ຂໍ້ໂຕ້ຖຽງຄັ້ງຫຼ້າສຸດອ້ອມຮອບແວດວົງບັນເທີງ Hollywood ກ່ຽວກັບ ການສະແດງຂອງ ຄົນຂາວເປັນຕົວລະຄອນຄົນ ເອເຊຍ ໄດ້ເຮັດໃຫ້ບາງຄົນສົງໄສວ່າເປັນຫຍັງສື່ມວນຊົນ ທີ່ມີຊື່ສຽງຈຶ່ງສືບຕໍ່ທີ່ຈະບໍ່ຮັບຮູ້ຄົນກຸ່ມນ້ອຍ. ທັງທີ່ວ່າໄດ້ຖືກຮຽກຮ້ອງໂດຍກຸ່ມຜູ້ສະໜັບ ສະໜູນໃຫ້ເພີ່ມການວ່າຈ້າງກໍຕາມ, ຄົນເອເຊຍບາງຄົນ ມີຄວາມຢ້ານກົວວ່າພວກເຂົາ ເຈົ້າຈະບໍ່ຖືກແນມເຫັນ, ເປັນຕົວລະ ຄອນປະກອບ, ໂດຍສະເພາະໃນສື່ບັນເທີງ. ບັນດາ ນັກວິເຄາະກ່າວວ່າ ບັນຫານີ້ແມ່ນ ກວມເຖິງລາຍການຂ່າວທາງໂທລະພາບ, ບ່ອນທີ່ ພວກເຂົາເຈົ້າກ່າວວ່າ ຄົນກຸ່ມນ້ອຍ ສ່ວນໃຫຍ່ແມ່ນໄດ້ຖືກຈ້າງໃນຈຳນວນທີ່ບໍ່ພຽງພໍ ແລະ ທັດສະນະຄະຕິຂອງພວກເຂົາ ເຈົ້າສ່ວນຫຼາຍແລ້ວແມ່ນຈະບໍ່ໄດ້ຮັບຄວາມສົນໃຈ. Linda Ha ມີລາຍງານເພີ່ມເຕີມ ເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີ ທ່ານ.
Your browser doesn’t support HTML5
ເມື່ອບີບຣີໂໝດຊອກຫາຊ່ອງຕ່າງໆຢູ່ໂທລະພາບ, ທ່ານອາດຈະບໍ່ເຫັນຄົນ ເອເຊຍ ລາຍ ງານຂ່າວພາກຄ່ຳຫຼາຍຄົນປານໃດ, ເຖິງແມ່ນວ່າພວກເຂົາເຈົ້າ ຈະເປັນສ່ວນທີ່ເຕີບໂຕໄວ ທີ່ສຸດໃນປະຊາກອນຂອງ ສະຫະລັດ ກໍຕາມ.
ທ່ານນາງ Juju Chang ແມ່ນນັກຂ່າວອາເມຣິກັນ ເຊື້ອສາຍເອເຊຍພຽງຄົນດຽວຈາກບໍ່ ເທົ່າໃດຄົນ, ແລະ ລາວກ່າວວ່າມັນແມ່ນຍ້ອນການຂາດຄວາມຫຼາກຫຼາຍ ໃນການບໍລິ ຫານຂັ້ນເທິງ.
ທ່ານນາງ Chang ຜູ້ປະກາດຂ່າວ ລາຍການຂ່າວ Nightline ຂອງໂທລະພາບ ABC ກ່າວວ່າ “ໃນເວລາທີ່ຂ້າພະເຈົ້າລາຍງານຂ່າວອອກອາກາດທີ່ເຄືອຂ່າຍຂ່າວແຫ່ງນີ້, ຂ້າພະເຈົ້າເປັນຄົນ ອາເມຣິກັນ ເຊື້ອສາຍເອເຊຍພຽງຄົນດຽວ ແລະ ໃນບັນດາແມ່ຍິງ ບໍ່ເທົ່າໃດຄົນ ແລະ ຂ້າພະເຈົ້າກໍຮູ້ສຶກເສຍໃຈທີ່ຈະເວົ້າຫຼາຍເທື່ອ ນຕໍ່ໄປອີກຫຼາຍໆປີ, ຂ້າພະເຈົ້າຄິດວ່າ ພວກເຮົາໄດ້ກາຍໄປໄກແລ້ວ ກ່ຽວກັບ ຄວາມຫຼາກຫຼາຍຢູ່ຕໍ່ໜ້າກ້ອງ ໂທລະພາບນີ້, ແຕ່ຂ້າພະເຈົ້າຄິດວ່າ ພວກເຮົາຍັງມີຫຼາຍທາງຢູ່ທີ່ຈະເປັນຄົນຢູ່ເບື້ອງ ຫຼັງ, ໂດຍສະເພາະໃນຂັ້ນນບໍລິຫານຂັ້ນສູງ.”
ທ່ານນາງ Chang ກ່າວວ່າ ມັນມີຄວາມສຳຄັນຫຼາຍສຳລັບຄົນກຸ່ມນ້ອຍທີ່ຈະມີສ່ວນຮ່ວມ ເມື່ອແນວຄິດຂອງເລື່ອງໄດ້ຮັບການອະນຸມັດ.
ທ່ານນາງ Chang ກ່າວວ່າ “ຈົນກວ່າຄົນ ອາເມຣິກັນ ເຊື້ອສາຍ ເອເຊຍ ຈະຖືກດຶງເຂົ້າ ມາດ້ວຍວິທີໃດວິທີໜຶ່ງ, ພວກເຮົາຈະສືບຕໍ່ເຄື່ອນໄຫວຕ້ານກັບການຖືກແບ່ງແຍກນີ້.”
ຄົນເຊື້ອສາຍເອເຊຍ ປະກອບເປັນພຽງ 3 ເປີເຊັນຂອງຈຳນວນແຮງງານໃນວົງການຂ່າວ. ອາຈານສອນວິຊາສື່ມວນຊົນ ທ່ານນາງ Angie Chuang ກ່າວວ່າ ເລື່ອງນີ້ອາດຕ້ອງຖິ້ມ ໂທດໃສ່ຄວາມແຕກຕ່າງຂອງວັດທະນະທຳ.
ທ່ານນາງ Angie Chuang ຈາກມະຫາວິທະຍາໄລ ອາເມຣິກັນ ກ່າວວ່າ “ຄວາມຈິງກໍ ແມ່ນວ່າ ທຸກໆປະເພດຂອງການສຶກສາທາງດ້ານຈິດໃຈ ແລະ ການສຶກສາດ້ານການ ຈ້າງງານ ໄດ້ສະແດງໃຫ້ເຫັນວ່າ ພວກເຮົາມັກສະໜັບສະໜູນ ຫຼື ມີຄວາມສະບາຍໃຈ ກັບຄົນຜູ້ທີ່ຄືກັນກັບພວກເຮົາຫຼາຍກວ່າ.”
ຄວາມແຕກຕ່າງທາງເພດກໍແມ່ນອີກບັນຫາໜຶ່ງ. ນັກຂ່າວໂທລະພາບ ທ່ານ Alan Wang ໄດ້ໂອ້ລົມນຳພວກເຮົາຜ່ານທາງ Skype.
ທ່ານ Alan Wang ອະດີດຜູ້ປະກາດຂ່າວໂທລະພາບກ່າວວ່າ “ຂ້າພະເຈົ້າຄິດວ່າ ພາບ ລັກຂອງແມ່ຍິງເອເຊຍ ສຳລັບຄົນອື່ນກໍແມ່ນວ່າພວກເຂົາເຈົ້າອ່ອນໂຍນ, ພວກເຂົາ ເຈົ້າເປັນຄົນທີ່ງາມ, ພວກເຂົາເຈົ້າບໍ່ເຄັ່ງຂຶມ, ແຕ່ວ່າພາບລັກຂອງຜູ້ຊາຍ ເອເຊຍ ນັ້ນ ເປັນຄືວ່າ, ເຈົ້າແນມເບິ່ງຫຍັງ, ມັນເປັນໃບໜ້າທີ່ຄືກັບສັດຕູຂອງປະເທດນີ້ ໃນລະ ຫວ່າງການເຮັດສົງຄາມໃຫຍ່ 3 ຄັ້ງທີ່ຜ່ານມາ.”
ບັນດານັກວິເຄາະກ່າວວ່າ ຄົນເອເຊຍ ຂາດອິດທິພົນທາງດ້ານການ ເມືອງກວ່າກຸ່ມອື່ນໆ ເຊັ່ນຄົນອາເມຣິກັນ ເຊື້ອສາຍ ອາຟຣິກາ ແລະ ພວກທີ່ປາກພາສາສະເປນ. ອີກກຸ່ມໜຶ່ງ ທີ່ກຳລັງຕໍ່ສູ້ເພື່ອການເປັນຕົວແທນທີ່ໃຫຍ່ກວ່າ ກໍແມ່ນສະມາຄົມນັກຂ່າວຂອງຄົນ ອາເມ ຣິກັນ ເຊື້ອ ສາຍ ເອເຊຍ.
ທ່ານນາງ Niala Boodhoo ຈາກສະມາຄົມນັກຂ່າວຄົນອາເມຣິກັນເຊື້ອສາຍ ເອເຊຍ ກ່າວວ່າ “ຂ້າພະເຈົ້າຮູ້ສຶກຄືກັບວ່າ ແມ່ນກະທັ້ງທີ່ມີການສົນທະນາເລື່ອງພວກນັ້ນ ມັນ ແມ່ນບາງຢ່າງທີ່ຈະບໍ່ໄດ້ເກີດຂຶ້ນເມື່ອຫຼາຍປີທີ່ຜ່ານມາ, ແລະ ຂ້າພະເຈົ້າຄິດວ່າ ແມ່ນ ກະທັ້ງທີ່ມີການສົນທະນາເລື່ອງພວກນັ້ນ ມັນກໍແມ່ນສັນຍານຂອງຄວາມກ້າວໜ້າ. ແຕ່ ວ່າມັນຍັງມີຫຼາຍຢ່າງທີ່ຕ້ອງເຮັດຕື່ມອີກ.”
ກຸ່ມອຸດສາຫະກຳການອອກອາກາດຊັ້ນນຳແຫ່ງໜຶ່ງກ່າວວ່າ ປີ 2011 ແມ່ນປີທີ່ດີທີ່ສຸດສຳ ລັບບັນດາຜູ້ປະກາດຂ່າວຊາວອາເມຣິກັນ ເຊື້ອສາຍ ເອເຊຍ. ແຕ່ມັນກໍຍັງເປັນຄືເກົ່າ, ນັກຂ່າວເອເຊຍປະກອບເປັນພຽງ 3 ເປີເຊັນເຄິ່ງເທົ່ານັ້ນ. ແລະ ອັດຕາສ່ວນຂອງຄົນ ເອ ເຊຍ ທີ່ນັ່ງຢູ່ໂຕະຂ່າວກໍໄດ້ຫຼຸດລົງນັບຕັ້ງແຕ່ນັ້ນມາ. ແລະດ້ວຍເຫດນັ້ນ, ຄົນເອເຊຍ ຈຳ ນວນຫຼາຍຈຶ່ງຢ້ານວ່າບັນຫາຕ່າງໆ ທີ່ມີຄວາມສຳຄັນຕໍ່ປະຊາຄົມຂອງພວກເຂົາເຈົ້ານັ້ນ ຍັງຈະສືບຕໍ່ຖືກມອງຂ້າມ.