ຕະຫຼາດຮຸ້ນເອເຊຍ ຖີບໂຕສູງຂຶ້ນ ຫຼັງຈາກທີ່ ຮຸ້ນຂອງວອລສະຕຣີດ ມີລາຄາສູງຂຶ້ນ ຕື່ມອີກ

ຊາຍຜູ້ນຶ່ງ ຍ່າງຜ່ານແຜ່ນປ້າຍອີເລັກໂທຣນິກ ທີ່ສະແດງໃຫ້ເຫັນລາຄາຂອງ 225 ຮຸ້ນ ຂອງດັດຊະນີຮຸ້ນ ນິກເກອິ ຂອງຍີ່ປຸ່ນ ແລະດັດຊະນີຮຸ້ນຂອງ Dow ໃນນິວຢອກ ຢູ່ຕະຫຼາດຫຼັກຊັບຂອງໂຕກຽວ, ເມື່ອວັນສຸກ ທີ 27 ມີນາ 2020.

ຕະຫຼາດຮຸ້ນຂອງເອເຊຍ ໄດ້ມີລາຄາສູງຂຶ້ນໃນຕອນກາງເວັນຂອງວັນສຸກມື້ນີ້ ຫຼັງຈາກ
ທີ່ ຕະຫຼາດຮຸ້ນຂອງສະຫະລັດ ໄດ້ຖີບຕົວສູງຂຶ້ນສາມມື້ລຽນຕິດ ໃນຂະນະທີ່ ສະພາສູງ
ສະຫະລັດ ໄດ້ຮັບຜ່ານຮ່າງກົດໝາຍມາດຕະການບັນເທົາຜົນກະທົບຈາກໄວຣັສ
ໂຄໂຣນາ ມູນຄ່າ 2 ພັນຕື້ໂດລາສະຫະລັດ.

ດັດຊະນີຮຸ້ນ ນິກເກອິຂອງຍີ່ປຸ່ນ ມີລາຄາສູງຂຶ້ນໃນອັດຕາສະເລ່ຍ 1.2 ເປີເຊັນ ເຊັ່ນ
ດຽວກັນກັບ ດັດຊະນີຮຸ້ນ ແຮັງເຊັງ ໃນຮົງກົງ. ສ່ວນດັດຊະນີຮຸ້ນ ໂຄສປີ ຂອງເກົາຫຼີໃຕ້
ກໍສູງຂຶ້ນໃນອັດຕາສະເລ່ຍ 1.7 ເປີເຊັນ ແລະດັດຊະນີຮຸ້ນ ຊຽງໄຮ ກໍຂຶ້ນເຊັ່ນກັນ ໃນ
ອັດຕາສະເລ່ຍ 1.4 ເປີເຊັນ.

ຮຸ້ນທີ່ສຳຄັນຂອງຈາກາຕາ ກໍໄດ້ໂດດຂຶ້ນໃນອັດຕາສະເລ່ຍ 7.2 ເປີເຊັນ ແລະ ຮຸ້ນ STI
ຂອງສິງກະໂປ ສູງຂຶ້ນເຖິງ 2.9 ເປີເຊັນ ໃນຂະນະດຽວກັນ ຢູ່ໃນ ອອສເຕຣເລຍ ຕະຫຼາດ
ຮຸ້ນ S&P/ASX 200 ໄດ້ຕົກລາຄາເຖິງ 2.6 ເປີເຊັນ.

ຄວາມກ້າວໜ້າທີ່ໄດ້ຮັບ ເປັນຜົນມາຈາກຮຸ້ນທັງຫຼາຍຂອງສະຫະລັດ ໄດ້ຖີບໂຕສູງຂຶ້ນ
ຕື່ມອີກ ໃນວັນພະຫັດວານນີ້ ພາຍຫຼັງຈາກ ສະພາສູງສະຫະລັດ ໄດ້ຮັບຜ່ານ ຮ່າງກົດ
ໝາຍບັນເທົາຜົນກະທົບຈາກໄວຣັສໂຄໂຣນາ ມູນຄ່າ 2 ພັນຕື້ໂດລາສະຫະລັດ ໂດຍ
ສະພາຕ່ຳ ແມ່ນເປັນໄປໄດ້ສູງ ທີ່ຈະຮັບຜ່ານຮ່າງກົດໝາຍດັ່ງກ່າວ ໃນວັນສຸກມື້ນີ້.

ຮຸ້ນ Dow Jones Industrial Average ໄດ້ພຸ່ງສູງຂຶ້ນເຖິງ 1,352 ຈຸດ ຄິດສະເລ່ຍ
ເປັນ 6 ເປີເຊັນ ແລະຮຸ້ນ Standard&Poors-500 ແລະຮຸ້ນ NASDAQ ກໍຍັງຖີບຂຶ້ນ
ເຖິງ 6 ເປີເຊັນ ນຳດ້ວຍ.

ບັນດານັກວິເຄາະ ກ່າວວ່າ ພວກນັກລົງທຶນຂອງສະຫະລັດ ໄດ້ປັດບັນຫາເລື້ອງຂອງ
ການກ່າວອ້າງເຖິງ ການຂາດວຽກເຮັດທີ່ເກີດຂຶ້ນໃໝ່ ເຊິ່ງສູງເປັນປະຫວັດການ ໃນ
ຈຳນວນ 3 ລ້ານ 2 ແສນຄົນ ທີ່ໄດ້ຖືກລົງບັນທຶກ ເມື່ອສັບປະດາແລ້ວນີ້ ໂດຍມີການ
ຄາດໝາຍວ່າ ຕົວເລກດັ່ງກ່າວ ຍັງຈະສູງຂຶ້ນຕື່ມ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໃຫ້ຄຳໝັ້ນສັນຍາວ່າ ຈະລົງນາມໃນຊຸດ
ມາດຕະການກະຕຸ້ນເສດຖະກິດ ໃນທັນທີເມື່ອໃດ ທີ່ສະພາຕ່ຳ ຮັບຜ່ານ ໃນວັນສຸກມື້ນີ້.

ເປົ້າໝາຍຂອງມາດຕະການນີ້ ເປັນການທຸ້ມເທເງິນໂດລາ ລົງສູ່ເສດຖະກິດຂອງ
ສະຫະລັດ ໃນການໃຊ້ຈ່າຍເງິນໃໝ່ນີ້ ສຳລັບພວກທຸລະກິດທັງຫຼາຍ ຊຶ່ງຫຼາຍແຫ່ງໄດ້
ຖືກສັ່ງໃຫ້ປິດກິດຈະການໄວ້ ຍ້ອນໄວຣັສໂຄໂຣນາ.

ພວກທຸລະກິດເຫຼົ່ານັ້ນ ໄດ້ຖືກກົດດັນໃຫ້ປົດພວກຄົນງານຫຼາຍລ້ານຄົນອອກຈາກວຽກ
ແລະຈຳນວນພວກຜູ້ທີ່ຍັງເຮັດວຽກຢູ່ ແລະໄດ້ຮັບເງິນເດືືອນ ກໍບໍ່ເຫັນວ່າ ມີຮ້ານຄ້າ ແລະ
ສວນສະນຸກ ຫຼາຍປານໃດ ເປີດບໍລິການ ບ່ອນທີ່ພວກເຂົາເຈົ້າຈະໄດ້ໄປໃຊ້ຈ່າຍເງິນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ