ການລັກລອບຄ້າຂາຍ ແລະການຊົມໃຊ້ ຢາບ້າ Amphetamine ເພີ່ມຂຶ້ນ ໃນເອເຊຍ

  • ທອງປານ ເທບວົງສາ

ຕໍາຫລວດໄທຢືນຍາມຖົງຢາບ້າ methamphetamine ທີ່ຍຶດມາໄດ້ ທີ່ຈັງຫວັດອະຍຸດທະຍາ ຂອງໄທ, ວັນທີ 24 ມີຖຸນາ 2011. REUTERS/Sukree Sukplang (THAILAND - Tags: CRIME LAW SOCIETY)

​ໃນ​ລາຍ​ງານ​​ສະບັບ​ລ່າ​ສຸດ ວ່າ​ດ້ວຍ​ການ​ຊົມ​ໃຊ້ ​ແລະ​ການ​ລັກລອບ​ຄ້າ​ຢາ​ເສບ​ຕິດ​​ໃນ​ທົ່ວ ໂລກນັ້ນ ​ອົງການ​ສະຫະ​ປະຊາ​ຊາດ ​ເວົ້າວ່າຂົງ​ເຂດ​ເອ​ເຊຍ​ກໍາລັງ​ປະ​ເຊີນ​ກັບ​ການລັກລອບ ຄ້າຂາຍ ​ແລະ​​ໃຊ້​ຢາ​ກະ​ຕຸ້ນປະ​ສາດປະ​ເພດ Amphetamine ຫລື​ຢາ​ບ້າ ຫລາຍ​ຂຶ້ນ​ໄປ​ນັບ​ມື້ ພ້ອມ​ທັງ​ມີ​ການ​ກັບ​ຄືນ​ໄປ​ປູກ​ແລະ​ຜະ​ລິດ​ຝິ່ນຄືນ ​ຢູ່​ໃນ​ມຽນມາ​ແລະລາວນໍາ​ອີກ. Ron Corben ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານມາ​ຈາກ​ບາງກອກ​ວ່າ ​ເຈົ້າໜ້າ​ທີ່​ອາວຸ​ໂສ​ສະຫະ​ປະຊາ​ຊາດ​ທ່ານ​ນຶ່ງ ​ເວົ້າ​ວ່າ ການ​ຜະລິດ​ ​ແລະ​ການ​ໃຊ້ຢາ​ເສບ​ຕິດ​ທີ່​ຜິດ​ກົດໝາຍ ກໍາລັງ​ເກີດ​ເປັນ​ບັນຫາ​ລະດັບ​ຂົງ​ເຂດ​ ທີ່​​ໃຫຍ່​ຂຶ້ນ​​ນັບ​ມື້. ທອງ​ປານ ມີ​ລາຍ​ລະອຽດ ມາສະ​ເໜີທ່ານ.

​ໃນລາຍ​ງານ​ວ່າ​ດ້ວຍ​ຢາ​ເສບ​ຕິດ​ໂລກ​ສະບັບ​ລ່າ​ສຸດ​ຂອງ​ຕົນ ​ທີ່​ນໍາອອກ​ເຜີຍ​ແຜ່​ເມື່ອ​ວັນ
​ອັງຄານ​ຜ່ານ​ມາ​ນີ້ ຫ້ອງການ​ຢາ​ເສບ​ຕິດ​ແລະ​ອາຊະຍາ​ກໍາ​ຂອງ​ຢູ​ເອນ ຫຼື UNODC
​ເວົ້າວ່າ ຂົງ​ເຂດ​ເອ​ເຊຍ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຢ່າງ​ໃຫຍ່ ຖ້າ​ເວົ້າ​ເຖິງ​ເລຶ່ອງການ​ປາບ​
ປາມ​ການຜ​ະລິດ​ແລ​ະການ​ຊົມ​ໃຊ້​ຢາ​ກະ​ຕຸ້ນ​ປະສາດປະ​ເພດ Amphetamine ຫລື​ຢາ​ບ້າ
ທີ່​ຮູ້​ກັນ​ໃນ​ຊື່ຫຍໍ້ວ່າ ATS ນັ້ນ ພ້ອມ​ກັບ​ຜົນ​ຜະລິດ​ຝິ່ນ​ທີ່​ຖີບ​ຕົວສູງຂຶ້ນນັບ​ມື້ ​ແລະ​ການ
​ຊົມ​ໃຊ້​ກັນຊາທີ່​ແຜ່​ລາມ​ອອກ​ໄປ​ຢ່າງ​ກວ້າງຂວາງ ​ໂດຍ​ສະ​ເພາະ​ໃນ​ກຸ່ມ​ພວກຊາວ​ໜຸ່ມ​ຂອງ
​ຂົງ​ເຂດນັ້ນ.

Gary Lewis ຜູ້ຕາງໜ້າຫ້ອງການ​ UNODC ປະ​ຈໍາ​ຂົງ​ເຂດ ກ່າວ​ວ່າ ທ່າ​ອຽງ​ທີ່​ສູງ​ຂຶ້ນ​
ນັບ​ມື້ ຂອງ​ການ​ຜະລິດ​ຢາເສບ​ຕິດ ATS ​ແລະ​ກາ​ນຊົ​ມ​ໃຊ້​ໃນ​ທາງ​ຜິດ ​ຢູ່​ໃນ​ຈີນ ​ແລະ​ຂົງ
​ເຂດ​ເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້ ​ແມ່ນມີ​ຂຶ້ນ ທັ້ງໆ​ທີ່​ປະລິມານ​ການ​ຜະລິດ​ແລະ​ການ​ໃຊ້
ໃນທົ່ວໂລກ ຢູ່​ໃນ​ລະດັບ​ທຸ່ນ​ທ່ຽງ​ ​ໂດຍ​ສ່ວນ​ໃຫຍ່​ ກໍ​ຕາມ.

ທ່ານ Lewis ກ່າວ​ວ່າ ບັດ​ນີ້ ​ເອ​ເຊຍແມ່ນ​ເປັນຂົງ​ເຂດ​ທີ່​ມີ​ຄົນ​ໃຊ້​ຢາ​ບ້າ​ ATS ປະມານ
​ເຄິ່ງນຶ່ງ​ຂອງ​ໂລກ. ທ່ານກ່າວ​ອີກ​ວ່າ ປະລິມານການ​ຜະລິດຝິ່ນ​ກໍ​ກໍາລັງ​ເພີ່ມ​ຂຶ້ນ​ເຊ່ນ​ກັນ
ຢູ່​ໃນຂົງ​ເຂດ​ດັ່ງກ່າວ. ທ່ານ ລູອີສ ​ເວົ້າ​ວ່າ:

“ມີ​ຄວາມ​ເປັນ​ຫ່ວງໃນ​ເລື້ອງຢາ​ເສບ​ຕິດ​ປະ​ເພດ ATS ຫຼື ຢາ​ກະ​ຕຸ້ນປະສາດ
Amphetamine ຢູ່​ໃນ​ຂົງ​ເຂດ​ຂອງ​ເຮົາຢູ່. ​ຄື​ວ່າ ​ເຖິງ​ແມ່ນ​ການເສບ​ຢາ​ນີ້ ​
ໄດ້​ຢູ່​ໃນ​ລະດັບ​ທຸ່ນ​ທ່ຽງແດ່​ແລ້ວ​ຢູ່ໃນທົ່ວ​ໂລກ ​ແຕ່​ມັນ​ກໍາລັງເພີ່ມ​ຫລາຍຂຶ້ນ
​ເລື້ອຍ​ໆ​ຢູ່​ໃນ​ຂົງ​ເຂດຂອງ​ພວກ​ເຮົາ ຄື​ໃນ​ເອ​ເຊຍ​ຕາ​ເວັນອອກສຽງ​ໃຕ້ ​ແລະ
ໃນຈີນ. ​ການ​ປູກ​ຝິ່ນ​ກໍ​ໄດ້ຟື້ນ​ຄືນ​ມາ​ອີກ​ ​ໃນໄລຍະ​ຫາ​ປີຜ່ານມາ ​ແລະ​ການ​
ຜະລິດ ການ​ລັກ​ລອບ ​ແລະ​ການ​ໃຊ້​ຢາ​ກະ​ຕຸ້ນປະສາດ Amphetamine ກໍ​
ເພີ່ມ​ຂຶ້ນ. ​ແລະ​ເລຶ່ອງນີ້​ກໍ​ໜ້າ​ຈະເປັນ​ຫ່ວງ​ກັນ​ ໃນ​ວົງ​ການ​ຜູ້ຮ່າງ​ນະ​ໂຍບາຍ.”

ທ້າວຕີ໋ ຊາຍໄທ ທີ່ເມົາຢາບ້າ metamphetamine ເອົາມີດປາດຕົນເອງ ແລ້ວຈັບນັກສຶກສາຍິງຄົນນຶ່ງເປັນ ໂຕປະກັນ ຢູ່ບາງກອກ ເປັນເວລາສາມຊົ່ວໂມງກ່ວາ ກ່ອນຕໍາຫລວດເຂົ້າຈັບກຸມຜູ້ກ່ຽວໄດ້, ເມື່ອວັນທີ 29 ສິງຫາ 2002. ເຈົ້າໜ້າທີ່ໄທກະປະມານວ່າ ມີການ ລັກລອບເອົາຢາບ້າ ເຂົ້າມາໄທ 700 ລ້ານ

ອົງການ​ສະຫະ​ປະຊາ​ຊາດກ່າວ​ວ່າ ມີ​ການ​
ຍຶດ​ໄດ້​ຢາ​ບ້າ​ເພີ່ມ​ຂຶ້ນ ​ເປັນ​ສີ່​ເທົ່າ​ຕົວໃນໄລ
ຍະ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ​ຊຶ່ງ​ຊີ້​ໄປ​ໃສ່​ປະລິ
ມານ​ການ​ຜະລິດ​ທີ່​ເພີ່ມ​ຂຶ້ນ​ໄປ​ຢ່າງໄວ​ນັ້ນ.

ນອກ​ນີ້​ ລາຍ​ງານ​ຍັງໃຫ້​ຂໍ້​ສັງ​ເກດ​ວ່າ ມີ
ການ​ຊົມ​ໃຊ້​ຢາ​ທຽມແລະ​ຢາ​ໝໍ​ສັ່ງ​ ​ເພີ່ມ​
ຂຶ້ນນັບມື້ໃນຂົງ​ເຂດ​ເອ​ເຊຍ ​ເຊັ່ນຢາ ​ເຄຕາ
ມີນ ​ໂດຍ​ສະ​ເພາະໃນ​ຈີນ ​ໂຮມ​ທັງ​ຮ່ອງ​ກົງ
ມາ​ເລ​ເຊຍ​ ​ແລະ​ຫວຽດນາມ.

ລາຍ​ງານ​ໃຫ້​ຂໍ້​ສັງ​ເກດ​ຕື່ມ​ວ່າ ​ປັດຈຸບັນ​ນີ້ ກໍ​ແມ່ນມີ​ການ​ຊົມ​ໃຊ້​ຢາ​ກະ​ຕຸ້ນ​ປະ​ສາດ​ ປະ​ເພດ ຢາບ້າ methamphetamine ​ຊະນິດ​ຄຣິສ​ເຕິ​ລທີ່ໃສ​ຄື​ແກ້ວ​ນັ້ນ ຢູ່​ທົ່ວ​ໄປ ຢູ່ໃນ​ປະ​ເທດບຣູ​ໄນ ຍີ່ປຸ່ນ ຟິລິບ​ປິນ ແລະເກົາ​ຫຼີ​ໃຕ້. ສ່ວນ​ໃນ​ຂົງ​ເຂ​ດ​ເອ​ເຊຍ​ໃຕ້ ທັງປະ​ເທດ​ພູ​ຖານ ​ແລະ​ສີ​ລັງການ ກໍພົບ​ວ່າ​ມີ​ການ​ຊົ​ມ​ໃຊ້​ຢາ​ກັນຊາ ​ແລະ​ຢາ ATS ​ເພີ່ມ​ຂຶ້ນ ​ໃນ​ຂະນະ​ທີ່ຢູ່​ໃນ​ບັງ​ກລາ​ແດ​ສນັ້ນ​ ​ຢາ ATS ​ແມ່ນ​ໃຊ້​ກັນ​ຢ່າງ​ກວ້າງຂວາງ​ ໂດຍ​ສະ​ເພາະ​ໃນ​ຕົວ​ ເມືອງ.

ນອກ​ນີ້​ແລ້ວ ພວກ​ໃຊ້ຢາ​ເສບ​ຕິດ​ປະມານ ສາມ​ລ້ານ​ເກົ້າ​ແສນ​ຄົນ ​ໃນຂົງ​ເຂດ ຍັງ​ພາກັນ​ນິຍົມ​ໃຊ້​ເຂັມ​ສີດ ​ຢາ​ເສບ​ຕິດ​ປະ​ເພດທີ່​ຜະລິດ​ຈາກ​ຝິ່ນ ​ ພ້ອມທັງ​ຢາ Methamphetamine ນໍາ ຊຶ່ງເພີ່ມ​ຄວາມ​ສ່ຽງຕໍ່​ການ​ແຜ່​ລາມ​ຂອງເຊື້ອໄວຣັສ ເອັຊ​ໄອວີ ​ທີ່​ພາ​ໃຫ້​ເປັນ​ໂຣກ​ເອດ​ສ໌ນັ້ນ.

ຢາບ້າ methamphetamine ທີ່ທາງການມຽນມາ ຍຶດມາໄດ້. REUTERS/Khin Maung Win/Pool (MYANMAR MILITARY SOCIETY POLITICS)

ຢູ​ເອັນ ​ເວົ້າ​ວ່າ ປາກົດ​ວ່າ ​ໄດ້ມີ​ການ​ເພິ່ມທະວີ​ຂຶ້ນ ​ໃນ​ຄວາມ​ສາມາດ​ຜະລິດ​ຝິ່ນ​ຂອງໂລກ ຫຼັງ​ຈາກ​ໄດ້​ລົດ​ລົງ​ຢ່າງ​ຫຼວງ​ຫຼາຍ​ໃນ​ປີ 2010 ​ເວລາ​ພະຍາດ​ແລະ​ເພ້ຍຄຸກຄາມການ​ປູກຝິ່ນ​ໃນ​ອັຟ ກາ​ນີສຖານ ຊຶ່ງ​ເປັນປະ​ເທດ​ຜະລິດ​ຝິ່ນ​ລາຍ​ໃຫຍ່​ທີ່​ສຸດຂອງ​ໂລກ.

ສ່ວນ​ໃນ​ປະ​ເທດມ​ຽນມາ​ນັ້ນ ຜົນຜະລິດ​ຝິ່ນ​ແມ່ນ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ​ເປັນ 610 ຕັນ ​ໃນ​ປີ 2011 ຈາກ 580 ຕັນ​ໃນ​ປີ​ກ່ອນ​ໜ້າ​ນັ້ນ. ສ່ວນໃນ ສປປ ລາວ ກໍ​ມີລາຍ​ງານ ​ວ່າ ຜົນຜະລິດ​ຝິ່ນໄດ້​ເພີ່ມ​ຂຶ້ນ​ເປັນ 25 ຕັນ.

ໃນການ​ເຄື່ອນ​ໄຫວ​ເພື່ອ​ແກ້​ໄຂ​ນັ້ນ ລັດຖະບານ​ມຽນມາ​ໄດ້​ດໍາ​ເນີນ​ໂຄງການກໍາ​ຈັດ​ຖອນ​ຮາ​ກ
ການ​ປູກຝິ່ນ​ ​ແຕ່​ທ່ານ ​ແກຣີ ລູອີສ ຜູ້ຕາງໜ້າຢູ​ເອັນ ກ່າວ​ວ່າ ພວກຊາວສວນຕ້ອງການ​ພືດແນວ
​ອື່ນ​ ມາ​ປູກ​ທົດ​ແທນ​ຝິ່ນ. ທ່ານ​ກ່າວວ່າ:

“ສິ່ງ​ທີ່​ເຮົາ​ຕ້ອງການ​ນັ້ນ ກໍ​ຄື​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ ປະສົມກັນ. ​ແຕ່ສິ່ງ​ທີ່​ບໍ່​ຕ້ອງການ​ນັ້ນ
ກໍ​ຄື​ການ​ເພ່ງ​ເລັງ​ສະ​ເພາະໃສ່​ແຕ່ ການ​ກໍາຈັດ​ຖອນ​ຮາກ​ແຕ່ພຽງ​ຢ່າງ​ດຽວ​ເທົ່າ​ນັ້ນ ​ເພາະ
ວ່າ ພວກ​ປະຊາ​ຄົມຊາວ​ສວນປູກ​ຝິ່ນ​ແມ່ນ ຕ້ອງການ​ຄວາມຢູ່​ລອດ ​ແລະ​ພວກ​ເຈົ້າ​ຈະ​ກັບ
​ຄືນ​ໄປ ປູ​ກຝິ່ນອີກ ຖ້າ​ຫາກ​ລັດຖະບານ ບໍ່​ສະໜອງຜົນ​ລະປູກ​ທາງເລືອກ​ອື່ນ ທົດ​ແທນ​
ການ​ປູກ​ຝິ່ນ​ໃຫ້​ພວກ​ເຂົາ​ເຈົ້າ​ແລ້ວ ດັ່ງ​ທີ່​ພວກ​ເຮົາ​ໄດ້ເຫັນ​ສະພາບ​ການ​ແບບ​ນີ້ ​ເກີດ​ຂຶ້ນ
ຊໍ້າ​ແລ້​ວຊໍ້າເຫຼົ່າ​.”

ອົງການ​ສະຫະ​ປະຊາ​ຊາດ ​ເວົ້າວ່າ ມີພຽງ​ນຶ່ງ​ສ່ວນ​ສີ່ຂອງ​ພວກ​ຊາວສວນທັງ​ໝົດ​ ທີ່​ພົວພັນ
​ໃນ​ການ​ປູກ​ພືດ​ທີ່​ເປັນ​ຢາ​ເສບ​ຕິດ​ຜິດ​ກົດໝາຍ​ໃນທົ່ວ​ໂລກ ​ທີ່ໄດ້​ຮັບການ​ຊ່ວຍ​ເຫຼືອດ້ານ​ການ
​ພັດທະນາ.