ໄຕ້ຝຸ່ນ Nesat ພັດຖະຫຼົ່ມ ຮົງກົງ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

Catholic worshippers celebrate Good Friday inside the Our Lady of Aparecida Basilica in Aparecida do Norte, Sao Paulo, March 29, 2013.

ລົມໄຕ້ຝຸ່ນຂະໜາດແຮງຫົວນຶ່ງພວມພັດເຂົ້າຖະຫຼົ່ມບໍລິເວນທີ່ກວ້າງຂວາງໃນເຂດພາກໃຕ້
ຂອງຈີນໃນວັນພະຫັດມື້ນີ້ ຫຼັງຈາກໄດ້ປະເສັ້ນທາງຂອງການເສຍຊີວິດ ແລະທຳລາຍ​ສ້າງ​
ຄວາມ​ເສຍ​ຫາຍ ເວລາພັດຜ່ານຟີລິບປິນ.

ເຈົ້າໜ້າທີ່ຮົງກົງ ລາຍງານວ່າ ມີລົມແຮງແລະຝົນຕົກໜັກຈາກໄຕ້ຝຸ່ນ Nesat ຊຶ່ງມີຈຸດສູນ
ກາງປະມານ 350 ຫຼັກກິໂລແມັດ ຫ່າງຈາກຮົງກົງໄປທາງທິດຕາເວັນຕົກສຽງໃຕ້ແລະພວມ
ຢູ່ໃນເສັ້ນທາງມຸ່ງໜ້າໄປຍັງເກາະໄຮນັງ ພ້ອມ​ກັບລົມທີ່ມີຄວາມແຮງກາຍ 100 ກິໂລແມັດ
ຕໍ່ຊົ່ວໂມງ.

ທຸລະກິດຫ້າງຮ້ານ ໂຮງການລັດຖະບານ ໂຮງຮຽນ ແລະຕະຫຼາດການເງິນຢູ່ທີ່ຮົງກົງ ໄດ້
ພາກັນອັດກິດຈະການ ແລະການສັນຈອນໄປມາທາງອາກາດທັງໝົດ ທາງລົດໄຟແລະເຮືອ
ຂ້າມຟາກກໍໄດ້ຢຸດໃຫ້ບໍລິການ. ມີຢ່າງນ້ອຍ 2 ຄົນໄດ້ຮັບບາດເຈັບຍ້ອນວັດຖຸທີ່ຕົກລົງມາ.

ຕ້ຝຸ່ນ Nesat ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 35 ຄົນ ແລະອີກ 45 ຄົນຫາຍສາບສູນເວລາ
ພາຍຸຫົວນີ້ພັດເຂົ້າຖະຫຼົ່ມເກາະລູຊອນຊຶ່ງເປັນເກາະໃຫຍ່ທີ່ສຸດຂອງຟິລິບປິນໃນມື້ວັນອັງຄານ
ຜ່ານມາ. ລົມຈາກໄຕ້ຝຸ່ນຫົວນີ້ໄດ້ເຮັດໃຫ້ຕົ້ນໄມ້ຫັກ ແລະຄື້ນຟອງທະເລຂະໜາດໃຫຍ່ພັດ ເຂົ້າຖະຫຼົ່ມຄູກັ້ນນໍ້າທີ່ກຸງມະນີລາ ໂດຍໄດ້ເຮັດໃຫ້ນໍ້າຖ້ວມໂຮງໝໍແຫ່ງນຶ່ງ ຫ້າງຮ້ານທຸລະ
ກິດຫຼາຍໆແຫ່ງ ແລະສະຖານທູດຂອງສະຫະລັດນຳດ້ວຍ.