ລາຄາຮຸ້ນ ຢູ່ຕະຫຼາດເອເຊຍ ຫຼຸດລົງ ຫຼັງຈາກການທຳນາຍ ກ່ຽວກັບເສດຖະກິດໂລກ ອອກມາໃນທາງລົບ ຍ້ອນໄວຣັສໂຄໂຣນາ

ພວກຜູ້ຄົນພາກັນໃສ່ໜ້າກາກ ຍ່າງຜ່ານປ້າຍອີເລັກໂທຣນິກ ທີ່ສະແດງໃຫ້ເຫັນ ດັດຊະສີຂອງຮຸ້ນຕ່າງໆ ໃນຮົງກົງ ຢູ່ດ້ານນອກທະນາຄານແຫ່ງນຶ່ງໃນຮົງກົງ, ວັນພຸດ ທີ 15, 2020.

ຕະຫຼາດຮຸ້ນໃນເອເຊຍ ແມ່ນຢູ່ທີ່ເຂດລົບ ໃນວັນພຸດມື້ນີ້ ຂະນະທີ່ ພວກນັກລົງທຶນທັງຫຼາຍ ມີປະຕິກິລິຍາຕໍ່ການຄາດຄະເນກ່ຽວກັບເສດຖະກິດໂລກ ທີ່ຈະເປັນປີທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ໃນຮອບຫຼາຍກວ່າ 8 ທົດສະວັດຜ່ານມາ.

ດັດຊະນີຮຸ້ນຕ່າງໆ ໃນຍີ່ປຸ່ນ ອອສເຕຣເລຍ ຮົງກົງ ແລະຊຽງໄຮ້ ແມ່ນມີການຊື້ຂາຍກັນທັງໝົດຢູ່ໃນລະດັບຕ່ຳກວ່າ 1 ເປີເຊັນ ໃນຊ່ວງການຊື້ຂາຍຕອນບ່າຍມື້ນີ້ ໂດຍດັດຊະນີຮຸ້ນ KOSPI ຂອງເກົາຫຼີໃຕ້ ມີການຊື້ຂາຍກັນ ໃນລະ ດັບເກີນກວ່າ 1.5 ເປີເຊັນ ຊຶ່ງໄດ້ເຮັດໃຫ້ເປັນແຫ່ງດຽວທີ່ເປັນຈຸດເດັ່ນກວ່າໝູ່.

ອົງການກອງທຶນສາກົນ ຫຼື IMF ໄດ້ກ່າວໃນວັນອັງຄານວານນີ້ ວ່າ ຜົນຜະລິດເສດຖະກິດຂອງໂລກ ຈະຫົດໂຕລົງເຖິງ 3 ເປີເຊັນ ໃນປີ 2020 ນີ້ ໂດຍເກືອບວ່າ ການເຄື່ອນໄຫວຂອງເສດຖະກິດທັງໝົດ ໄດ້ຖືກປິດລົງ ຍ້ອນການລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ໃນທົ່ວໂລກ ຊຶ່ງເຮັດໃຫ້ເສດຖະກິດຊຸດໂຊມລົງຢ່າງໜັກ ນັບຕັ້ງແຕ່ວິກິດການເສດຖະກິດຕົກຕ່ຳຢ່າງໃຫຍ່ຫຼວງ ຫຼືທີ່ຮູ້ຈັກກັນຄື Great Depression ໃນຊ່ວງປີ 1930.

ສ່ວນຕະຫຼາດນ້ຳມັນທັງຫຼາຍ ກໍໄດ້ມີການຊື້ຂາຍກັນສູງຂຶ້ນກວ່າເກົ່າ ໃນວັນພຸດມື້ນີ້ ໂດຍທີ່ ນ້ຳມັນດິບຂອງສະຫະລັດ ມີລາຄາສູງຂຶ້ນເກືອບ 2 ເປີເຊັນ ຕົກຢູ່ໃນລາຄາ 20 ໂດລາ 50 ເຊັນຕໍ່ຖັງ ໃນຍະນະທີ່ນ້ຳມັນດິບເບຣັນ ທີ່ເປັນມາດ ຕະຖານສາກົນ ແມ່ນສູງຂຶ້ນເກືອບ 1 ເປີເຊັນ ໂດຍມີລາຄາຢູ່ 29 ໂດລາ 85 ເຊັນ ຕໍ່ຖັງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ