ຕະຫຼາດຮຸ້ນເອເຊຍ ເລີ້ມຕົ້ນເດືອນເມສາ ດ້ວຍການຕົກລາຄາ ຍ້ອນຍັງມີການລະບາດ ຂອງໂຄວິດ-19 ຢູ່

ນັກລົງທຶນກຳລັງສັງເກດເບິ່ງລາຄາການຊື້ຂາຍຮຸ້ນ ທີ່ປັກກິ່ງ ວັນທີ 16 ມັງກອນ 2020.

ຕະຫຼາດຮຸ້ນສ່ວນໃຫຍ່ໃນເອເຊຍ ຕົກລາຄາ ໃນວັນພຸດມື້ນີ້ວ່າ ຍ້ອນໄດ້ຮັບຂ່າວ ທີ່ບໍ່ດີ
ເນື່ອງຈາກການແຜ່ລະບາດຂອງໄວຣັສໂຄໂຣນາ ຍັງດໍາເນີນຢູ່ຕໍ່ໄປ.

ດັດຊະນີຮຸ້ນ Nikkei ຂອງຍີ່ປຸ່ນ ຕົກລາຄາ 850 ຈຸດ ຫຼື 4.5 ເປີເຊັນໃນຕອນ ປິດຕະຫຼາດ
ໃນຂະນະທີ່ນັກລົງທຶນໄດ້ມີຄວາມເປັນຫ່ວງ ກັບການເພີ້ມຈຳນວນ ຂຶ້ນໃນການຕິດແປດຂອງ COVID-19 ຢູ່ໃນປະເທດ ທີ່ຈະບັງຄັບໃຫ້ ລັດຖະ ບານປິດນະຄອນຫຼວງໂຕກຽວ.

ສຳລັບແຫ່ງອື່ນໆໃນເອເຊຍນັ້ນ ດັດຊະນີຮຸ້ນ Hang Seng ໃນຮົງກົງ ຕົກລາ ຄາຫຼາຍ
ກວ່າ 2.5 ເປີເຊັນ ໃນຕອນທ່ຽງວັນພຸດມື້ນີ້ ໃນຂະນະທີ່ດັດຊະນີຮຸ້ນ Shanghai ຢູ່ຈີນ
ແຜ່ນດີນໃຫຍ່ ຕົກລາຄາຫຼາຍກວ່າເຄິ່ງເປີເຊັນ.

ສ່ຍນດັດຊະນີຮຸ້ນ S&P/ASX ຂອງອອສເຕຣເລຍ ແມ່ນດັດຊະນີຮຸ້ນດຽວໃນຂົງເຂດ ທີ່
ມີລາຄາສູງຂຶ້ນ 3.5 ເປີເຊັນ ໃນມື້ນີ້.

ມື້ທີ່ບໍ່ດີຢູ່ໃນເອເຊຍ ໄດ້ລາມມາຈາກການຕົກລາຄາໃນວັນອັງຄານວານນີ້ຢູ່ຕະຫຼາດຮຸ້ນ
Wall Street ຊຶ່ງດັດຊະນີຮຸ້ນ Dow Jones S&P 500 ແລະ Nasdaq ຕ່າງກໍໄດ້ມີລາ
ຄາຫລຸດລົງນຶ່ງເປີເຊັນ ຫຼືຫຼາຍກວ່ານັ້ນ. ການຕົກລາ ຄາເຫຼົ່ານີ້ ໄດ້ພາໃຫ້ມີການສິ້ນສຸດ
ລົງທີ່ຂີ້ຮ້າຍຂອງໄລຍະສາມເດືອນ ນັບແຕ່ປີ 1987 ເປັນຕົ້ນມາ ທີ່ມີການຕົກລາຄາ 23
ເປີເຊັນຂອງມູນຄ່າ ໃນລະຫວ່ງນຶ່ງ ໄຕມາດ. ດັດຊະນີຮຸ້ນ S&P ຕົກລາຄາກວ່າ 20 ເປີ
ເຊັນ ໃນໄລຍະໄຕມາດ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ