ຊີເຣຍ ພ້ອມແລ້ວ ທີ່ຈະຊ່ວຍເຫຼືອ ໃນການຈັດຕັ້ງປະຕິບັດ ແຜນການຢຸດຍິງ

ອາສາສະໝັກຊີເຣຍ ແລະ ພີ່ນ້ອງທັງຫຼາຍ ແກວ່ງທຸງຊາດ ແລະ ຮູບພາບຂອງປະທານາທິບໍດີ ທ່ານ Bashar al-Assad ໃນຂະນະທີ່ພວກເຂົາເຈົ້າສະເຫຼີມສະຫຼອງ ໃນຕອນ ທ້າຍຂອງການຝຶກແອບ ໜ່ວຍທະຫານເສີມ ດຳເນີນໂດຍ ທະຫາ ຊີເຣຍ ໃນເມືອງ al-Qtaifeh, ໃກ້ກັບນະຄອນຫຼວງ Damascus, 22 ກຸມພາ, 2016.

ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad ໄດ້ໃຫ້ການຢືນ ຢັນຕໍ່ຄູ່ຕຳ​ແໜ່​ງຝ່າຍ ຣັດເຊຍ ທ່ານ Vladimir Putin ວ່າ ຊີເຣຍ ແມ່ນພ້ອມແລ້ວທີ່ຈະຊ່ວຍ ເຫຼືອ ​ໃນ​ການຈັດຕັ້ງປະຕິບັດການຢຸດ ຍິງ ເຊິ່ງມີແຜນທີ່ຈະເລີ່ມຂຶ້ນໃນວັນເສົາ ທີ່ຈະມານີ້.

ຜູ້ນຳທັງສອງທ່ານໄດ້ລົມກັນຜ່ານທາງໂທລະສັບໃນວັນພຸດມື້ນີ້ ແລະ ໄດ້ກ່າວ ເນັ້ນ​ເຖິງຄວາມສຳຄັນ ຂອງການສືບຕໍ່ໃນ​ການຕໍ່ສູ້ ກັບກຸ່ມກໍ່ການຮ້າຍເຊັ່ນພວກ ລັດອິສລາມ ແລະ ພວກ Jabhat al-Nusra. ພວກຫົວຮຸນແຮງບໍ່ແມ່ນພາກ ສ່ວນ ​ໃນຂໍ້ສະເໜີຍຸຕິ​ການເປັນ​ປໍ​ລະ​ປັກ ຂອງສະຫະລັດ ແລະ ຣັດເຊຍ. ກຸ່ມອື່ນໆ ແມ່ນ ຄວນຈະໃຫ້ຄຳຕອບໃນວັນສຸກທີ່ໃກ້ຈະມາເຖິງນີ້ວ່າ ພວກເຂົາເຈົ້າ ຈະເຂົ້າ ຮ່ວມຫຼືບໍ່.

ຄະນະກຳມະການເຈລະຈາ​ໃນລະດັບສູງ ຂອງກຸ່ມຕໍ່ຕ້ານຫຼັກ ໄດ້ກ່າວວ່າການ ເຂົ້າຮ່ວມຂອງ ພວກເຂົາເຈົ້າ ແມ່ນ​ມີ​ເງື່ອນ​ໄຂ​ກ່ຽວ​ກັບ​ການຈັດສົ່ງປັດ​ໄຈການ ຊ່ວຍເຫຼືອດ້ານມະນຸດສະທຳ ພ້ອມ​ທັງຍຸຕິການປິດລ້ອມ ແລະ ການໂຈມຕີທາງ ອາກາດຕໍ່ພົນລະເຮືອນ.

ກອງກຳລັງປະຊາທິປະໄຕ ຊີເຣຍ ຍ່າງໃນຂົງເຂດທີ່ພວກເຂົາເຈົ້າໄດ້ເຂົ້າ ຄວບຄຸມແທນພວກນັກຮົບ ລັດອິສລາມ ໃນເຂດຊົນນະບົດ Hasaka, ປະເທດ ຊີເຣຍ. 19 ກຸມພາ 2016.

ອົງການຂ່າວ Interfax ຂອງ ຣັດເຊຍ ໄດ້ອ້າງຄຳເວົ້າຂອງໂຄສົກ ກະຊວງການ ຕ່າງປະເທດ ທ່ານ Dmitry Peskov ທີ່​ກ່າວວ່າ ການຢຸດຍິງແມ່ນຈຸດເພັ່ງເລັງ ຕົ້ນຕໍຂອງລັດຖະບານ ແລະ ວ່າມັນ ໄວເກີນໄປທີ່ຈະກ່າວ ກ່ຽວກັບ ແຜນການສຳ ຮອງໃດໆ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ ເອີ້ນການຢຸດ ຍິງນີ້ວ່າເປັນວິທີທີ່ດີທີ່ສຸດທີ່ຈະພະຍາຍາມຍຸຕິສົງ ຄາມທີ່ແກ່ຍາວມາ​ໄດ້ 5 ປີໃນ ຊີເຣຍ. ແຕ່ທ່ານກໍກ່າວຕໍ່ບັນດາສະ ມາຊິກສະພາ ທີ່​ຮັບ​ຟັງ​ຄຳ​ໃຫ້ການ​ຕໍ່ສະພາ ສູງ ໃນວັນອັງຄານ ວານນີ້ວ່າ ມັນບໍ່ມີການຮັບປະກັນວ່າ ການຢຸດຍິງຈະນຳໄປສູ່ບາດ ກ້າວທີ່ເປັນແງ່ບວກ ໃນເປົ້າໝາຍອັນໃຫຍ່ໂຕຂອງການນຳເອົາ ການແກ້ໄຂ ບັນຫາທາງດ້ານການເມືອງມາສູ່ວິກິດການດັ່ງກ່າວນີ້.

ທ່ານ Kerry ໄດ້ຕອບຄຳຖາມ ກ່ຽວກັບ ສິ່ງທີ່ຈະເກີດຂຶ້ນ ຖ້າຫາກມີການລະເມີດ ສັນຍາຢຸດຍິງ ໂດຍກ່າວວ່າ ມັນຈະບໍ່ມີການລົງໂທດ.

ທ່ານ​ເວົ້າວ່າ “​ໄດ້ມີການປຶກສາຫາລືທີ່ສຳຄັນ ກຳລັງເກີດຂຶ້ນໃນຕອນນີ້ ກ່ຽວກັບ ແຜນການ ທີ 2 ຖ້າພວກເຮົາບໍ່ປະສົບຜົນສຳເລັດ ທີ່ໂຕະເຈລະຈາ.”

Your browser doesn’t support HTML5

Lawmakers Question Russian Commitment in Syria