ຕະຫຼາດຫຼັກຊັບ ໃນເອເຊຍ ຕົກລາຄາ ຂະນະທີ່ ການຜະລິດ ໃນຈີນ ຝືດເຄືອງ

ແມ່ຍິງສອງຄົນ ຢືນຢູ່ຕໍ່ໜ້າ ຈໍພາບ ທີ່ສະແດງໃຫ້ເຫັນເຖິງ ລາຄາຂອງຮຸ້ນຕ່າງໆ ທີ່ຕິດລົບ ຢູ່ໃນນະຄອນຫຼວງ ໂຕກຽວ, ວັນທີ 28 ກໍລະກົດ 2015.

ກິດຈະກຳ​ທາງ​ດ້ານ​ເສດຖະກິດ ຢູ່​ໃນ​ຈີນກຳລັງ​ຕົກ​ຕ່ຳ ​ແລະ
ລາຄາ​ນ້ຳມັນ​ ທີ່ພວມ​ຫລຸດ​ລົງ ກໍ່​ໃຫ້​ຮຸ້ນພາຍ​ໃນຕະຫຼາດເອ​ເຊຍ
​ຕົກ​ຕໍ່າຢ່າງໃຫຽ່ ​ໃນ​ລະຫວ່າງການ​ເປີດ​ຊື້​ຂາຍ​ຮຸ້ນ ​ເມື່ອ​ຕອນ​ເຊົ້າ
ວັນ​ຈັນ​ມື້​ນີ້.

ບັນດາ​ນັກ​ລົງທຶນ ​ໄດ້​ຖອນໂຕ​ອອກ​ຈາກ​ຕະຫຼາດ ຫຼັງຈາກ​ທີ່​ມີ​
ການ​ສຳ​ຫລວດສ່ວນ​ຕົວ ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ກິດຈະກຳ
ການ​ຜະ​ລິດ​ຂອງ​ຈີນ ປະຈຳ​ເດືອນ ກໍລະກົດ ​ຕົກ​ຕ່ຳລົງ​ເຖິງ​ຂັ້ນ
ຕ່ຳ​ທີ່ສຸດ ​ໃນ​ຮອບ​ສອງ​ປີຜ່ານມາ. ບັນດາ​ນັກ​ເສດຖະສາດ
ກ່າວ​ວ່າ ອັນ​ນັ້ນ​ເຮັດ​ໃຫ້ເຫັນວ່າ ຍັງ​ຈະ​ມີ​ບັນຫາ​ໜັກ ຕໍ່ໜ້າ
ຕື່ມ​ອີກ ສຳ​ຫລັບ​ເສດຖະກິດ ​ທີ່​ໃຫຍ່ທີ່​ສຸດ​ອັນ​ດັບ​ສອງ​ຂອງ​
ໂ​ລກ​ແຫ່ງນີ້.

ລາຄາຊື້​ຂາຍ​ນ້ຳມັນ​ກໍ​ຍັງຫລຸດລົງ​ຕໍ່​ໄປ​ຢູ່ ​ໃນວັນ​ຈັນ​ມື້​ນີ້ ​ໂດຍ​ມາດຕະຖານ ລາຄານ້ຳມັນ​ດິບ​ ຫລຸດ​ລົງ​ເຫຼືອ 46.85 ​ໂດ​ລາ ​ໃນບໍລິສັດ West Texas Intermediate ​ໃນ​ຂະນະ​ດຽວ​ກັນ ລາຄາ​ນ້ຳມັນ​ດິບ ຂອງ​ບໍລິສັດ Brent ​ແມ່ນຊື້​ຂາຍ​ກັນ ໃນ​ລາຄາ 51.91 ​ໂດ​ລາ. ສ່ວນ​ລາຄາ​ຂອງທອງ​ແດງ ກໍ​ຕົກ​ຕ່ຳລົງ​ ໃນ​ລະຫວ່າງ​ການ​ເປີດ​ຕະຫຼາດ​ ໃນ​ວັນ​ຈັນ​ມື້​ນີ້ ​ເຊັ່ນ​ກັນ.

ດັດຊະນີຕະຫລາດ​ຮຸ້ນ ນະຄອນ Shanghai ຊຸດ​ໂຊມ​ລົງ​ໂດຍ​ລວມ ​ແມ່ນ 1.5 ​ເປີ​ເຊັນ ​
ໃນ​ຂະນະ​ທີ່ ດັດຊະນີ​ຕະຫລາດ​ຮຸ້ນ Kopi ຂອງໂຊ​ລ ກໍຕົກລົງ​ເກືອບ 1 ​ເປີ​ເຊັນ ​ແລະ
ດັດ​ຊະນີ ຕະຫລາດ​ຮຸ້ນ Hang Seng ຂອງ​ຮົງ​ກົງ ​ແມ່ນສູນ​ເສຍຫຼາຍ​ຮອດ 1 ​ເປີ​ເຊັນ.

ການ​ຕົກ​ຕ່ຳລົງຂອງ​ຮຸ້ນ​ໃນ​ເອ​ເຊຍ ມີ​ຂຶ້ນຫຼັງຈາກ ​ໄດ້ມີ​ການ​ສູນ​ເສຍລາ​ຄ່າ​ ຂອງ​ຮຸ້ນ​ໂດຍ​
ທົ່ວ​ໄປ​ ຂອງຕະຫລາດ​ຮຸ້ນ​ສ່ວນ ໃນ​ສະຫະລັດ ​ເມື່ອ​ອາທິດ​ແລ້ວ​ນີ້. ​ໃນ​ວັນ​ສຸກ​ຜ່ານ​ມາ
ບໍລິສັດ ExxonMobile ​ແລະ Chevron ເປັນ​ສອງ​ບໍ​ລິ​ສັດ​ພະລັງງານ​ ທີ່ໃຫຍ່​ທີ່​ສຸດ ທີ່ໄດ້​ຈຳໜ່າຍ​ຮຸ້ນໃຫ້​ແກ່​ສາທາລະນະຊົນ ຊຶ່ງຮຸ້ນ​ຂອງ​ຕົນ ຕ່າງ​ກໍຫລຸດ​ລົງ 5 ​ເປີ​ເຊັນ ຫຼັງຈາກ​ທີ່​
ໄດ້​ປະກາດ​ຜົນ​ການສູນ​ເສຍກຳ​ໄລຢ່າງ​ໃຫຍ່ຈາກ​ປີ​ກາຍນີ້.