3 ຄົນເສຍຊີວິດໃນພາກກາງ ຂອງເກົາຫຼີໃຕ້

ມີ 3 ຄົນເສຍຊີວິດ ຫຼັງຈາກລົມໄຕ້ຝຸ່ນຂະໜາດແຮງຫົວນຶ່ງ ພັດຖະຫຼົ່ມພາກກາງຂອງເກົາຫຼີໃຕ້ ໃນວັນພະຫັດມື້ນີ້.

ໄຕ້ຝຸ່ນ Kompasu ຊຶ່ງ​ແປວ່າ “ເຂັມທິດ” ໃນພາສາຍີ່ປຸ່ນ ນັ້ນ ໄດ້ສ້າງຄວາມເສຍຫາຍຮ້າຍແຮງເວລາພັດຂຶ້ນຝັ່ງທີ່ ເກົາຫຼີໃຕ້ ໂດຍເຮັດໃຫ້ເຮືອນຊານຂອງປະຊາຊົນ ຫຼາຍ ຮ້ອຍພັນຫຼັງ ໃນເຂດແຄມຝັ່ງທະເລ ທາງກໍ້າຕາເວັນຕົກ ຂອງປະເທດ ບໍ່ມີໄຟຟ້າໃຊ້. ໄຕ້ຝຸ່ນຂະໜາດ ແຮງຫົວນີ້ ຍັງໄດ້ບັງຄັບໃຫ້ສະໜາມບິນຕ່າງໆ ຍົກເລີກຫຼືບໍ່ກໍເລື່ອນ ເວລາຖ້ຽວບິນຫຼາຍໆຮ້ອຍຖ້ຽວ ທັງເດີນທາງເຂົ້າແລະອອກ ເກົາຫຼີໃຕ້ ແລະເຮັດໃຫ້ລະບົບລົດໄຟໃຕ້ດິນ ຢູ່ໃນຫຼາຍໆເຂດຂອງກຸງໂຊລ ບໍ່ມີໄຟຟ້າໃຊ້.

ເຈົ້າໜ້າທີ່ໃຫ້ຄວາມຊ່ອຍເຫຼືອສຸກເສີນ ກ່າວວ່າ ມີຜູ້ຊາຍ 3 ຄົນເສຍຊີວິດ ຍ້ອນຖືກເສດ ຫັກພັງ ທີ່ພັດມານຳລົມພາຍຸ ຮວມທັງຜູ້ເຖົ້າອາຍຸ 80 ປີຄົນນຶ່ງ ທີ່ແຂວງ Chungcheong ໃຕ້ ທີ່ເສຍຊີວິດ ຫຼັງຈາກລົມໄດ້ພັດກະເບື້ອງຫຼັງຄາ ມາຕຳໃສ່ລາວ.

ຂະນະດຽວກັນ ພາຍຸເຂດຮ້ອນ Lionrock ກໍໄດ້ພັດເຂົ້າຖະຫຼົ່ມແຂວງຟູຈ້ຽນ ໃນພາກ ຕາເວັນອອກຂອງຈີນ ໃນຕອນເຊົ້າຂອງວັນພະຫັດມື້ນີ້ ດ້ວຍລົມທີ່ມີຄວາມແຮງເຖິງ 83 ຫຼັກກິໂລແມັດຕໍ່ຊົ່ວໂມງ. ເຈົ້າໜ້າທີ່ຈີນໄດ້ເຕືອນປະຊາຊົນ ກ່ຽວກັບຄວາມເປັນໄປໄດ້ ໃນການທີ່ອາດຈະເກີດດິນເຈື່ອນ ຍ້ອນລົມພາຍຸ Lionrock.