກ່ຽວກັບ ການແລກປ່ຽນ
ພວກນັກໂທດ ແລະ ຄວາມສຳເລັດຂອງຂໍ້ຕົກລົງນິວເຄລຍກັບອີຣ່ານ.

ທ່ານນາງ Clinton ເວົ້າວ່າ “ພວກເຮົາມີມື້ດີມື້ດຽວ ໃນຕະຫຼອດ​ໄລຍະ 36 ປີຜ່ານ​ມາ
ແລະ ຂ້າພະເຈົ້າ ຄິດວ່າ ພວກເຮົາຕ້ອງເບິ່ງວ່າ ມີມື້ດີຫຼາຍຂຶ້ນບໍ່ ກ່ອນທີ່ພວກເຮົາ
ຈະເຄື່ອນໄຫວຢ່າງວ່ອງໄວໄປສູ່ ການສ້າງຕັ້ງສາຍ​ພົວພັນແບບປົກກະຕິ.”

Your browser doesn’t support HTML5

Democratic Presidential Debate: Where Candidates Stand on Iran

​ສ່ວນທ່ານ Sanders ກ່າວວ່າ “ພວກເຮົາຄວນເບິ່ງວ່າ ສາຍສຳພັນແມ່ນດີຂຶ້ນບໍ່?
ແມ່ນແລ້ວ. ພວກເຮົາຄວນເປີດສະຖານທູດຢູ່ແຫ່ງນັ້ນ ມື້ອື່ນບໍ່? ບໍ່ເລີຍ.”

ທ່ານ John Hudak ນັກຊ່ຽວຊານອະວຸໂສ ຈາກສະຖາບັນ Brookings ໄດ້ໂອ້ລົມກັບ
ວີໂອເອ ຜ່ານທາງ Skype ກ່ຽວກັບຜົນກະທົບ ຕໍ່ການແຂ່ງຂັນເປັນປະທານາທິບໍດີ.

ທ່ານ Hudak ເວົ້າວ່າ “ຂ້າພະເຈົ້າຄິດວ່າ ມື້ໃດກໍ​ຕາມ ທີ່ການໂຄສະນາຫາສຽງເວົ້າ
ເຖິງເລື້ອງນະໂຍບາຍການຕ່າງປະເທດ ກໍເປັນມື້ທີ່ດີ ສຳລັບລັດຖະມົນຕີຕ່າງປະ​ເທດ
Clinton. ແນ່ນອນແລ້ວວ່າ ທ່ານນາງ ເປັນຜູ້ມີປະສົບປະການຫຼາຍທີ່ສຸດໃນ
ເລື້ອງນີ້ ແລະ ແນ່ນອນແລ້ວວ່າ ທ່ານນາງ ມີຄວາມສະດວກສະບາຍ ທີ່ຈະເວົ້າ
ເຖິງເລື້ອງຕ່າງໆເຫຼົ່ານີ້ ແລະ ຄວາມສະລັບສັບຊ້ອນຂອງມັນ.”

ທ່ານນາງ Clinton ແລະ ທ່ານ Sanders ແມ່ນມີຄະແນນສຽງສູສີກັນ ໃນການຢັ່ງຫາງ
ສຽງ ຢູ່ໃນລັດຕ່າງໆ ທີ່ມີການປ່ອນບັດເລືອກຕັ້ງໃນຂັ້ນຕົ້ນ ແຕ່ຄວາມແຕກຕ່າງລະຫວ່າງ
ທັງສອງທ່ານ ກ່ຽວກັບເລື້ອງຕ່າງໆ ເຊັ່ນວ່າ ການຄວບຄຸມປືນ ພາຍໃນປະເທດນັ້ນ ແມ່ນ
ອອກມາແບບຕ່າງກັນຫຼາຍ.

Your browser doesn’t support HTML5

Democratic Presidential Debate: Where Candidates Stand on Gun Control

ທ່ານນາງ Clinton ເວົ້າວ່າ “ທ່ານ Sanders ໄດ້ລົງຄະແນນສຽງ ໃຫ້ແກ່ ສະມາຄົມ
ປືນແຫ່ງຊາດ ຫຼື NRA, ໃຫ້ແກ່ ກຸ່ມທີ່ຊັກຊວນບັນ ດາສະມາຊິກສະພາ ເຂົ້າຂ້າງ
ກ່ຽວກັບເລື້ອງປືນ ຫຼາຍໆຄັ້ງມາແລ້ວ.”

ທ່ານ Sanders ໄດ້ຕອບໂຕ້ຄືນ ຕໍ່ການໂຈມຕີ ເລື້ອງຂໍ້ສະເໜີດ້ານການຮັກສາສຸຂະພາບ
ຂອງທ່ານເອງ ໃນການໂຄສະນາຫາສຽງຂອງທ່ານນາງ Clinton ເມື່ອສອງສາມມື້ ບໍ່ດົນ
ມານີ້.

ທ່ານ Sanders ເວົ້າວ່າ “ພວກເຮົາຈະບໍ່ທັບມ້າງ ກົດໝາຍ ການຮັກສາສຸຂະພາບ
ລາຄາ​ຖືກ ຫຼື Affordable Care Act ທີ່ຂ້າພະເຈົ້າຊ່ອຍຂຽນມັນຂຶ້ນມານັ້ນ.”

ແລະທ່ານໄດ້ໂຈມຕີ ການໂຄສະນາຫາສຽງທີ່ພົວພັນກັບ ອຸດສາຫະກຳດ້ານການເງິນຂອງ
ທ່ານນາງ Clinton.

ທ່ານ Sanders ເວົ້າວ່າ “ຂ້າພະເຈົ້າບໍ່ຮັບເງິນ ຈາກພວກທະນາຄານ. ຂ້າພະເຈົ້າ
ບໍ່ເອົາຄ່າກ່າວຄຳປາໄສ ໃນນາມສ່ວນຕົວ ຈາກສະຖາບັນການເງິນ Goldman
Sachs.”

ການໂຈມຕີນັ້ນ ແມ່ນຄ້າຍຄືກັນ ສຳລັບທ່ານ Sanders ຜູ້ທີ່ໄດ້ຕັ້ງທ່າທີຂອງການໂຄສະນາ
ຫາສຽງ ເປັນເລື້ອງ ການຕໍ່ຕ້ານການຈັດຕັ້ງ ໃນຂະນະດຽວກັນ ທ່ານນາງ Clinton ກໍໄດ້
ເນັ້ນໜັກເຖິງປະສົບປະການຂອງຕົນ ແລະ ຄວາມສຳພັນ ກັບປະທານາທິບໍດີ ໂອບາມາ.

ທ່ານນາງ Clinton ເວົ້າວ່າ “ຂ້າພະເຈົ້າ ຄິດວ່າ ການເປັນຜູ້ບັນຊາການທະຫານ
ສູງ​ສຸດທ່ານຕ້ອງໄດ້ໄຕ່ຕອງຢູ່ສະເໝີ ໃນການຕັດສິນໃຈ ທີ່ທ່ານຕ້ອງໄດ້ເຮັດ.
ຂ້າພະເຈົ້າຮູ້ຈັກດີ ຍ້ອນ​ເຄີຍ​ໄດ້ຢູ່ໃນຫ້ອງຄວບ​ຄຸມສະຖານະການ ເພື່ອໃຫ້ຄຳ
ແນະນຳແກ່ປະທານາທິບໍດີ ໂອບາມາ ມາໄດ້ຫຼາຍໆຊົ່ວໂມງແລ້ວ.”

ສ່ວນອະດີດຜູ້ປົກຄອງລັດ Maryland ທ່ານ Martin O'Malley ຜູ້ລົງແຂ່ງຂັນ ທີ່ມີຄະ
ແນນສຽງ ຢູ່​ໃນອັນດັບທີ 3 ຫ່າງຈາກ ທ່ານນາງ Clinton ແລະ ທ່ານ Sanders ໄດ້ພະ
ຍາຍາມບຸກບືນ ເພື່ອຍາດເອົາເວລາອັນເທົ່າທຽມ ໃນລະຫວ່າງການໂຕ້ວາທີ.

ທ່ານ O'Malley ເວົ້າວ່າ “ພວກເຮົາບໍ່ສາມາດເວົ້າຜ່ານກັນແລະກັນ ໂດຍປະກາດ
ວ່າ ໝົດທຸກຄົນເປັນສັດຕູ.”

ສອງຕອນ ​ທີ່ໄດ້ຮັບຄວາມສົນໃຈຫຼາຍກວ່າ​ໝູ່ ກໍ​ຄືການທີ່ລັດຖະມົນຕີ Clinton ພິຈາລະ
ນາຄວາມສຳພັນຂອງທ່ານນາງ ກັບທ່ານ Vladimir Putin ປະທານາທິບໍດີ ຣັດເຊຍ.

ຊຶ່ງທ່ານນາງ Clinton ເວົ້າວ່າ “ມັນເປັນເລື້ອງທີ່ໜ້າສົນໃຈ.”

ແລະການທີ່ ສະມາຊິກສະພາສູງ Sanders ປະຕິເສດບໍ່​ຍອມໂຈມຕີ ສາມີຂອງທ່ານ​ນາງ
Clinton ອະດີດປະທານາທິບໍດີ Bill Clinton ກ່ຽວ​ກັບຄວາມບໍ່ລອບຄອບຂອງທ່ານ ທີ່
ຜ່ານມາ ນັ້ນ.

ທ່ານ Sanders ເວົ້າວ່າ “ຂ້າພະເຈົ້າ ຈະໂຕ້ວາທີ ກັບ ລັດຖະມົນຕີ Clinton ແລະ
ຜູ້ ປົກຄອງລັດ O'Malley ກ່ຽວກັບເລື້ອງຕ່າງໆ ທີ່ປະເຊີນໜ້າ ປະຊາຊົນ ອາເມຣິກາກັນ ບໍ່ແມ່ນເລື້ອງພຶດຕິກຳ ສ່ວນຕົວຂອງທ່ານ Bill Clinton.”

ນີ້ແມ່ນການໂຕ້ວາທີ​ເທື່ອ​ສຸດ​ທ້າຍຂອງພັກເດໂມແຄຣັດ ກ່ອນໜ້າກອງ ປະຊຸມ​ຄັດ​ເລືອກ​
ຜູ້​ສະໝັກຂອງພັກ ຊຶ່ງ​ຈະ​ມີ​ຂຶ້ນຢູ່ໃນລັດ Iowa ໃນວັນທີ 1 ກຸມພາ ຈະມາເຖິງນີ້.