ຊື່ຄົນອາເມຣິກັນ ເຊື້ອສາຍເອເຊຍ ໄດ້ຖືກນຳສະເໜີ ເພື່ອ ການພິຈາລະນາ ໃຫ້ເປັນຜູ້ພິພາກສາ ສານສູງສຸດ ສຫລ

Your browser doesn’t support HTML5

ເຊີນຊົມ ວີດີໂອ ລາຍງານນີ້

ນັບຕັ້ງແຕ່ ການ​ເຖິງ​ແກ່​ອະສັນ​ຍະ​ກຳ ຂອງ ທ່ານ Antonin
Scalia ຜູ້ພິພາກສາສານສູງສຸດ ສະຫະລັດ, ຫຼາຍໆຊື່ ຂອງ
ຜູ້ທີ່ອາດຈະມາຮັບຕຳແໜ່ງ​ແທນ​ທ່ານ ໄດ້ໝຸນວຽນ ຢູ່ໃນ
ວໍຊິງຕັນ ແລະ ທົ່ວປະຊາຄົມວົງການກົດໝາຍ. ຊື່ໜຶ່ງ ທີ່ອາດ
ເປັນຜູ້ຖືກນຳສະເໜີ ກໍຄື ທ່ານນາງ Jacqueline Nguyen
ຜູ້ທີ່ໄດ້ເຂົ້າມາສະຫະລັດ ໃນຖານະອົບພະຍົບ ຈາກປະເທດ
ຫວຽດນາມ. Elizabeth Lee ມີລາຍງານ ຈາກເມືອງ Orange
​ໃນລັດ California ອັນເປັນຖິ່ນຖານ ຂອງປະຊາຄົມຫວຽດນາມ
ທີ່ໃຫຍ່ທີ່ສຸດ ຢູ່ນອກ ປະເທດຫວຽດນາມ. ໄຊຈະເລີນສຸກ ຈະນຳ ເອົາລາຍລະອຽດກ່ຽວກັບເລື່ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງ ລາຍງານ ຄົນອາເມຣິກັນ ເຊື້ອສາຍເອເຊຍ ໄດ້ຖືກນຳສະເໜີຊື່ ເພື່ອການພິຈາລະນາ ໃຫ້ເປັນຜູ້ພິພາກສາ ສານສູງສຸດ ສຫລ.


ຫຼາຍກວ່າ 50 ກິໂລແມັດ ຫ່າງຈາກນະຄອນ Los Angeles ລົງ​ໄປທາງທິດໃຕ້ ແມ່ນ
Little Saigon ຫຼື ໄຊງ່ອນນ້ອຍ ທີ່ຮູ້ຈັກກັນທົ່ວໄປຄື “ເມືອງຫຼວງຂອງປະຊາຄົມ
ອົບພະຍົບ ຊາວຫວຽດນາມ.”
ໃນຂະນະທີ່ ມີຂ່າວຄາວໝຸນວຽນອອກອອກ​ມາວ່າ
ຄົນອາເມຣິກັນ ເຊື້ອສາຍຫວຽດນາມຜູ້​ນີ້ ອາດຖືກສະເໜີຊື່​ ໃຫ້​ເປັນ​ຜູ້​ພິພາກສາສານ
ສູງສຸດ ຂອງ​ສະຫະລັດ ກໍໄດ້ເຮັດໃຫ້ມີຄວາມຕື່ນເຕັ້ນ ຢູ່ນະທີ່ແຫ່ງນີ້.

ທ່ານ Dzung Do ບັນນາທິການ ຜູ້ຈັດການໜັງສືພິມ Nguoi Viet ເວົ້າວ່າ “ພວກເຂົາ
ຢາກໃຫ້ມີບຸກຄົນໃດໜຶ່ງ ຈາກ​ບ່ອນນີ້ ປະສົບຄວາມສຳເລັດ ໃນດ້ານໃດໜຶ່ງ ເຊັ່ນ
ວ່າ ເປັນຕົວແທນໃຫ້ພວກເຂົາ ດັ່ງນັ້ນ ພວກເຂົາສາມາດບອກປະຊາຊົນ ຄອມ
ມຸຍນິສ ຫວຽດນາມ ວ່າ ‘ເຮີ້ຍ ພວກເຮົາໜີອອກມາຈາກພວກເຈົ້າ ແຕ່ດຽວນີ້
ພວກເຮົາປະສົບຄວາມສຳເລັດ.’ ສະນັ້ນແລ້ວ ມັນເປັນຄວາມຮູ້ສຶກແບບໜຶ່ງ ທີ່
ປະຊາຊົນມີ.”

ໃນຖານະທີ່​ເປັນບັນນາທິການ ຜູ້ຈັດການຂອງໜັງສືພິມ ທີ່ໃຫຍ່ທີ່ສຸດ ຢູ່ນອກປະເທດ
ຫວຽດນາມ ທ່ານ Dzung Do ໄດ້ສຳພາດ ທ່ານນາງ Jacqueline Nguyen. ທ່ານໂດ
ກ່າວວ່າ ຫຼາຍຄົນຢູ່ໃນຊຸມຊົນ ຫວຽດນາມ ມີເລື່ອງລາວ ທີ່ຄ້າຍຄືກັບທ່ານນາງ.

ທ່ານນາງ Nguyen ແລະ ຄອບຄົວຂອງນາງ ໄດ້ໜີອອກຈາກບ້ານເກີດເມືອງນອນ ຂອງ
ເຂົາ​ເຈົ້າ ໃນເວລາພວກຄອມມຸຍນິສ ເຂົ້າຍຶດເອົາພາກໃຕ້ຂອງຫວຽດນາມ. ໃນຖານະ ທີ່
ເປັນອົບພະຍົບຢູ່ໃນສະຫະລັດ ກ່ອນອື່ນ ນາງ Nguyen ໄດ້ອາໄສຢູ່ໃນເມືອງຕູບຜ້າ ກ່ອນ
ທີ່ຈະມາຕັ້ງຖິ່ນຖານ ຢູ່ໃນນະຄອນ Los Angeles. ທ່ານນາງ ໄດ້ກ່າວເຖິງປະສົບປະການ
ຂອງທ່ານນາງ ຢູ່ໃນວີດີໂອ ທີ່ຜະລິດໂດຍ ສານສະຫະລັດ.

ຜູ້ພິພາກສາ Jacqueline Nguyen ຂອງສານອຸທອນເຂດ 9 ສະຫະ ລັດ ເວົ້າວ່າ “ພໍ່ແມ່
ຂອງຂ້າພະເຈົ້າ ແມ່ນຮູ້ສຶກຕື່ນຕົກໃຈ ເພາະວ່າ ບໍ່ພຽງແຕ່ວ່າ ພວກເພິ່ນຈະຕ້ອງ
ໄດ້ຮັບມືກັບການສູນເສຍບ້ານເກີດ ເມືອງນອນຂອງເພິ່ນແລ້ວ ແຕ່ຍັງຈະຕ້ອງເປັນ
ຫ່ວງ ກັບການເລີ້ມຕົ້ນຊີວິດໃໝ່ ອີກຄັ້ງໜຶ່ງ ໃນຄວາມພະຍາຍາມ ທີ່ຈະສະໜອງ
ອາຫານການກິນ ແລະທີ່ຢູ່ອາໄສ ແລະລ້ຽງລູກ 6 ຄົນ ຢູ່ໃນດິນແດນຕ່າງປະ​ເທດ.
ໃນເວລາໃດທີ່ມີໂອກາດ ກ່ຽວ​ກັບ​ເລື້ອງວຽກເຮັດ ຜ່ານເຂົ້າມາທາງພວກເຮົາ ແມ່
ຂອງຂ້າພະເຈົ້າ ຈະຮັບເອົາມັນທັນທີ.”

ທ່ານນາງ Mia Yamamoto ເປັນເພື່ອນຂອງທ່ານນາງ Nguyen ມາ​ໄດ້ດົນນານແລ້ວ
ກ່າວວ່າ ປະຫວັດຂອງທ່ານນາງ Nguyen ​ໄດ້ ເປັນຜົນທີ່ລໍ່ຫລອມ ໃຫ້ທ່ານນາງ ອຸທິດຕົນ
ຕໍ່ໜ້າທີ່ການງານ ຕະຫຼອດຊີວິດ​ໃນ​ການ​ເຮັດ​ວຽກ​ ກ່ຽວ​ກັບ​ເລື້ອງກົດໝາຍ.

ທ່ານນາງ Yamamoto ເວົ້າວ່າ “ທ່ານນາງ Nguyen ບໍ່ຍອມຮັບເອົາໂອກາດດີໆ
ຫຼາຍຢ່າງ ແລະ ທີ່ແນ່ນອນ ກໍຄືທາງເລືອກຕ່າງໆ ທີ່ຈະເຮັດໃຫ້ລ້ຳລວຍ ເພື່ອທີ່
ຈະຕິດຕາມ ຄວາມຕັ້ງອົກຕັ້ງໃຈຂອງທ່ານນາງ ສຳລັບການບໍລິການສາທາລະນະ.”

ທ່ານນາງ Nguyen ໃນປັດຈຸບັນນີ້ ປະຕິບັດໜ້າທີ່ ເປັນຜູ້ພິພາກສາ ສານອຸທອນ ຂອງ
ສະຫະລັດ.

ທ່ານນາງ Karen Wang ຈາກກຸ່ມອາເມຣິກັນເຊື້ອສາຍເອເຊຍ ເພື່ອຄວາມກ້າວໜ້າ​ໃນ
ດ້ານຄວາມຍຸດຕິທຳ ທີ່ນະຄອນ Los Angeles ເວົ້າວ່າ “ດຽວນີ້ ພວກເຮົາມີຊ່ອງທາງ
ໃນທີ່ສຸດ ສຳລັບຊາວອາເມຣິກັນເຊື້ອສາຍເອເຊຍ ຜູ້ທີ່ສາມາດໄດ້ຮັບ ການພິຈາ
ລະນາ ຢ່າງແທ້ຈິງ ແລະ ຢ່າງຈິງຈັງ ສຳລັບ ຕຳແໜ່ງໃນສານສູງສຸດ ອັນເປັນຊ່ອງ
ທາງ ທີ່ພວກເຮົາ ບໍ່ມີ ໃນບໍ່ເທົ່າໃດປີທີ່ຜ່ານມາ ແລະອັນນັ້ນເຮັດໃຫ້ມີຄວາມຕື່ນ
ເຕັ້ນແທ້ໆ.”

ທ່ານນາງ Yamamoto ທະນາຍຄວາມ​ໃນ​ການ​ຕໍ່ສູ້​ຄະດີ​ອາຍາ ກ່າວວ່າ “ຄວາມແທ້
ຈິງແລ້ວ ແມ່ນວ່າ ພວກເຮົາໄດ້ລົມກັນກ່ຽວກັບ ເລື່ອງນີ້ ໃນຂະນະນີ້ນັ້ນ ກໍແມ່ນ ໄຊຊະນະຢູ່ແລ້ວ.....ສຳລັບອົບພະຍົບທຸກໆຄົນ ສຳລັບຄົນຍົກຍ້າຍຖິ່ນຖານທຸກໆ
ຄົນ ຜູ້ທີ່ເບິ່ງທ່ານນາງ Nguyen ແລະເວົ້າວ່າ “ຂ້າພະເຈົ້າສາມາດເຮັດໄດ້ ເຊັ່ນ
ກັນ. ພວກລູກເຕົ້າຂອງຂ້ອຍ ສາມາດເປັນຜູ້ທີ່ມີອຳນາດ ແລະ ພວກເຂົາເຈົ້າ ສາ
ມາດຍົກລະດັບຕົວ​ເອງຂຶ້ນໄດ້ ໃນ​ແນວທາງແບບດຽວກັນນີ້.....ແລະອັນນັ້ນ ແທ້
ຈິງແລ້ວ ແມ່ນອຸດົມຄະຕິຂອງອາເມຣິກາ.”

ບໍ່ວ່າຜູ້ໃດກໍຕາມ ທີ່ຖືກສະເໜີຊື່ເປັນຜູ້ພິພາກສາ ສານສູງສຸດ ຊາວອາເມຣິກັນເຊື້ອສາຍ
ເອເຊຍ ຫຼາຍຄົນ ກ່າວວ່າ ເລື່ອງຂອງທ່ານນາງ Nguyen ທີ່ໄດ້ຜ່ານຜ່າອຸປະສັກຕ່າງໆ
ນາໆ ແລະ ໄດ້ກາຍມາເປັນຜູ້ພິພາກສາ ລັດຖະບານກາງ ນັ້ນ ແມ່ນເປັນມູນເຊື້ອຢູ່ແລ້ວ
ແລະ ເປັນແຮງບັນດານໃຈ ໃຫ້ແກ່ຊາວອົບພະຍົບ ຈາກທົ່ວໂລກນຳດ້ວຍ.