ປ. ໂອບາມາ ຈະເຂົ້າຮ່ວມ ກອງປະຊຸມ ກຸ່ມຈີ 20 ຢູ່ຈີນ ແລະ ເອເຊຍຕາເວັນອອກ ຢູ່ ລາວ

Your browser doesn’t support HTML5

ອະນາ​ຄົດກ່ຽວ​ກັບ​ການ​ສ້າງ​ຄວາມ​ກ້ຳເກິ່ງ​ຄືນ​ໃໝ່​ຂອງ​ສະຫະລັດ​ໄປ​ຍັງ​ເຂດ​ເອ​ເຊຍປາ ຊີຟິກ​ແມ່ນ​ຍັງ​ບໍ່​ແນ່ນອນ​ໃນ​ຂະນະ​ທີ່​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ເດີນທາງ​ຖ້ຽວ​ສຸດ​ທ້າຍ​ໄປ​ຢ້ຽມຢາມ​ຂົງ​ເຂດ​ດັ່ງກ່າວ ​ໃນ​ຖານະ​ປະທານາ​ທິບໍດີ. ທ່ານ​ໂອ​ບາ​ມາ ຈະ​ແກ້​ໄຂຫຼາຍໆບັນຫາ​ທີ່​ກອງ​ປະ​ຊຸມ​ສຸດ​ຍອດ​ ຂອງກຸ່ມ​ຈີ 20 ຢູ່​ເມືອງ​ຫາງ​ໂຈ​ ປະ​ເທດ​ຈີນ. ຫລັງ​ຈາກ​ນັ້ນ ທ່ານ​ກໍ​ຈະ​ອອກ​ເດີນທາງ​ ມາຍັງຄອນວຽງ​ຈັນ ສປປ ລາວ ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ ຂອງສະມາຄົມ​ບັນດາ​ປະຊາ​ຊາດ​ໃນ​ເຂ​ດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ຫຼືອາ​ຊ່ຽນ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ​ຕາ​ເວັນ​ອອກ.​ ຜູ້​ສື່​ຂ່າວ​ທຳນຽບຂາວ Mary Alice Salinas ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ດັ່ງ ໄພສານ ຈະນຳເອົາລາຍລະອຽດ ມາ ສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງລາຍງານ ປ. ໂອບາມາ ຢ້ຽມຢາມ ເຂດເອເຊຍ ເທື່ອສຸດທ້າຍ ໃນນາມ ປະທານາທິບໍດີ

ໃ​ນການ​ເດີນທາງ​ໄປ​ຢ້ຽມຢາມ​ຂົງ​ເຂດ​ເອ​ເຊຍ​ຄັ້ງທີ 11 ​ແລະ​ກໍ​ເປັນຄັ້ງສຸດທ້າຍ​ນີ້ ​ແຜນ ການ​ຂອງ​ປະທາ​ນາ​ທິບໍດີ​ບາຣັກ ​ໂອ​ບາ​ມາ​ ກໍ​ແມ່ນວາງ​ຕົວ​ສະຫະ ລັດ ​ໃຫ້​ເປັນ​ຜູ້ນຳ​ຂອງ​ຂົງ​ເຂດ ​ຊຶ່ງຈະ​ຂຶ້ນຢູ່​ກັບ​ວ່າ ຂໍ້​ຕົກລົງ​ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກຫຼື TPP ຂອງທ່ານ ​ໄດ້​ຮັບ​ການ​ສະໜັບສະໜຸນ​ຢ່າງ​ພຽງພໍ ຢູ່​ພາຍ
​ໃນ​ປະ​ເທດ​ຫຼືບໍ່?

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ “​ແມ່ນ​ແລ້ວ ​ເວລາ​ນີ້ຂ້າພະ​ເຈົ້າຍັງ​ເປັນ​ປະ ທານາທິບໍດີ​ຢູ່ ​ແລະ​ຂ້າພະ​ເຈົ້າກໍ​ເຫັນ​ພ້ອມ​ນຳ ​ແລະ​ຂ້າ​ພະ​ເຈົ້າຄິດ​ວ່າ ຂ້າພະ​ເຈົ້າມີເຫດຜົນ​ທີ່​ດີກ​ວ່າ.”

ທ່ານ​ຕ້ອງ​ໄດ້​ຊັກ​ຊວນ​ໃຫ້​ລັດຖະສະພາ ​ໃຫ້​ສັດຕະຍາບັນ​ຕໍ່​ຂໍ້​ຕົກລົງ ທີ່​ປະກອບ ດ້ວຍ 12 ປະ​ເທດ ຊຶ່ງ​ຮູ້​ກັນ​ໃນ​ຊື່ ພາຄີ​ຂ້າມ​ມະຫາ​ສະມຸດ​ຫຼື TPP.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ “ມັນ​ເປັນ​ໄປ​ບໍ່​ໄດ້ ທີ່​ຈະ​ຕັດ​ພວກ​ເຮົາ​ອອກ ​ໂດຍ​ທີ່​ວ່າ​ເສດຖະກິດ​ຂອງ​ພວກ​ເຮົາ​ໄດ້​ມີ​ການ​ຮວມຕົວ​ກັນ​ແບບ​ໃດ.”

​ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ຈະ​ໄດ້​ຮັບ​ການ​ຕ້ານ​ຢັນ​ໃນ​ລະຫວ່າງ​ປີ​ແຫ່ງ​ການ​ເລືອກ​ຕັ້ງປະທາ ນາທິບໍດີ ​ໂດຍ​ທີ່​ຜູ້​ສະໝັກ​ຂອງ​ທັງ​ສອງ​ພັກໃຫຍ່ ຕ່າງ​ກໍ​ໄດ້​ພາກັນ​ອອກ​ມາກ່າວ​ຄັດຄ້ານ​ຕໍ່​ຍຂໍ້​ຕົກລົງ​ທີ່​ວ່າ​ນີ້.

ທ່ານ Donald Trump ຜູ້​ສະໝັກ ​ປະທານາທິບໍດີ​ຂອງ​ພັກ​ຣີພັບ​ບລີ​ກັນ ກ່າວ​ວ່າ “ພວກ​ເຮົາຈະ​ຖອນ​ໂຕ​ອອກ​ຈາກ​ຂໍ້​ຕົກລົງ​ນີ້ ກ່ອນ​ທີ່​ຂໍ້​ຕົກລົງ​ດັ່ງກ່າວຈະ​ເກີດ​ຂຶ້ນດ້ວຍ​ຊ້ຳ​.”

ສ່ວນ​ທ່ານ​ນາງ Hillary Clinton ຜູ້​ສະໝັກ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ກໍ​ກ່າວ​ວ່າ​ທ່ານ​ນາງ​ບໍ່​ເຫັນ​ພ້ອມ​ນຳ​ເຊັ່ນ​ດຽວ​ກັນ.

“ຂ້າ​ພະ​ເຈົ້າຄັດຄ້ານ​ຕໍ່​ຂໍ້​ຕົກລົງ​ໃນ​ເວລາ​ນີ້ ຂ້າພະ​ເຈົ້າຈະ​ຄັດຄ້ານ​ຕໍ່​ໄປ ຫລັງຈາກການ​ເລືອກ​ຕັ້ງ​ແລ້ວ ​ແລະ​ກໍ​ຈະ​ຄັດຄ້ານ ຫລັງ​ຈາກ​ໄດ້​ເປັນ​ປະທານາທິບໍດີ.”

​ເຖິງ​ແມ່ນ​ວ່າ ຈະ​ໄດ້​ຮັບ​ການ​ສະໜັບສະໜຸນ​ທາງ​ດ້ານ​ການ​ທູດ ​ແລະ​ທາງ​ດ້ານຄວາມ​ໝັ້ນ ຄົງ​ກໍ​ຕາມ ​ຖ້າ​ປາສະຈາກ​ຂໍ້​ຕົກລົງພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ​ແລ້ວອົງ​ປະກອບທາງ​ດ້ານເສດຖະກິດ ​ໃນ​ການ​ສ້າງ​ຄວາມ​ກ້ຳ​ເກິ່ງ​ຄືນ​ໃໝ່​ໄປ​ຍັງ ​ເຂດ​ເອ​ເຊຍ​ປາຊິ​ຟິກກໍ​ຈະ​ພັງ​ທະລາ​ຍລົງ.

ທ່ານ Douglas Paal ຈາກ​ອົງການ​ກອງ​ທຶນ​ເພື່ອ​ສັນຕິພາບ​ນາໆ​ຊາດ Car-negie ກ່າວ​ວ່າ “ຄວາມ​ເຊື່ອ​ຖື​ຫລາຍໆ​ຢ່າງ​ຈະ​ຫາຍສາບ​ສູນ​ໄປ ຖ້າ​ຂໍ້ຕົກລົງພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກຫາຍ​ໄປ.”

ຊຶ່ງ​ຈະ​ພາ​ໃຫ້​ບັນດາ​ປະ​ເທດ​ຕ່າງໆ​ໃນ​ເຂດ​ເອ​ເຊຍ ​ເກີດມີ​ຄວາມ​ສົງ​ໄສ​ບໍ່​ແນ່​ໃຈ.

ທ່ານ Paal ກ່າວ​ຕື່ມ​ວ່າ “ພວກ​ເຂົາ​ເຈົ້າຈະ​ມີ​ທາງ​ເລືອກ​ພຽງ​ທາງ​ດຽວ ນັ້ນກໍ​ຄື​ຈີນ. ສະຫະ ລັດ​ຈະ​ບໍ່​ເປັນທີ່​ສົນ​ໃຈ​ຫຍັງ​ຫລາຍ​ສຳລັບ​ພວກ​ເຂົາ​ເຈົ້າ.”

​ໃນກອງ​ປະຊຸມ​ສຸດ​ຍອດ​ອາ​ຊ່ຽນ ​ແລະເຂດເອ​ເຊຍ​ຕາ​ເວັນ​ອອກ ຢູ່ ສປປ ລາວ​ນັ້ນ ປະທາ​ນາ​ທິບໍດີໂອ​ບາ​ມາ ຈະ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ໃຫ້ການ​ຄ້ຳປະກັນ​ແກ່ບັນດາ​ປະ​ເທດ​ສະມາ ຊິກກ່ຽວ​ກັບ​ຄວາມ​ໝັ້ນໝາຍ​ຂອງ​ສະຫະລັດ​ ໃນການສ້າງຄວາມ​ກ້ຳ​ເກິ່ງ​ໄປ​ຍັງ​ຂົ​ງ​ເຂດ​ດັ່ງ ກ່າວ​ຄືນ​ໃໝ່.

ທີ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ຈີ 20 ທີ່​ເມືອງ​ຫາງ​ໂຈ ທ່ານ​ຈະ​ໃຫ້ການ​ຄ້ຳປະກັນ​ອີກ​ເທື່ອ​ນຶ່ງ​ຕໍ່​ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ທີ່​ວ່າ ສະຫະລັດ​ບໍ່​ໄດ້​ຄັດຄ້ານ​ຕໍ່​ການ​ມີ​ອິດ​ທິ ພົນເພີ້ມຂຶ້ນຂອງ​ຈີນ.

ນອກ​ນັ້ນ ຜູ້ນຳ​ທັງ​ສອງ​ຍັງ​ຈະ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ທີ່​ສຳຄັນ​ຕ່າງໆ ​ເຊັ່ນ​ການວາງ​ທ່າທີ​ແບບ​ຮຸກ​ຮານ​ຂອງ​ຈີນ ຢູ່​ທະ​ເລ​ຈີນ​ໃຕ້ ​ແລະ​ກິດຈະກຳ​ຕ່າງໆທາງ​ອິນ​ເຕີ​ແນັດ.

ທ່ານ Paal ກ່າວ​ວ່າ “ຂ້ອຍ​ຄິດ​ວ່າ ສິ່ງ​ສຳຄັນ​ສຳລັບ​ທ່ານ​ໂອ​ບາ​ມາ ​ໃນ​ລະ ຫວ່າງ​ການ​ພົບ​ປະ​ກັບ​ທ່ານ Xi Jinping ນີ້ ກໍ​ແມ່ນ​ກຳນົດ​ຂີດ​ແດງ​ ຈຳນວນ​ນຶ່ງ ສິ່ງ​ທີ່​ພວກ​ເຮົາ​ບໍ່​ສາມາດ​ຮັບ​ເອົາ​ໄດ້.”

ພວກ​ຜູ້ນຳ​ຂອງ​ກຸ່ມຈີ 20 ຈະ​ຫາລື​ກັນ​ກ່ຽວ​ກັບ​ຊ່ອງ​ທາງ​ເພື່ອ​ກະຕຸກ​ຊຸກຍູ້​ເສດຖະກິດ​ໂລກ ທີ່​ກຳລັງ​ອ່ອນແອ ​ແລະ​ຊຸກຍູ້​ໃຫ້​ມີ​ການ​ດຳ​ເນີນ​ການ​ຕໍ່​ໄປກ່ຽວ​ກັບມາດ​ຕະການ​ຕ່າງໆ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ອ່ານເລື້ອງນີ້ຕື່ມເປັນພາສາອັງກິດ