ອຸດສາຫະກໍາ ການບິນ ໃນຂົງເຂດ ເອເຊຍ ກໍາລັງ ເຕີບໃຫຍ່ຂຶ້ນ ນັບມື້

  • ທອງປານ ເທບວົງສາ

ຜູ້ໂດຍສານ ທີ່ອັ່ງອໍກັນ ຢູ່ສະໜາມບິນນານາ ຮ່ອງກົງ ເມື່ອເດືອນ ຜ່ານມານີ້

ຢູ່​ທົ່ວ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ເວລາ​ນີ້ລາຍ​ໄດ້​ຂອງ​
ຜູ້​ຄົນ​ທີ່ຖີບ​ຕົວສູງ​ຂຶ້ນ​ຕະຫຼອດ​ໄລຍະສິບປີຜ່ານມາ ຍັງ​ຜົນ​ເຮັດ​
ໃຫ້​ອຸດສາຫະກໍາການບິນເຕີບ​ໃຫຍ່​ຂະ​ຫາຍ​ຕົວຂຶ້ນ​ໄປ​ນໍາ​ເຊັ່ນ​
ກັນ ໂດຍ​ສະ​ເພາະ​ພວກສາຍ​ການບິນ ບໍລິການ​ຜູ້​ໂດຍສານໃນ​
ລາຄາ​ ຖືກ​ໆ​ນັ້ນ ​ແມ່ນຈະ​ເລີນ​ເຕີບ​ໂຕ​ຂຶ້ນ ຢ່າງ​ເປັນ​ປະຫວັດ​
ການ. Ron Corben ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ຈາກ​ບາງກອກ ກ່ຽວ​ກັບຄວາມຍາກ​ ລໍາ
ບາກ ທີ່ມາ​ພ້ອມ​ກັບ​ການ​ເຕີບ​ໃຫຍ່​ຂຶ້ນ​ ຂອງອຸດສາຫະກໍາ​ດັ່ງກ່າວ ທີ່​ເລ່ງສ້າງສະໜາມ​ບິນ ແລະ​ໂຄງ​ລ່າງພື້ນຖານ​ ສໍາລັບ​ການບິນ ພ້ອມ​ດຽວ​ກັນ​ ກໍ​ທໍາ​ການ​ເຝິກອົບ​ລົມ​ ນັກ​ບິນ​ຈໍ​ານວນຫຼາຍ​ໝື່ນຄົນ ​ໃນ​ຂະນະ​ທີ່​ພະຍາ​ຍາມຮັກສາ​ມາດຕະຖານ​ດ້ານຄວາມ​ປອດ​ໄພ​ໃຫ້​ສູງ ໄວ້​ນັ້ນ. ທອງ​ປານ ມີ​ລານ​ລະອຽດມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ຟັງລາຍງານ ອຸດສາຫະກໍາການບິນ ໃນຂົງເຂດເອເຊຍ


​ໃນ​ໄລຍະແປ​ດ​ເດືອນ​ທໍາ​ອິດ​ຂອງ​ປີ 2013 ນີ້ ກຸ່ມ​ການ​ຄ້າ​ດ້ານ​ອຸດສາຫະກໍາ ​ເວົ້າ​ວ່າ ສາຍ​ການບິນຕ່າງໆ​ແຫ່ງ​ຂົງ​ເຂດເອ​ເຊຍ​ປາຊີ​ຟິກ ​ໄດ້​ຮັບ​ໃຊ້​ບໍລິການຜູ້​ໂດຍສານ​ຫຼາຍ​ກວ່າ 138 ລ້ານ​ຄົນ ຢູ່​ໃນ​ຂົງ​ເຂດ ຊຶ່ງ​ເປັນ​ການ​ເພີ່ມ​ຂຶ້ນ 5% ​ຈາກ​ປີຜ່ານ​ມາ.

ສູນ​ກາງ​ການບິນ​ເອ​ເຊຍ​ປາຊີ​ຟິກ ຫຼື Center for Asia Pacific Aviation ທີ່​ມີ​ສໍານັກ ງານ​ໃຫຍ່​ຢູ່ Sydney ປະ​ເທດ​ອອສ​ເຕຣ​ເລຍ​ ​ເວົ້າ​ວ່າ ການ​ເຕີບ​ໂຕ​ຂຶ້ນດັ່ງກ່າວ​ ​ແມ່ນ​ໄດ້​ຮັບ​ການ​ຊຸກຍູ້ ຈາກພວກສາຍ​ການບິນ ລາຄາຖືກທັງຫຼາຍ ທີ່​ຂາຍ​ປີ້​ໄດ້ ​ຫຼາຍ​ກວ່າ​ເຄິ່ງນຶ່ງ ຂອງບ່ອນ​ນັ່ງ​ຜູ້​ໂດຍສານ​ທັງ​ໝົດ​ໃນ​ປີ 2012 ນັ້ນ ຊຶ່ງ​ເມື່ອ​ສິບ​ປີ​ຜ່ານມາ ​ແມ່ນ​ບໍ່​ມີ​ເລີຍ.

Martin Craig ຫົວໜ້າ​ ​ສະມາຄົມ​ທ່ອງ​ທ່ຽວ ເອເຊຍປາ​ຊິ​ຟິກ the Pacific Asia Travel Association ຫຼື PATA ​ເວົ້າວ່າ ກຸ່ມຊົນ​ຊັ້ນ​ກາງຂອງ​ເອ​ເຊຍ ​ທີ່​ກໍາລັງ​ເຕີບ​ໂຕ​ຂຶ້ນນັບ​ມື້​ນັ້ນ ​ເປັນ​ແຮງ​ຜັກ​ດັນ​ໃຫ້ເກີດ ຄວາມ​ຮຽກຮ້ອງ​ຕ້ອງການສູງ ​ສໍາລັບ​ການ​ເດີນທາງ.

ທ່ານ Craig ​ເວົ້າ​ວ່າ: “ການ​ເພີ່ມ​ຂຶ້ນຢ່າງ​ໃຫຍ່​ຫຼວງ​ ຢູ່​ໃນ​ວົງ​ການ​ທ່ອງ​ທ່ຽວພາຍ​ໃນ​ເອ​ເຊ​ຍ ​ແລະ​ການ​ເດີນທາງ​ທາງ​ອາກາດ​ນັ້ນ​ ​ແມ່ນ​ເປັນຍ້ອນ​ວ່າ ມີປະຊາ ຊົນ​ໃນ​ຈໍານວນ​ຫຼາຍຂຶ້ນ ທີ່ມີ​ຖານະ​ທີ່​ເອີ້ນ​ວ່າ ຊົນ​ຊັ້ນ​ກາງ ທີ່​ ມີ​ລາຍ​ໄດ້​ສູງ​ພໍທີ່ເຂົາ​ເຈົ້າ​ຈະສາມ​າດ​ໃຊ້​ຈ່າຍເຮັດ​ຫຍັງ​ກໍໄດ້ ຕາມ​ອໍາ​ເພີ​ໃຈ ​ແລະ​ສິ່ງ​ນຶ່ງ​ໃນ​ຫຼາຍ​ໆສິ່ງທໍາ​ອິດທີ່ພວກ​ເຂົາ​ເຈົ້າຢາກໃຊ້​ເງິນທີ່​ຫາ​ມາ​ໄດ້​ ດ້ວຍເຫື່ອ​ແຮງຂອງ​ເຂົາ​ເຈົ້ານັ້ນ ກໍ​ຄື​ ໄປ​ທ່ຽວຕ່າງປະ​ເທດ.”

ກຸ່ມ​ຊົນ​ຊັ້ນ​ກາງຂອງ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ທີ່​ປະ​ເມີນ​ກັນວ່າ ​ເວລາ​ນີ້ ມີ​ປະມານ 500 ລ້ານ​ຄົນນັ້ນ ຄາດ​ວ່າ​ຈະ​ເພີ່ມ​ຫຼາຍ​ຂື້ນ​ໄປ​ອີກ​ ​ເປັນ​ຮອດ 1.700 ​ລ້ານ​ຄົນ ພາຍໃນ​ປີ 2030 ​ແຕ່​ທ່ານ Craig ​ເວົ້າ​ວ່າ ຈໍານວນຄາດ​ການ​ເຫຼົ່າ​ນີ້ ອາດ​ຈະຍັງ​ຕໍ່າ​ເກີນ​ໄປ​ຢູ່ ກໍ​ເປັນ​ໄດ້.

​ບັນດາ​ນັກວິ​ເຄາະ​ອຸດສາຫະກໍາ​ນີ້ ​ເວົ້າ​ວ່າ ເພື່ອ​ບໍລິການ​ຜູ້​ໂດຍສານ​ທັງ​ໝົດ​ທີ່​ກ່າວ​ມາ​ນັ້ນ ສາຍ​ການບິນ​ຕ່າງໆຈະ​ຕ້ອງ​ໄດ້​ຝຶກ​ອົບ​ຮົມນັກ​ບິນ​ ໃຫ້​ໄດ້ ເກືອ​ບຮອດ ສອງ​ແສນ​ຄົນ​ພຸ້ນ​ຫຼ່ະ.

ນັກວິ​ເຄາະ​ເວົ້າ​ວ່າ ຕະຫຼາດ​ການ​ເດີນທາງ​ທາງ​ອາກາດ​ພາຍ​ໃນ​ປະ​ເທດ​ທີ່ ​ເຕີຍ​ໂຕ​ຢ່າງ​ເຕັມທີ່​ແລ້ວນັ້ນ ​ໄດ້​ແກ່ ອິນ​ໂດ​ເນ​ເຊຍ ຟິລິບ​ປິນ ມາ​ເລ​ເຊຍ ​ແລະ​ໄທ ທີ່​ມີ​ສາຍ​ການບິນ​ລາຄາ​ຖືກ ​ລວມກັນ​ທັງ​ໝົດ 25 ​ບໍລິສັດ ​ແລະ​ກໍາລັງ​ຈະ​ມີ​ເພີ່ມຂຶ້ນອີກ.

ທ່ານ Brendan Sobie ນັກວິ​ເຄາະ​ອຸດສາຫະກໍາ​ການບິນ ​ເວົ້າ​ວ່າ ລາວ ມຽນມາ ​ແລະ​ຫວຽດນາມນັ້ນ ຍັງຖື​ວ່າ​ເປັນຕະຫຼາດໃໝ່​ຢູ່ ​ແຕ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນມະຫາ ສານສໍາລັບການ​ເຕີບ​ໂຕ ຊຶ່ງ​ທ່ານ Sobie ​ເວົ້າ​ວ່າ ສະ​ເພາະ​ຫວຽດນາມນັ້ນ ​ອັດຕາ ການ​ເຕີບ​ໂຕ​ຂອງ​ຈໍານວນ​ຜູ້ໂດຍສານ​ ແມ່ນ​ກາຍ 10%.

ທ່ານ Sobie ​ເວົ້າ​ວ່າ: “ດ້ວຍ​ການ​ທີ່​ເປັນ​ຕະຫຼາດ​ທີ່​ກໍາລັງ​ໂຜ່​ໂຕ​ຂຶ້ນມາ ​ແລະ​ມີ​ກິດ​ຈະ​ກໍາ​ເສດຖະກິດ​ຢ່າງ​ຫຼວງ​ຫຼາຍ​ຢູ່ໃນ​ຫວຽດນາມ​ນັ້ນ ຫວຽດນາມ ກໍແມ່ນ​ຈະ​ຕ້ອງໄດ້ແລ່ນ​ຕາມໃຫ້​ທັນ ຕະຫຼາດອື່ນໆ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ ສຽງ​ໃຕ້ ຊຶ່ງ​ໃນ​ດ້ານການ​ຈະ​ເລີນເຕີບ​ໂຕ ແລະການ​ເຈາະ​ຕະຫລາດທີ່​ມີ ຄ່າ​ໃຊ້​ຈ່າຍ​ຕໍ່າ​ນັ້ນ ພວກ​ເຮົາ​ກໍກໍາລັງ​ເລີ່​ມຈະ​ເຫັນ​ແລ້ວວ່າ ການແລ່ນຕາມໃຫ້ທັນ​ນັ້ນ ກໍາລັງ​ເກີດ​ຂຶ້ນ​ແລ້ວ​ໃນເວລານີ້ ​ແລະ ສະມາຄົມ PATA ກໍເຫັນ​ວ່າ​ ຫວຽດ ນາມຈະເປັນ​ນຶ່ງ​ໃນ​ສາມຕະຫຼາດ​ທີ່​ກໍາລັງ​ເຕີບ​ໂຕ​ໃຫຍ່​ໄວທີ່​ສຸດ​ໃນ​ໂລກ ​ໃນ​ອີກ​ບໍ່​ເທົ່າ​ໃດ​ປີ​ຕໍ່ໜ້າ​ນີ້.”

ສ່ວນ​ໃນ​ມຽນມາ​ ຈໍານວນ​ທີ່​ນັ່ງ​ຢູ່​ເຮືອບິນ​ໂດຍສານ ທີ່​ບິນອອກ​ຈາກ​ສະໜາມບິນໃຫຍ່​ໃນ​ເມືອງຢາງ​ກຸ້ງນັ້ນ ​ແມ່ນໄດ້ເພີ່ມ​ຂຶ້ນ​ປະມານ​ສອງ​ເທົ່າ​ຕົວ​ໃນ​ສອງ​ປີຜ່າ​ນມາ

​ໃນ​ຂະນະ​ທີ່​ບໍລິສັດ​ສາຍ​ການບິນ​ຕ່າງໆ ​ພາກັນ​ຂຸ້ນ​ຂ້ຽວ​ເພື່ອ​ຕອບສະໜອງ​ ຄວາມຮຽກ ຮ້ອງ​ຕ້ອງການ​ທີ່​ກໍາລັງ​ຖີບ​ຕົວ​ສູງ​ຂຶ້ນ​ ໃຫ້​ພຽງພໍ​ນັ້ນ ບັນດາ​ນັກ ວິ​ເຄາະ​ເວົ້າ​ວ່າ ​ເລື້ອງ ຄວາມ​ປອດ​ໄພຈະ​ຕ້ອງ​ເປັນ​ຫົວ​ໃຈ​ ຫຼື​ຫຼັກ​ສໍາຄັນຂອງ​ອຸດສາຫະກໍາ​ນີ້ ​ແຕ່​ມາດຕະຖານ​ຄວາມ​ປອດ​ໄພ​ຢູ່​ທົ່ວ​ຂົງ​ເຂດ ຍັງ​ບໍ່​ສະໝໍ່າສະ​ເໝີ​ຢູ່.

​ເມື່ອ​ຕົ້ນ​ເດືອນ​ນີ້ ​ເຮືອບິນ​ຂອງ​ສາຍ​ການບິນ​ລາວ​ລໍາ​ນຶ່ງ ປະສົບ​ອຸບັດ​ເຫດ ຕົກລົງ​ແມ່​ນໍ້າຂອງ ໃນ​ທ່າມກາງ​ອາກາດທີ່​ປັ່ນ​ປ່ວນ ມີ​ຝົນຕົກ​ຢ່າງ​ໜັກ ທີ່​ຍັງ​ຜົນ​ໃຫ້ຜູ້​ໂດຍສານ​ ນັກ​ບິນ ​ແລະພວກ​ບໍລິການ​ຢູ່ເທິງ​ເຮືອບິນ ​ເສຍ​ຊີວິດ​ໄປ​ໝົດ ​ທັງ 49 ຄົນ.

ຊາກ ເຮືອບິນຂອງສາຍການບິນລາວ ທີ່ປະສົບອຸບັດເຫດ


​ຜູ້​ໂດຍສານ ​ແລະ​ພະນັກງານ​ປະ​ຈໍາ​ເຮືອບິນລໍາ​ນັ້ນ ​ແມ່ນ​ມາຈາກ​ສິບ​ຊາດ ​ແລະ​ອຸບັດ ເຫດ​ເຮືອບິນ​ຕົກ​ຄັ້ງ​ນີ້ ນັບວ່າ​ເປັນໄພພິບັດ​ທາງ​ອາກາດທີ່​ຮ້າຍ​ແຮງ​ທີ່​ສຸດ ຂອງ​ສາຍ​ການບິນ​ລາວ ນັບ​ຕັ້ງ​ແຕ່​ປີ 1954 ​ເປັນ​ຕົ້ນ​ມາ.

​ໃນ​ມຽນມາ ​ເມື່ອ​ປີ 2012 ​ມີເຮືອບິນ​ສີ່​ລໍາ​ປະສົບ​ອຸ​ບັດ​ເຫດ​ຄັ້ງ​ໃຫຍ່. ​ ໃນ​ຂະນະ​ທີ່​ມຽນ ມາ​ ປະ​ເຊີນ​ກັບການ​ເພີ່ມ​ທະວີ​ຂຶ້ນ​ໃນ​ຈໍານວນ​ຂອງພວກ​ນັກ​ທ່ອງ​ທ່ຽວ​ ​ທີ່​ຢາກ​ໄປ​ຢ້ຽມ ຢາມ​ປະ​ເທດ​ທີ່​ຄັ້ງ​ນຶ່ງເຄີຍ​ປິດ​ຕາຍ​ນັ້ນ ​ກໍມີບາງ​ກຸ່ມທີ່ ສະ​ແດງ​ຄວາມ​ວິຕົກ​ວ່າ​ ອຸດສາ ຫະ ກໍາການບິນ​ໃນ​ມຽນມາກໍາລັງ​ຂະຫຍາ​ຍ ຕົວຢ່າງ​ໄວ​ເກີນ​ໄປ​. ກະຊວງ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ຕັກ​ເຕືອນ​ ຊາວ​ອາ​ເມຣິກັນ ທີ່ຈະ​ເດີ​ນທາງໄປ​ຍັງ​ມຽນມາ ວ່າປະຫວັດ​ດ້ານ​ຄວາມ​ປອດໄພ​ຂອງ​ອຸດສາຫະກໍາ​ການບິນ ​ແລະ​ການ​ກໍາກັບ​ເບິ່ງ​ນໍາ​ເລື້ອງ​ນີ້​ ​ແມ່ນ ຍັງ​ປິດ​ ບໍ່​ໃຫ້ພາຍ​ນອກເຂົ້າ​ໄປກວດ​ກາ​ເບິ່ງ​ຢູ່.

ບັນດາ​ນັກ​ວິ​ເຄາະ​ອຸດສາຫະກໍາ​ ​ເຊັ່ນ​ອົງການ​ໃຫ້​ຄະ​ແນນ​ສິນ​ເຊື່ອ Standard and Poors ​ເວົ້າ​ວ່າ ຍັງ​ມີ​ໂຄງ​ລ່າງ​ພື້ນຖານ​ ແລະ​ມາດຕະ ຖານ​ການ​ເຝິກ​ອົບ​ລົມ ທີ່​ບໍ່​ສະ​ເໝີກັນຢູ່ໃນ​ທົ່ວ​ຂົງ​ເຂດ. ​ໃນ​ບາງ​ກໍ​ລະ​ນີນັ້ນ ຄວາມ​ໄວ​ຂອງ​ການ​ພັດທະນາ ອາດ​ດໍາ​ເນີນ​ໄປ​ໄວ​ກ່ວາຄວາມ​ສາມາດ​ຂອງ​ບັນດາ​ເຈົ້າໜ້າທີ່​ ຈະ​ຮັບປະກັນ​ມາດຕະຖານ​ດ້ານ​ຄວາມ​ປອດ​ໄພ ​ແລະ​ໂຄງ​ລ່າງ​ພື້ນຖານ​ ທີ່​ພຽງພໍ.

ສໍາລັບທ່ານ Brendan Sobie ​ແຫ່ງ​ສູນ​ກາງການບິນ​ເອ​ເຊຍປາ​ຊິ​ຟິກ​ແລ້ວ ​ເຫັນ​ວ່າ ບັນຫາ​ທ້າ​ທາຍນັ້ນ​ແມ່ນ ​ເລື້ອງ​ທີ່ປະ​ເທດ​ຕ່າ​ງໆຈະຕ້ອງ​ຮັບປະກັນ​ໃຫ້​ມີ​ໂຄງ​ລ່າງ​ພື້ນ ຖານຢ່າງ​ພຽງພໍ ​ເພື່ອຮອງ​ຮັບ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ​ຜູ້​ໂດຍສານ​ຂາ​ເຂົ້າທີ່​ກໍາລັງ​ຖີບ​ຕົວ​ສູງ​ຂຶ້ນ​ໄປ​ ນັບ​ມື້​ນັ້ນ.

ທ່ານ Sobie ​ເວົ້າ​ວ່າ: “ປະ​ເທດ​ໃດ ​ແລະ​ສະໜາມ​ບິນ​ໃດ ທີ່​ບໍ່​ລົງທຶນ​ໃນ ​ດ້ານນີ້ ກໍແມ່ນຈະ​ສູນ​ເສຍ​ຜູ້​ໂດຍສານ ໃຫ້ສະໜາມ​ບິນ ​ແລະ​ປະເທດ​ອື່ນໆ ຊຶ່ງ​ນັ້ນ ແນ່ນອນ ​ແມ່ນສ້າງ​ສິນ​ນໍ້າ​ໃຈໃຫ້​ທໍາ​ການລົງທຶນ. ​ແຕ່ໜ້າ​ເສຍ​ໃຈ ​ເພາະ​ປາກົດ​ວ່າ​ຍັງ​ມີ​ການ​ລ້າ​ຫຼັງ​ຫຼາຍ​ທີ່​ສຸດ​ຢູ່ ຄື​ມັນໃຊ້​ເວລາ​ດົນ​ຫຼາຍ​ ເພື່ອ​ສ້າງ​ສະໜາມ​ບິນ​ນຶ່ງ ​ແລະ​ສ້າງ​ທາງ​ແລ່ນ​ຂຶ້ນລົງ ​ແລະ​ສ້າງ​ອາຄານຮອງ​ຮັບ​ຜູ້​ໂດຍສານ ​ແລະ​ສິ່ງ​ທີ່​ເກີດ​ຂຶ້ນກໍ​ຄື​ວ່າ ບາງ​ເທື່ອການ​ເຕີບໂຕນັ້ນ​ກໍ​ໄວ​ຫຼາຍ ​ຈົນ​ມີ​ການ​ລະ​ຫຼວມ​ໃນ​ເລື້ອງ​ຄວາມ​ປອດ​ໄພ ​ແລະ​ພວກ​ເຮົາ​ກໍ​ຈະ​ເຫັນ​ລັດຖະ ບານ​ຕ່າງ​ໆ ທີ່​ບັດ​ນີ້ພາກັນຮີບ​ຮ້ອນເລ່ງ​ລົງມືສ້າງສາ​ສິ່ງ​ທີ່​ກ່າວ​ມາ​ນັ້ນໃຫ້​ທ່ວງທັນ ກັບ​ຄວາມ​ຮຽກຮ້ອງ​ຕ້ອງ​ການ.”

​ພ້ອມ​ກັບ​ທີ່ ອຸດສາຫະກໍາ​ການທ່ອງທ່ຽວແລະ​ການ​ຄ້າ ກໍາລັງ​ຈະ​ເລີນຂື້ນ​ຢ່າງ​ໄວ ໃນ​ບັນ ດາ​ ປະ​ເທດ​ພວມ​ພັດທະນາ ຂອງ​ຂົງ​ເຂດເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້ນັ້ນ ​ເດີມ​ພັນ​ກໍ​ແມ່ນສູງຫຼາຍໃນ​ເລື້ອງ​ທີ່​ວ່າ ​ບັນດາລັດຖະບານທັງຫຼາຍຈະ​ຮັບ​ມືກັບການ​ເຕີບ​ໂຕແລະ ​ຕອບ​ສະໜອງ​ຕໍ່​ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມປອດ​ໄພ​ນັ້ນ​ ​ແບບ​ໃດ.