ເອເຊຍ ກຳລັງຊອກຫາ ທາງປັບປຸງ ການຈົດທະບຽນ ທາລົກທີ່ເກີດໃໝ່

Your browser doesn’t support HTML5

ເມື່ອ​ທ້າຍ​ພະຈິກຜ່ານມາ​ນີ້ ບັນດາ​ລັດຖະມົນຕີ ຂອງ​ລັດຖະບານ ປະ​ເທດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ໄດ້​​ໄປປະຊຸມກັນຢູ່​ບາງກອກ ​ເພື່ອ​ປຶກສາ​ຫາລືວິທີ​ປັບປຸງ ການຈົດທະບຽນ ການ​​ເກີດ ​ການ​ຕາຍ ແລະ ການ​ສົມລົດ ຂອງ​ທາງ​ການ ຊຶ່ງ​ເປັນ​ມາດຕາ​ການ ທີ່​ສຳຄັນ ຢ່າງຍິ່ງ ຕໍ່ການ​ສະໜອງ ການ​ບໍລິການ​ຕ່າງໆຂອງ​ລັດຖະບານ.