ການສ້າງ ຄວາມກ້ຳເກິ່ງຄືນໃໝ່ ໄປສູ່ເອເຊຍ ແລະ ປາຊີຟິກ ຂອງ ສຫລ ແມ່ນຍັງບໍ່ເປັນທີ່ ແນ່ນອນເທື່ອ

Your browser doesn’t support HTML5

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ຈະປະເຊີນໜ້າກັບບັນຫາທີ່ສຳຄັນໆ​ໃນ​ຂອບ​ເຂດກວ້າງຂວາງ ໃນການເດີນທາງໄປຍັງເອເຊຍ ຄັ້ງທີ່ 11 ຂອງທ່ານ ໃນຖານະ ປະທານາທິບໍດີ ​ໂ​ດຍທີ່ອະນາຄົດ ກ່ຽວ​ກັບແຜນຍຸດທະສາດ ​ໃນການສ້າງຄວາມກ້ຳເກິ່ງ ຄືນໃໝ່ ໄປ​ສູ່​ເຂດເອເຊຍປາຊີຟິກ ແລະຜົນງານຂອງທ່ານທີ່ໄດ້ທຳໄວ້ ຢູ່ໃນຂົງເຂດນັ້ນ ແມ່ນຍັງບໍ່ແນ່ນອນເທື່ອ.

​ໃນ​ຂະນະ​ທີ່​ຍັງມີ​ເວລາ​ເຫຼືອຢູ່ ໜ້ອຍກວ່າ 5 ເດືອນ ໃນການດຳລົງຕຳແໜ່ງຂອງ​ທ່ານ​ນັ້ນ ທ່ານໂອບາມາຈະເດີນທາງໄປຍັງ​ຂົ​ງ​ເຂດດັ່ງກ່າວ ເປັນຄັ້ງສຸດທ້າຍ ໃນຖານະເປັນ ປະທາ ນາທິບໍດີ ຫຼັງຈາກທີ່ໄດ້​ເຮັດ​ວຽກມາ​ໄດ້ 2 ສະໄໝ ສະໄໝລະ 4 ປີ ເພື່ອທີ່ຈະ​ເສີມ​ຂະ ຫຍາຍອຳນາດ ​ແລະ ​ອິດ​ທິພົນຂອງອາເມຣິກາ ໃຫ້ສູງຂຶ້ນ ຢູ່ໃນຂົງເຂດດັ່ງກ່າວ.

ປະທານາທິບໍດີ ສະຫະລັດ ຈະເຂົ້າຮ່ວມກັບບັນດາຜູ້ນຳປະເທດອື່ນໆ ​ໃນກອງປະຊຸມ ສຸດຍອດຂອງກຸ່ມ G20 ຢູ່ທີ່ເມືອງ Hangzhou ຂອງຈີນ ແລະ ກອງປະຊຸມສຸດຍອດ ສະມາຄົມບັນດາປະຊາ​ຊາດ ​ໃນ​ເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ແລະ ກອງປະຊຸມສຸດຍອດ ເອເຊຍຕາເວັນອອກ ຢູ່ທີ່​ນະຄອນ​ວຽງ​ຈັນ ສປປ ລາວ ​ແຕ່ວັນທີ 2 ຫາ ວັນທີ 8 ເດືອນກັນຍາ ຈະມາເຖິງນີ້.

ນະໂຍບາຍການຕ່າງປະເທດ ​ເພື່ອສ້າງຄວາມກ້ຳເກິ່ງຄືນໃໝ່ນັ້ນ ແມ່ນມີຄວາມສຳຄັນຍິ່ງ ຕໍ່ຄວາມໝັ້ນຄົງຂອງອາເມຣິກາ ແລະ ຄວາມຈະ ເລີນຮຸ່ງເຮືອງ ໃນອະນາຄົດ ອີງຕາມ ທ່ານໂອບາມາ.

ກຸ່ມຝ່າຍຄ້ານ ຕໍ່ສັນຍາການຄ້າ ຂ້າມມະຫາສະໝຸດ ປາຊີຟິກ ຫຼື (TPP) ພາກັນເດີນຂະບວນປະທ້ວງ ຢູ່ນອກທຳນຽບຂາວ ໃນວໍຊິງຕັນ, ວັນທີ 3 ກຸມພາ 2016.

ບັນດາເຈົ້າໜ້າທີ່ ທຳນຽບຂາວ ກ່າວວ່າ ໃນຂະນະທີ່ຢູ່ໃນເອເຊຍນັ້ນ ທ່ານຈະກົດດັນຕື່ມ ອີກ ກ່ຽວ​ກັບ​ການ​ໃຫ້​ສັດຕະຍາບັນ ຮັບຮອງເອົາ ພາຄີຂ້າມມະຫາສະໝຸດປາຊີຟິກ ຫຼື TPP. ຂໍ້ຕົກລົງດ້ານການຄ້ານີ້ ໄດ້ມີ​ການລົງນາມໂດຍ 12 ປະເທດ ໃນຂົງເຂດປາຊີຟິກ ແມ່ນເປັນພື້ນ ຖານເສດຖະກິດ ຂອງອັນທີ່ເອີ້ນວ່າ ການຫັນ​ໄປ​ສູ່​ເຂດ​ເອ​ເຊຍ​ນັ້ນ.

ທ່ານໂອບາມາ ຈະເປັນປະທານາທິບໍດີ ສະຫະລັດຄົນທຳອິດ ທີ່ຈະເດີນທາງໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ທ່ານເດີນທາງໄປນະ ຄອນ​ວຽງ​ຈັນ ​ເພື່ອ​ເຂົ້າຮ່ວມກອງປະຊຸມ ສຸດຍອດ ອາຊຽນ ແລະ ເອເຊຍຕາເວັນອອກ ໃນວັນທີ 5 ສິງຫາ ຈະມາເຖິງນີ້.

ທ່ານຈະເຂົ້າຮ່ວມການເຈລະຈາ ກັບບັນດາຜູ້ນຳຂອງປະເທດດັ່ງກ່າວ ອັນເປັນສ່ວນໜຶ່ງ ຂອງຄວາມພະຍາຍາມ ເພື່ອສ້າງສາຍສຳພັນກັບປະຊາຊົນ ແລະ ເສີມຂະຫຍາຍການຄ້າ ແລະ ການລົງທຶນ. ຫຼັງຈາກການພົບປະກັນແລ້ວ ຜູ້ນຳສະຫະລັດ ຈະກ່າວຄຳປາໄສ ກ່ຽວ ກັບນະໂຍບາຍຕໍ່ເຂດເອເຊຍ ແລະ ວິໄສທັດຂອງທ່ານ ສຳລັບອະນາຄົດຂອງສະຫະລັດ ຢູ່ໃນ​ເຂດເອເຊຍປາຊີຟິກ.

ພາບຖ່າຍຈາກດາວທຽມ ທີ່ໄດ້ຖືກເຜີຍແພ່ໂດຍ ກຸ່ມ ການເດີນເຮືອທາງທະເລ ຂອງເອເຊຍ ເພື່ອຄວາມໂປ່ງໄສ ຈາກສູນກາງ ດ້ານຍຸດທະສາດ ແລະ ການສຶກສາລະຫວ່າງປະເທດຂອງວໍຊິງຕັນ ສະແດງໃຫ້ເຮັນການກໍ່ສ້າງ ທີ່ອາດເປັນໄປໄດ້ວ່າ ເປັນສະຖາທີ່ຕັ້ງຂອງເຣດາ ຢູ່ທີ່ໝູ່ເກາະ Spratly Islands ໃນເຂດທະເລຈີນໃຕ້ ທີ່ມີການຂັດແຍ້ງກັນນັ້ນ.

ທ່ານ Benjamin Rhodes ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຈາກທຳນຽບຂາວ ກ່າວວ່າ “ຂ້າພະເຈົ້າຄິດວ່າ ທ່ານໂອບາມາ ຈະກ່າວຖະແຫລງ ​ເຖິງຄວາມຈິງ ທີ່ພວກ ເຮົາໄດ້ປັບປຸງຢ່າງຫຼວງຫຼາຍ ໃນດ້ານການຄ້າ ແລະ ເສດຖະກິດ ໂດຍຜ່ານທາງ ການທູດຂອງພວກເຮົາ ຢູ່ໃນຂົງເຂດ, ການຮ່ວມມືໃນດ້ານຄວາມໝັ້ນຄົງ ໂດຍການ ມີໜ້າ​ແບບ​ເປັນ​ພາຄີພວກເຮົາ ທີ່ພວກເຮົາກຳລັງຈັດຕັ້ງຂຶ້ນ, ຮ່ວມກັບບັນດາ ພັນທະມິດທັງຫຼາຍ ພ້ອມດ້ວຍບັນດາພາຄີ ທີ່ກຳລັງພຸ່ງ​ພົ້ນ​ໃໝ່ ​ເພື່ອ​ແກ້​ໄຂບັນຫາ ຕ່າງໆ ເຊັ່ນວ່າຄວາມໝັ້ນຄົງ​ໃນການເດີນເຮືອທາງທະເລ ແລະ ການຮັບມືກັບ ໄພພິບັດ.”

ທ່ານ ຈະເລັ່ງລັດອີກເທື່ອໜຶ່ງ ໃຫ້ສະຫະລັດ ລົງນາມຮັບຮອງເອົາ ຂໍ້​ຕົກລົງ TTP ໃນລະຫວ່າງ ການກ່າວຄຳປາໄສນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ