ບັນດາປະເທດເອເຊຍ ພາກັນປັບປຸງ ກອງທັບເຮືອ (ວີດິໂອລາວ/ອັງກິດ)

ທະຫານເຮືອຈີນຄົນນຶ່ງ ຂະນະປະຕິບັດການ ໃນທະເລ

ບັນດາປະເທດຕ່າງໆໃນຂົງເຂດເອເຊຍ ກໍາລັງພາກັນເສີມ
ຂະຫຍາຍກອງທັບ ເຮືອຂອງຕົນອອກໄປຢ່າງໃຫຍ່ ​ໂດຍ​ມີ
ຈີນເປັນຜູ້ນໍາທາງໃນຂະນະນີ້ ຊຶ່ງເປັນຊ່ວງເວລາຂອງການ
ແຂ່ງຂັນກັນອ້າງເອົາກໍາມະສິດ​ທາງ​ທະ​ເລ ທີ່ກ່ຽວກັບສິດທິ
ການປະມົງແລະການສໍາຫຼວດຫານໍ້າມັນ. Scott Stearns
ຜູ້ສື່ຂ່າວວີໂອເອປະຈໍາກະຊວງຕ່າງປະເທດ ມີລາຍງານ
ກ່ຽວກັບວ່າ ການເສີມສ້າງສະມັດຖະພາບທາງທະຫານ
ຂອງປັກກິ່ງມີຄວາມໝາຍແນວໃດ ສໍາລັບຂົງເຂດດັ່ງກ່າວ ຊຶ່ງທອງປານຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງລາຍງານກ່ຽວກັບກອງທັບເຮືອໃນເອເຊຍ


ຂະນະນີ້ ຈີນກໍາລັງຕັ້ງໜ້າປັບປຸງກອງທັບເຮືອຂອງຕົນ ໃຫ້ກ້າວໜ້າທັນສະໄໝຍິ່ງຂຶ້ນ ໂດຍການທຸ່ມ​ເທງົບປະມານ​ໃໝ່ ໃສ່ເຮືອລົບຂະໜາດໃຫຍ່ ເຮືອພິຄາດ ເຮືອດໍານໍ້າ ແລະກໍ່າປັ່ນບັນທຸກເຮືອບິນ. ​ແຕ່ທ່ານ Geoffrey Till ອາຈານສອນປະຈໍາຢູ່ມະຫາ ວິທະຍາໄລ King’s College ຢູ່​ນະຄອນ ຫລວງ​ລອນ​ດອນ ປະ​ເທດ​ອັງກິດ ເວົ້າວ່າ ຈີນຍັງຈະຕ້ອງ​ໄດ້ໃຊ້ເວລາອີກ ດົນນານຢູ່ ໃນເລຶ່ອງນີ້.

ທ່ານ Till ເວົ້າວ່າ: “ກອງທັບເຮືອຈີນ, ຖ້າຈະເວົ້າກັນເນາະ, ໃນຫຼາຍໆ
ດ້ານ
​ແລ້ວ ກໍປຽບດັ່ງເດັກນ້ອຍໜ້າໃໝ່​ໃນຄຸ້ມ ທີ່ກໍາລັງປະເຊີນກັບ
ການ
ຮຽນຮູ້ທີ່ລໍາ ບາກທີ່ສຸດ.”

ທ່ານ Till ເວົ້າວ່າ ການປະຕິບັດການຕໍ່ຕ້ານການປຸ້ນຈີ້ກໍ່າປັ່ນ ຢູ່ໃນອາຟຣິກາຕາເວັນ
ອອກນັ້ນ ແມ່ນໄດ້ປັບປຸງສະມັດຖະພາບຂອງ ການປະຕິບັດງານໄລຍະໄກຂອງກອງທັບ
ເຮືອຈີນ​ໃຫ້ດີຂຶ້ນ​ຫລາຍ. ແຕ່ມັນ​ແມ່ນຂໍ້ຂັດແຍ້ງ ດ້ານເຂດນໍ້າແດນດິນທີ່ໃກ້ບ້ານຫຼາຍ
ກວ່າ ທີ່ສ້າງຄວາມເປັນຫ່ວງທີ່ສຸດໃຫ້ແກ່ສະຫະລັດ ​ແລະບັນດາ​ພັນທະ​ມິດ​ໃນ​ຂົງ​ເຂດ.

ທ່ານ Till ເວົ້າວ່າ: “ຖ້າຫາກຈີນຈະເນັ້ນໜັກໃສ່ ສະ​ເພາະແຕ່ການປ້ອງກັນເຂດ
ທະເລທີ່ຢູ່ໃກ້ຕົນ ກໍຄືໃນເຂດທະເລຈີນຕາເວັນອອກແລະ
ທະ​ເລ​ຈີນໃຕ້ນັ້ນ ມັນ
ກໍຈະ
​ເປັນ​ຫຍັງ​ທີ່​ຮ້າຍ​ແຮ​ງສົມຄວນ ຈະໃຊ້​ຄໍາ​ວ່າຄວາມສ່ຽງກໍ​ບໍ່ຖືກ ​ແຕ່​ຈະ​ເປັນ​
ການ​ຈໍາກັດ​ຮັດ​ແຄບ
ເສລີພາບ​ ໃນການປະຕິບັດການຂອງກອງທັບເຮືອສະຫະ
ລັດ
ໃນຂົງເຂດດັ່ງກ່າວນັ້ນໂດຍສະເພາະ.”

ເບິ່ງວີດິໂອລາຍງານນີ້ເປັນພາສາລາວ:

Your browser doesn’t support HTML5

ບັນດາປະເທດໃນເອເຊຍ ກໍາລັງພາກັນເສີມສ້າງ ຂອງທັບເຮືອຂອງຕົນ.


ທາງ​ຝ່າຍສະຫະລັດນັ້ນ ກໍກໍາລັງ​ເພີ້​ມການໃຊ້ຈ່າຍໃສ່ດ້ານຄວາມໝັ້ນຄົງ ໃນຂົງເຂດເອ ເຊຍ-ປາຊິຟິກ ຊຶ່ງ​ການ​ເພີ້​ມຂຶ້ນ​ກ້ອນໃຫຍ່ທີ່ສຸດກ້ອນ​ດຽວ ແມ່ນໃຫ້ແກ່ຟິລິບປິນ. ທ່ານ
ທິລ ເວົ້າອີກວ່າ ມັນ​ຍັງບໍ່​ເຖິງ​ຂັ້ນວ່າ ເປັນການແຂ່ງຂັນອາວຸດກັນໃນຂົງເຂດເອເຊຍເທື່ອ
ແຕ່ການທຸ່ມ​ເທ​ເງິນ​ໃສ່​ການໃຊ້ຈ່າຍທາງກອງທັບຫລາຍ​ຂຶ້ນ ກໍແມ່ນຈະເພີ່ມຄວາມສ່ຽງ
ຂຶ້ນໄປ ຢ່າງແນ່ນອນ.

ທ່ານ ທິລ ເວົ້າວ່າ: ສະຖານະ​ການຢູ່ໃນຂົງເຂດທະເລຈີນຕາເວັນອອກ ແລະ
ໃຕ້ນັ້ນ ອາດ
ສາມາດກໍ່ໃຫ້ເກີດວິກິດການຂຶ້ນຢ່າງງ່າຍໆໄດ້ທຸກໆ​ມື້ ​ຊຶ່ງຈະ
ຫັນປ່ຽນການແຂ່ງຂັນກັນໃນລະດັບນ້ອຍໆທີ່ຍອມສ່ຽງນັ້ນ ໄປ​ເປັນວິກິດ
ການເຕັມຂັ້ນທາງທະເລ
ລະດັບນານາຊາດກັນໄດ້.”

ຈີນອ້າງເອົາ​ເນື້ອ​ທີ່ ​ເກືອບ​ວ່າ​ທັງ​ໝົດ​ໃນຂົງເຂດທະເລຈີນໃຕ້ນັ້ນ ທີ່​ຖືກໝາຍໄວ້ຢູ່​ໃນ
ແຜນທີ່ ໂດຍອັນທີ່ປັກກິ່ງເອີ້ນວ່າ ເສັ້ນທີ່ມີຂີດຍະ​ຫວ່າງ ເກົ້າຂີດ.

ທາງ​ດ້ານທ່ານ​ນາງ Ruth Wedgwood ອາຈານສອນປະຈໍາມະຫາວິທະຍາໄລ Johns
Hopkins ເວົ້າວ່າ ວໍຊິງຕັນໜ້າຈະຕ້ານຢັນຄືນ ໃຫ້ໜັກໜ່ວງຫຼາຍກວ່ານັ້ນ.

ທ່ານນາງ Ruth ເວົ້າວ່າ:ຄວາມ​ຈິງແລ້ວ ມັນກໍດີຢູ່ ທີ່ພຽງແຕ່ຈະຖາມ
ສະບາຍດີ ສະບາຍດີ ຢູ່ເລື້ອຍໆ
​ໃນ​ຂະນະທີ່ແລ່ນເຮືອຜ່ານເຂດທະເລ
ຈີນໃຕ້
​ແລ່ນ​ຜ່ານພວກເສັ້ນເກົ້າຂີດນັ້ນ ແລະຮຽກຮ້ອງໃຫ້ຈີນແກ້ໄຂ
ບັນຫາເຫຼົ່ານັ້ນ ໃນລັກສະນະ​ທາງກົດໝາຍແລະແບບເພື່ອນບ້ານກັນ.”

ສ່ວນທ່ານ ຊີ ຈິນຜິງ ປະທານປະເທດຈີນກໍກ່າວວ່າ ກອງທັບເຮືອຈີນຈະທໍາການປ້ອງກັນ
ພົມແດນການເດີນເຮືອຂອງຕົນ ຊຶ່ງ​ພາ​ໃຫ້ນັກວິເຄາະ Michael Auslin ປະຈໍາສະຖາບັນ
American Enterprise ເວົ້າວ່າ ອິດທິພົນຂອງວໍຊິງຕັນຢູ່ໃນຂົງເຂດດັ່ງກ່າວນີ້ ແມ່ນມີ
ຂອບເຂດຈໍາກັດ.

ທ່ານ ອອສລິນ ເວົ້າວ່າ: “ຂ້າພະເຈົ້າບໍ່ຄິດແທ້ໆວ່າ ການສ້າງຄວາມກົດດັນຕື່ມ
ຂຶ້ນນັ້ນ ຈະພາໃຫ້ມີການປ່ຽນແປງໃນທ່າທີຂອງປັກກິ່ງແຕ່ຢ່າງໃດ ແຕ່ມັນກໍຈະ
ສະແດງໃຫ້ເຫັນເຖິງຄວາມແຕກຕ່າງ ຢ່າງໂຈ່ງແຈ້ງຂຶ້ນກວ່າເກົ່າ ໃນວິທີການ
ຂອງທັງສອງຝ່າຍ. ແລະເວົ້າຢ່າງກົງໄປກົງມາແລ້ວ ຄໍາຖາມທີ່ປັກກິ່ງຈໍາເປັນ
ຕ້ອງຖາມ ບໍ່ແມ່ນພຽງແຕ່ໃນເລື້ອງທີ່ກ່ຽວກັບເຂດທະລີຈີນໃຕ້ເທົ່ານັ້ນ ແຕ່
ກ່ຽວກັບຍີ່ປຸ່ນ ແລະໝູ່ເກາະ Senkakus ທີ່ຈີນ ມີຂໍ້ຂັດແຍ້ງກັບຍີ່ປຸ່ນ ແລະ
ກ່ຽວກັບເກົາຫຼີເໜືອນໍານັ້ນ ກໍຄືວ່າ ຈີນຢາກ ຈະຢູ່ໃນທ່າທີທີ່ຂັດແຍ້ງກັບປະ
ເທດເພື່ອນບ້ານຂອງຕົນທັງໝົດນັ້ນບໍ່?”


ນັກວິເຄາະ ອອສລິນ ເວົ້າວ່າ ຈີນກໍາລັງປະເຊີນກັບທາງເລືອກທີ່ແຈ້ງຂາວທີ່ສຸດ.

“ຈີນມີຄວາມເຄັ່ງຕຶງກັບອິນເດຍ ກັບຣັດເຊຍ ແລະກັບມົງໂກເລຍນໍາອີກ.
ອັນນີ້ມັນແມ່ນໂລກທີ່ ປະທານ ຊີ ຈິນຜິງ ຢາກອາໄສຢູ່ ໃນອີກສິບປີຕໍ່ໜ້າ
ນີ້ບໍ? ຂ້າພະເຈົ້າຄິດວ່າ ບໍ່.”


ທ່ານ ອອສລິນ ເວົ້າອີກວ່າ ບັນດາປະເທດທີ່ຢ້ານກົວກອງທັບເຮືອຂອງຈີນນັ້ນ ກໍຍັງຢາກ
ຈະທໍາການຄ້າຂາຍກັບຈີນຢູ່ ໃນຂະນະທີ່ພວກປະເທດເຫຼົ່ານັ້ນສະແຫວງຫາການຮ່ວມມື
ດ້ານຄວາມໝັ້ນຄົງ ຫລາຍຂຶ້ນກັບສະຫະລັດ.

ເບິ່ງວີດິໂອ ພາສາອັງກິດ:

Your browser doesn’t support HTML5

Military Build-up in Asia Pacific Adds to Tensions Over Maritime Disputes