ສະຫະປະຊາຊາດເຕືອນວ່າ ການຂຶ້ນຄ່າເງິນຢວນ ຢ່າງໄວວາ ອາດພາໃຫ້ເກີດບັນຫາ

  • ບົວສະຫວັນ

ທ່ານສຸພະໄຊ ພານິດຊະພັກ ເລຂາທິການໃຫຍ່ຂອງສະພາວ່າດ້ວຍ ການຄ້າ ແລະ ການພັດທະນາ ຂອງອົງການສະຫະປະຊາຊາດ

ຫົວໜ້າສະພາວ່າດ້ວຍການຄ້າ ແລະການພັດທະນາຂອງອົງການສະຫະປະຊາຊາດ ກ່າວ ວ່າ ການສ້າງຄວາມກົດດັນຕໍ່ຈີນ ເພື່ອໃຫ້ຈີນປັບຄ່າເງິນຕາຂອງຕົນຄືນໃໝ່ນັ້ນ ອາດພາໃຫ້ ການຟື້ນຕົວຄືນຂອງເສດຖະກິດໂລກ ຢຸດຊະງັກລົງໄດ້. ນອກນີ້ແລ້ວ ທ່ານສຸພະໄຊ ພານິດ ຊະພັກຍັງຄາດໝາຍວ່າ ພວກເງິນຕາຂອງຂົງເຂດເອເຊຍຈະສືບຕໍ່ແຂງຄ່າຂຶ້ນຕ້ານເງິນໂດລາ ສະຫະລັດ ຍ້ອນເງິນທຶນທີ່ຫລັ່ງໄຫລເຂົ້າໄປໃນຂົງເຂດນັ້ນ ເປັນຈໍານວນຫລວງຫລາຍ.

ທ່ານສຸພະ​ໄຊ ພານິດຊະພັກ ເລຂາທິການໃຫຍ່ຂອງສະພາ​ວ່າ​ດ້ວຍການຄ້າ ແລະ ການ ພັດທະນາຂ​ອງອົງການສະຫະປະຊາຊາດ ກ່າວເມື່ອວັນສຸກຜ່ານມານີ້ວ່າ ການກົດດັນ ຂອງນາໆຊາດ ​ເພື່ອໃຫ້ຈີນ ປັບຄ່າເງິນຢວນຂອງຕົນຄືນໃໝ່ນັ້ນ ​ແມ່ນເປັນການຕ້ານກັບ
ຜົນປະ​ໂຫຍ​ດ.

ທ່ານ Timothy Geithner ລັດຖະມົນຕີ​ການຄັງ​ຂອງ​ສະຫະລັດ ກ່າວຢູ່ສະຖາບັນ Brooking ໃນນະ ຄອນຫລວງ Washington ໃນວັນພຸດທີ 6 ຕຸລາ, 2010 ວ່າບັນດາເສດຖະກິດເອເຊຍ ຕ້ອງຫລຸດຜ່ອນ ການກາງ​ຕໍ່ອາ​ໃສຕະຫຼາດຕ່າງປະເທດ (AP Photo/Manuel Balce Ceneta)

ຈີນປະເຊີນກັບຄວາມກົດດັນຈາກສະຫະລັດ ຢຸໂຣບ ແລະເອເຊຍ ເພື່ອໃຫ້ປ່ອຍ​ໃຫ້ຄ່າ
ເງິນຢວນຖີບສູງຂື້ນ. ພວກນັກວິຈານກ່າວວ່າ ລັດຖະບານຈີນ ຮັກສາຄ່າເງິນຢວນໃຫ້ຕໍ່າ
ກ່ວາ​ຄວາມ​ເປັນ​ຈິງໂດຍ​ເຈດ​ຕະນາ ເພື່ອປົກ
ປ້ອງພວກວົງການອຸດສາຫະກໍາຕ່າງໆຂອງ
ຕົນເອົາໄວ້.

ທ່ານສຸພະໄຊກ່າວວ່າ ການບັງຄັບ​ໃຫ້ເງິນ
ຢວນ​ ຫລື​ເງິນແຣນມິນ​ບີ ແຂງຄ່າຂຶ້ນຢ່າງ​
ໄວນັ້ນ ອາດສາມາດສ້າງຄວາມປັ່ນປ່ວນ
ໃນຕະຫລາດຕ່າງໆ ແລະເຮັດໃຫ້ການເຕີບ
ໂຕທາງເສດຖະກິດຂອງຈີນແລະການ​ຟື້ນໂຕ
ຄືນ​ຂອງ​ເສດຖະກິດໂລກ ຢຸດຊະງັກລົງໄດ້ ຊຶ່ງທ່ານກ່າວວ່າ:

"ຖ້າຫາກວ່າພວກເຮົາບັງຄັບໃຫ້ເງິນສະກຸນຕ່າງໆ​ແຂງ​ຄ່າສູງຂື້ນຮອດ 20%
ຄື​ມັນ​ບໍ່ມີການຄວບຄຸມ​ໃດໆກ່ຽວ​ກັບການ​ເກັງ​ກໍາ​ໄລ​ນັ້ນ ມັນກໍຈະທໍາລາຍຕະ
ຫລາດທັງໝົດ ຖ້າຫາກມັນເກີດຂື້ນຈິງ ມັນກໍຈະຜັກດັນໃຫ້ການເຕີບໂຕທາງ
ເສດຖະກິດໃນຈີນຕົກຕໍ່າລົງ ແລະມັນກໍຈະທໍາລາຍການ​ຟື້ນ​ໂຕ​ຄືນ​ຂອງ​ເສດ
ຖະກິດໂລກ. ດັ່ງນັ້ນ ມັນບໍ່​ແມ່ນ​ກ່ຽວ​ກັບຄ່າເງິນຢວນ ​ແລະສະຫະລັດ ແລະ
ຈີນ​ ເທົ່ານັ້ນ ແຕ່ມັນກ່ຽວກັບການເຕີບ​ໂຕ​ຂອງເສດຖະກິດໂລກ."

ທ່ານສຸພະ​ໄຊ ​ທີ່ໄດ້​ໄປຮ່ວມກອງປະຊຸມວາລະນຶ່ງ​ທີ່​ບາງກອກ ທີ່​ຈັດ​ຂຶ້ນ​ເພື່ອ ເປັນຂີດໝາຍ
ຄົບຮອບ 50 ປີຂອງສາຍການບິນແຫ່ງຊາດຂອງໄທ ຫລື Thai Airways International
ກ່າວວ່າ ເງິນຕາຂອງຂົງເຂດ​ເອ​ເຊຍ ແມ່ນຈະສືບຕໍ່ແຂງຄ່າຂຶ້ນ ຍ້ອນ ເງິນທຶນຂອງຕ່າງປະ
ເທດທີ່ຫລັ່ງໄຫລເຂົ້າໄປໃນຂົງເຂດ ເພື່ອສວຍ​ເອົາ​ປະ​ໂຫຍ​ດຈາກ ເສດຖະກິດຂອງຂົງເຂດ
ກຳລັງເຕີບໂຕດີນັ້ນ. ທ່ານສຸພະໄຊ ກ່າວຕື່ມວ່າ:

"ເງິນທຶນທີ່ຫລັ່ງໄຫລເຂົ້າໄປໃນຂົງເຂດເອເຊຍນັ້ນ ຈະ​ຍັງ​ສືບ​ຕໍ່ເພີ່ມຂື້ນ​ໃນ​ອັດຕາ
ທີ່​ໃຫຍ່
ຂຶ້ນ​ນັບ​ມື້ ແລະຈະບໍ່ລົດນ້ອຍຖອຍລົງໄປຢ່າງໄວ. ດັ່ງນັ້ນ ດຸນການ​ຊໍາລະ​
ເງິນ​ຈຶ່ງແຂງແຮງຫລາຍ​ຢູ່ໃນເອເຊຍ ຄືມີເງິນທຶນສໍາຮອງຫລາຍກວ່າ 5 ພັນຕື້

ໂດລາສະຫະລັດໃນຂົງເຂດເອເຊຍ. ຊຶ່ງທັງໝົດນັ້ນ ແມ່ນຊີ້​ໄປ​ໃນ​ທິດ​ທາງ​ຂອງ​
ການ​ມີພື້ນຖານທີ່ແຂງ​ແຮງ ຊຶ່ງແທ້ໆ​ແລ້ວ ກໍ​ແມ່ນຈະ​ສົ່ງ​ຜົນ​ໃຫ້ມີເງິນຕາທີ່ແຂງ
ແຮງຕາມມາ. ນັ້ນແມ່ນກົດ​ເກນ​ຂອງ​ຫລັກເສດຖະກິດ."

ເງິນຢວນຂອງຈີນ

ໃນທົ່ວຂົງເຂດເອເຊຍ ພວກອຸດ
ສາຫະກໍາສົ່ງອອກທັງຫລາຍ
ແມ່ນພາກັນວິ່ງເຕັ້ນຊຸກຍູ້​ໃຫ້
ລັດຖະບານ​ເອົາບາດກ້າວຕ່າງໆ
ເພື່ອເຮັດໃຫ້ເງິນຕາ​ຂອງ​ປະ​ເທດ ອ່ອນ​ຄ່າລົງ.

ທ່ານສຸພະໄຊກ່າວວ່າ ຄວາມ
ວິຕົກປະການນຶ່ງໃນຂົງເຂດ
ເອເຊຍນັ້ນ ກໍຄືການປ່ຽນແປງ
ຂອງການໝູນເງິນຕາຢ່າງໄວ
ທີ່ອາດກໍ່ໃຫ້ພວກຕະຫລາດ
ຂາດສະຖຽນລະພາບໄດ້. ແຕ່
ວ່າ ໃນ​ຂະນະ​ດຽວ​ກັນ ທ່ານ
ສຸພະໄຊກໍໄດ້ຮຽກຮ້ອງໃຫ້ຂົງເຂດເອເຊຍ ອາໃສກາງຕໍ່ການສົ່ງອອກໜ້ອຍລົງ ​ແລະ​ໃຫ້
ເອົາໃຈໃສ່ຫລາຍເພີ່ມຂື້ນ ຕໍ່ການເພີ່ມປະລິມານອຸບປະໂພກບໍລິໂພກ ແລະຄ່າແຮງງານ
ຢູ່​ພາຍ​ໃນ​ປະ​ເທດ ເພື່ອ​ໃຫ້​ສອດຄ່ອງ​ກັບການເພີ່ມຂຶ້ນຂອງຜົນຜະລິດນັ້ນ.

ຄວາມຄິດເຫັນຂອງທ່ານສຸພະ​ໄຊ ມີຂຶ້ນໃນຂະນະທີ່ພວກຜູ້ນໍາຈີນ ພາກັນຕໍາໜິຕິຕຽນ
ສະຫະລັດເມື່ອວັນສຸກຜ່ານມາ ທີ່ສະຫະລັດ​ໄດ້​ຮຽກຮ້ອງໃຫ້ຈີນ​ປັບຄ່າເງິນຢວນ​ໃຫ້ສູງຂຶ້ນ ຊຶ່ງພວກເຂົາເຈົ້າກ່າວວ່າ ຈີນບໍ່ຄວນຈະເປັນແພະຮັບບາບ ສໍາລັບບັນຫາເສດຖະກິດຂອງ ສະຫະລັດນັ້ນ.