ສະຫະລັດລະບຸ ມຽນມາ ແລະ ເກົາຫລີເໜືອ ມີປະວັດບໍ່ດີ ກ່ຽວກັບ ການຄ້າມະນຸດ (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

ທ່ານນາງ Hillary Rodham Clintonລັດຖະມົນຕີການຕ່າງປະເທດ ສະຫະລັດ ກ່າວຖ້ອຍຖະແຫລງທີກະຊວງການຕ່າງປະເທດທີ່ກຸງວໍ ຊິງຕັນ ໃນລະຫວ່າງການເປີດເຜີຍລາຍງານປະຈໍາປີວ່າດ້ວຍການ ຕໍ່ຕ້ານການລັກລອບຄ້າຂາຍມະນຸດໃນເອເຊຍ ວັນທີ 27 ມິຖຸນາ 2011

ສະຫະລັດ​ຈັດ​ມຽນມາ ​ເກົາຫລີ​ເໜືອ ​ໄມ​ໂກຣ​ເນ​ເຊຍ​ແລະ​ປາ​ປົວ​ນີວກີ​ເນຍມີ​ປະວັດ​ບໍ່​ດີ​ຫຼື
ຂີ້ຮ້າຍທີ່​ສຸດ​ໃນ​ການ​ຕໍ່ຕ້ານ​ປາບປາມການ​ລັກລອບ​ຄ້າຂາຍ​ມະນຸດ​ໃນ​ບັນດາ​ປະ​ເທດ​ໃນ​
ພາກ​ພື້ນເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້ ​ໃນ​ຂະນະ​ດຽວ​ກັນ​ກໍ​ກ່າວ​ວ່າ​ ເກົາຫລີ​ໃຕ້​ແລະ​ໄຕ້
ຫວັນ​ຈັດ​ຕັ້ງ​ປະຕິບັດ​ຕາມ​ຢ່າງ​ເຕັມ​ສ່ວນມາດຕະຖານ​ວ່າ​ດ້ວຍ​ການຕໍ່ຕ້ານການ​ລັກລອບ
ຄ້າຂາຍ​ມະນຸດ​ນັ້ນ.

ຢູ​ໃນ​ລາຍ​ງານ​ປະ​ຈໍາປີ​ທີ່​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ຈັນ​ວານ​ນີ້ ກະຊວງ​ການຕ່າງປະ​ເທດ​ສະຫະລັດ​ຈັດ​ເກົາຫລີ​ເໜືອ​ຢູ່​ໃນ​ອັນ​ທີ່​ເອີ້ນ​ວ່າ ກຸ່ມປະເທດ ທີ 3 ຫຼື Tier Three ຊຶ່ງເປັນ​ບັນດາ​ປະ​ເທດ​ທີ່​ບໍ່​ໄດ້​ທໍາ​ຄວາມ​ພະຍາ ຍາມ​ຫຍັງ​ຫລາຍ​ເພື່ອ​ແກ້ໄຂ​ກັບ​ບັນຫາ​ດັ່ງກ່າວ ​ເພາະວ່າ​ຕົນ​ບໍ່​ໄດ້​ເຫັນ​ຫຼັກຖານ​ໃດໆ​ໃນ​ຊ່ວງ​ປີຜ່ານ​ມາ​ວ່າ​ທາງ​ການ​ເກົາຫລີ​ເໜືອ​ໄດ້​ທໍາ​ຄວາມ ​ພະຍາຍາມ​ຕ່າງໆ​ເພື່ອ​ປ້ອງ​ກັນ​ການ​ລັກລອບ​ຄ້າຂາຍ​ມະນຸດ​ເລາະ​ຕາມ​ຊາຍ​ແດນ​ທີ່​ມີ​ການຮັກສາ​ຢ່າງ​ເຂັ້ມ​ງວດ​ຂອງ​ປະ​ເທດ​ນັ້ນ.

ລາຍ​ງານ​ສະບັບ​ນີ້​ໃຫ້​ຂໍ້​ສັງ​ເກດ​ວ່າ ລັດຖະບານ​ມຽນມາ​ບໍ່​ໄດ້​ທໍາ​ການ​ສືບສວນ​ສອບ​ສວນ ດໍາ​ເນີນ​ຄະດີ​ແລະ​ລົງ​ໂທດ​ພວກ​ທີ່​ກະທໍາ​ຜິດ​ກົດໝາຍ​ໃນ​ການ​ລັກລອບ​ຄ້າຂາຍ​ມະນຸດ​ພາຍ​ໃນ​ປະ​ເທດ ​ໂດຍ​ສະ​ເພາະການ​ເກນ​ທະຫານ​ແບບ​ບັງຄັບ​ໃນ​ກອງທັບ ຮວມທັງ​ພວກ​ທະຫານ​ເດັກນ້ອຍແລະ​ການ​ໃຊ້​ແຮງ​ງານ​ແບບ​ບັງຄັບ​ນັ້ນ.

Papua New Guinea ຍັງ​ສືບຕໍ່ຖືກຈັດຢູ່ໃນກຸ່ມທີ 3 ​ເພາະວ່າປະ​ເທດ​ດັ່ງກ່າວ​ບໍ່
ເກື​ອດຫ້າມ​ການ​ລັກລອບ​ຄ້າຂາຍ​ມະນຸດ​ໃນ​ທຸກ​ຮູບແບບ​ແລະ​ລັດຖະບານ​ກໍ​ບໍ່​ໄດ້​ທໍາ​
ຄວາມ​ພະຍາຍາມ​ໃດໆ​ເພື່ອ​ຈັດ​ຕັ້ງ​ປະຕິ​ບັດ​ມາດຕະຖານ​ລະດັບ​ຕໍ່າ​ສຸດ​ເພື່ອ​ກໍາຈັດການ​
ດໍາ​ເນີນ​ການ​ດັ່ງກ່າວ​ໃຫ້​ໝົດ​ໄປ​ນັ້ນ.

ສະຫະລັດ​ໄດ້​ຫລຸດ​ລະດັບ​ຂອງ​ປະ​ເທດ​ເກາະດອນ Micronesia ​ໃນມະຫາ​ສະມຸດ​ປາຊີ​ຟິກຈາກ​ລາຍ​ງານ​ສະບັບປີ 2010 ນັ້ນ​ໂດຍ​ກ່າວ​ວ່າ ພວກ​ລັກລອບ​ຄ້າຂາຍ​ມະນຸດ​ ພາກັນ​ຫລອກ​ລໍ້​ພວກ​ແມ່ຍິງ MicroneSia ​ເຂົ້າ​ມາໃນ​ສະຫະລັດ​ໂດຍ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ​ຈະ​ໄດ້​ວຽກ​ການ​ທີ່ໃຫ້​ຄ່າ​ຈ້າງ​ສູງ ​ແຕ່​ກັບ​ໄດ້​ບັງຄັບ​ໃຫ້​ພວກແມ່ຍິງເຫຼົ່ານີ້ເຂົ້າ​ເຮັດວຽກໃນ​ວົງ​ການ​ໂສ​ເພນີ​ເວລາ​ພວກ​ເຂົາ​ເຈົ້າ​ມາ​ຮອດ​ສະຫະລັດ​ແລ້ວ.

ສະຫະລັດ​ລົງ​ໂທດ​ພວກ​ປະ​ເທດ​ໃນກຸ່ມທີ 3 ນີ້ ​ໂດຍໂຈະ​ການ​ໃຫ້ການ​ຊ່ອຍ​ເຫລືອ​ທີ່​ບໍ່​ມີ​ສ່ວນພົວພັນ​ກັບ​ດ້ານ​ມະນຸດສະ​ທໍາ​ແລະ​ການຊ່ອຍ​ເຫຼືອ​ອື່ນໆ.

ລາຍ​ງານ​ສະບັບ​ນີ້​ຈັດ​ເກົາຫລີ​ໃຕ້​ແລະ​ໄຕ້​ຫວັນ​ວ່າ​ເປັນ​ສອງ​ປະ​ເທດ​ເທົ່າ​ນັ້ນ​ໃນ​ພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກທີ່ຈັດ​ຕັ້ງ​ປະຕິບັດ​ຕາມ​ມາດຕະຖານ​ວ່າດ້ວຍການ​ຕໍ່ຕ້ານປາບປາມການ​ລັກລອບ​ຄ້າຂາຍ​ມະນຸດ​ນັ້ນ.

ໃນ​ຂະນະ​ດຽວ​ກັນ ຟິລິບ​ປິນ ສິງກະ​ໂປ ​ແລະ​ສປປ ລາວ ຍັງ​ຖືກຈັດຢູ່​ກຸ່ມທີ 2 ຊຶ່ງ​ສະຫະ
ລັດ​ໄດ້​ລຶບຊື່​ຂອງ​ເຂົາ​ເຈົ້າ​ ອອກ​ຈາກ​ບັນຊີ​ທີ່​ມີ​ການ ຕິດຕາມຊິ້ງຊອມເບິ່ງໃນການດຳເນີນ
ຄວາມ​ພະຍາຍາມ​ເພື່ອໃຫ້ໄດ້ມາດ​ຕະຖານ​ໃນການຕໍ່ຕ້ານ​ການ​ລັກລອບ​ຄ້າຂາຍ​ມະນຸດ​ນັ້ນ.

ລາຍ​ງານ​ສະບັບ​ນີ້​ຕໍາ​ໜິຕິຕຽນ​ຫລາຍ​ປະ​ເທດ​ໃນ​ພາກ​ພື້ນ​ດັ່ງກ່າວທີ່​ບໍ່ໄດ້​ສັງ​ເກດ​ເບິ່ງ​ການ
ສວາຍ​ໃຊ້​ປະ​ໂຫຍ​ດພວກ​ແຮງ​ງານ​ອົບ​ພະຍົບນັ້ນ.